
ຄະນະວິທະຍາສາດສັງຄົມ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ນັກສຶກສາ (ຈຳນວນ 2 ຄັ້ງ) ໄລຍະໂຄວິດ-19
ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ລະດົມທຶນ, ວັດຖຸປັດໄຈ ເພື່ອຊ່ວຍເຫຼືອນັກສຶກສາຄະນະວິທະຍາສາດສັງຄົມທີ່ຕົກຄ້າງຢູ່ຫໍພັກໃນໄລຍະໂຄວິດ-19, ໃນການລະດົມທຶນດັ່ງກ່າວໄດ້ມີບັນດາບຸກຄົນ, ບັນດາພາກສ່ວນພາຍໃນຄະນະ ແລະ ພາກສ່ວນຕ່າງໆພາຍນອກທີ່ໃຫ້ຄວາມຊ່ວຍເຫຼືອບໍ່ວ່າຈະເປັນເງິນ, ວັດຖຸ (ເຂົ້າສານ, ມີ່ໄວໆ, ໄຂ່, ປ໋ອງປາ ແລະ ອື່ນໆ), ລວມມູນຄ່າ 62,196,000 ລ້ານກີບ, ໃນການມອບເຄື່ອງຊ່ວຍເຫຼືອແມ່ນໄດ້ຈັດຂຶ້ນຈໍານວນ 02 ຄັ້ງ, ຄັ້ງທີ 1 ໄດ້ມອບໃຫ້ນັກສຶກສາຈຳນວນ 665 ຄົນ ໃນວັນທີ 12 ພຶດສະພາ 2021, ແລະ ຄັ້ງທີ 2 ໄດ້ມອບໃຫ້ນັກສຶກສາຈໍານວນ 500 ຄົນ ໃນວັນທີ 28 ພຶດສະພາ 2021; ລວມທັງໝົດ 1,165 ຄົນ, ນອກຈາກນັ້ນ ຄະນະວິທະຍາສາດສັງຄົມຍັງໄດ້ແບ່ງສ່ວນເຄື່ອງຊ່ວຍເຫຼືອຈໍານວນ 200 ຖົງ ລວມມູນຄ່າ 8,000,000 ກີບ ໃຫ້ແກ່ມະຫາວິທະຍາໄລແຫ່ງຊາດເພື່ອນຳໄປຊ່ວຍເຫຼືອນັກສຶກສາທົ່ວມຊອີກດ້ວຍ.
“ຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຂໍຕາງໜ້າໃຫ້ແກ່ພະນັກງງານ, ຄູອາຈານ ແລະ ນັກສຶກສາພາຍໃນຄະນະວິທະຍາສາດສັງຄົມ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຂອບໃຈຢ່າງສູງມາຍັງບຸກຄົນ ແລະ ພາກສ່ວນຕ່າງໆທີ່ໄດ້ມີຈິດໃຈເມດຕາໃຫ້ຄວາມຊ່ວຍເຫຼືອແກ່ນັກສຶກສາໃນຄັ້ງນີ້ ຂໍອວຍພອນໃຫ້ທຸກທ່ານຈົ່ງປະສົບຜົນສຳເລັດໃນທຸກດ້ານ, ມີຄວາມສຸກ ຄວາມຈະເລີນຍິ່ງໆຂຶ້ນໄປ ຂໍຂອບໃຈ”