ໃນວັນທີ 29 ກໍລະກົດ 2020 ນີ້, ພາກວິຊາສັງຄົມສົງເຄາະ ແລະການພັດທະນາ ຄສຄ, ມຊ ໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ ປະຊາຊົນຄອບຄົວທຸກຍາກຂອງເມືອງໝື່ນ ແຂວງວຽງຈັນ ພາຍໃຕ້ຫົວຂໍ້ “ໜຶ່ງນໍ້າໃຈ ຫຼາຍຮອຍຍິ້ມ ໜຶ່ງການໃຫ້ຫຼາຍກວ່າຄວາມສຸກ” ໂດຍການເປັນກຽດມອບຂອງ ທ່ານ ປອ. ສີສະຫວາດ ໂສມມະລັດ ວ່າການຫົວໜ້າພາກວິຊາ ສັງຄົມສົງເຄາະ ແລະການພັດທະນາ ແລະກ່າວຮັບ ໂດຍທ່ານ ພອນເທີດ ສຸວັດດີ ຮອງເລຂາພັກເມືອງ ເມືອງໝື່ນ, ມີຮອງຫົວໜ້າຫ້ອງວ່າການປົກຄອງເມືອງ, ມີບັນດາພະນັກງານ, ຄູ-ອາຈານ, ນັກສຶກສາ ພາກວິຊາສັງຄົມສົງເຄາະ ແລະການພັດທະນາ ຄສຄ, ມຊ ເຂົ້່າຮ່ວມ.

 

       ກິດຈະກໍາດັ່ງກ່າວ, ແມ່ນກິດຈະກໍາໜຶ່ງທີ່ນອນຢູ່ໃນການເຝິກປະຕິບັດຕົວຈິງ ຂອງວິຊາລະດົມທຶນເພື່ອຊ່ວຍເຫຼືອສັງຄົມຂອງນັກສຶກສາປີ 4 ໃນສາຂາສັງຄົມສົງເຄາະ ແລະການພັດທະນາ ຄສຄ, ເຊິ່ງມີຄວາມສໍາຄັນຕໍ່ການເຝິກໃຫ້ນັກສຶກສາທຸກຄົນໃນສາຂາດັ່ງກ່າວ ໄດ້ນໍາມາຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນເວລາພົບຄວາມຫຍຸ້ງຍາກ ແລະຂັດສົນ ຫຼື ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ ເຄື່ອງທີ່ນໍາມາມອບໃຫ້ແກ່ປະຊາຊົນ ເມືອງໝື່ນ ແຂວງວຽງຈັນ ໃນຄັ້ງນີ້ມີ: ເຄື່ອງນຸ່ງຫົ່ມ 75 ແກັດ ແລະ 9 ເປົາ, ເຄື່ອງກີລາ 12 ຊຸດ, ລວມມູນຄ່າທັງໝົດ 24,756,000 ກີບ (ຊາວສີ່ລ້ານເຈັດແສນຫ້າສິບຫົກພັນກີບ).