ໃນຕອນເຊົ້າຂອງວັນທີ 10 ພະຈິກ 2023 ທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມຮາກຖານຄະນະວິທະຍາສາດສັງຄົມໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ທີ່ສະໂມສອນ ຊັ້ນ2 ມຊ, ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ນາງ ທຳ ນັນທະວົງສາ ຄະນະພັກຮາກຖານຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ,​ ທ່ານ ສຫ ປອ ວິໄລສັກ ສີໂຄດວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມມຊ, ທ່ານ ລິນທາ ຈັນທະລີມາ ເລຂາຊາວຫນຸ່ມຮາກຖານຄສຄ,​ ທ່ານ ນາງ ຈັນທະຈອນ ສິງຫາລາດ ປະທານສະຫະພັນແມ່ຍິງຮາກຖານຄສຄ,​ ທ່ານ ອຳພອນ ວົງສຸພັນ ປະທານກຳມະບານຮາກຖານຄສຄ ພ້ອມດ້ວຍບັນດາແຂກທີ່ຖືກເຊີນ,​ ສະມາຊິກຊາວໜຸ່ມພະນັກງານ,​ ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສະຫລຸບຜົນງານການເຄື່ອນໄຫວໄລຍະ 5 ປີ ຜ່ານມາ (2019-2023)​ ແລະ ຜ່ານແຜນການ 5 ປີໃນຕໍ່ຫນ້າ (2024-2028),​ ມອບໃບຍ້ອງໃຫ້ແກ່ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ພ້ອມທັງປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຮາກຖານຄສຄຊຸດທີ VI ເຊິ່ງຜົນການເລືອກຕັ້ງສະຫລຸບໄດ້ດັ່ງນີ້:

    1. ສຫ ງາມຕາ ວົງວິໄລທອງ ເປັນເລຂາ

    2. ສຫ ນ. ສົມໃຈ ບູລິດຳ ເປັນຮອງເລຂາ

    3. ສຫ ນ. ກັນຫາ ແສງມະນີ ເປັນປະທານກວດກາ

    4. ສຫ ບຸນນັດ ແກ້ວປັນຍາ ເປັນຄະນະ

    5. ສຫ ມາລາວັນ ຈັນທະວົງສິນ ເປັນຄະນະ

    6. ສຫ ບຸນຈັນ ແຈ່ມມາໄລ ເປັນຄະນະ

    7. ສຫ ຄໍາອົ້າ ທໍາມະວົງ ເປັນຄະນະ

          ຫລັງຈາກນັ້ນຄະນະພັກຮາກຖານຄສຄ ກໍໄດ້ສະແດງຄວາມຊົມເຊີຍ ແລະ ມີຄຳເຫັນຕໍ່ກອງປະຊຸມ ໂດຍເນັ້ນໃຫ້ເຫັນຫລາຍປະເດັນທີ່ສຳຄັນທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງຊາວໜຸ່ມຮາກຖານຄສຄ ທີ່ຕິດພັນກັບວຽກງານການພັດທະນາວິຊາການ,​ ການຍົກລະດັບຄວາມຮູ້ຄວາມສາມາດ,​ ມີແນວຄິດຫລັກໝັ້ນ ແລະ ຍົກສູງສະຕິຕໍ່ການຈັດຕັ້ງ,​ ເປັນກໍາລັງແຮງໃນການຂັບເຄື່ອນວຽກງານຕ່າງໆ, ຫລີກລ້ຽງປະກົດການຫຍໍ້ທໍ້ໃນສັງຄົມຕ່າງໆ. ນອກຈາກນັ້ນທ່ານຮອງເລຂາຄະນະບໍລິຫານງານຊາວໜຸ່ມມຊຍັງໄດ້ມີຄຳເຫັນເພີ່ມເຕີມໂດຍເນັ້ນໜັກເຖິງວຽກງານແນວຄິດການເມືອງ, ວຽກງານດ້ານອົງການຈັດຕັ້ງ, ການສົ່ງເສີມພັດທະນາດ້ານວິຊາການຕິດພັນກັບການເຄື່ອນໄຫວນອກຫຼັກສູດ, ວຽກງານຂະບວນການເພື່ອຍົກສູງບົດບາດຊາວໜຸ່ມໃຫ້ມີຄວາມຄວາມເຂັ້ມແຂງຮອບດ້ານ. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.​

ໃນຕອນບ່າຍຂອງວັນທີ 08 ພະຈິກ 2023 ສະຫະພັນແມ່ຍິງຮາກຖານຄະນະວິທະຍາສາດສັງຄົມໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ທີ່ສະໂມສອນ ຊັ້ນ2 ມຊ, ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ນາງ ທຳ ນັນທະວົງສາ ຄະນະພັກຮາກຖານຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ,​ ທ່ານ ນາງ ສົມພອນ ວໍລະຈັກ ຮອງປະທານສະຫະພັນແມ່ຍິງ ມຊ,​ ທ່ານ ນາງ ຈັນທະຈອນ ສິງຫາລາດ ປະທານສະຫະພັນແມ່ຍິງຮາກຖານຄສຄ,​ ທ່ານ ອຳພອນ ວົງສຸພັນ ປະທານກຳມະບານຮາກຖານຄສຄ ແລະ ທ່ານ ລິນທາ ຈັນທະລີມາ ເລຂາຊາວຫນຸ່ມຮາກຖານຄສຄພ້ອມດ້ວຍ ບັນດາແຂກທີ່ຖືກເຊີນ,​ ສະມາຊິກແມ່ຍິງພະນັກງານ,​ ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສະຫລຸບຜົນງານການເຄື່ອນໄຫວໄລຍະ 5 ປີ ຜ່ານມາ (2019-2023)​ ແລະ ຜ່ານແຜນການ 5 ປີໃນຕໍ່ຫນ້າ (2024-2028),​ ມອບໃບຍ້ອງໃຫ້ແກ່ສະມາຊິກແມ່ຍິງທີ່ມີຜົນງານດີເດັ່ນ ພ້ອມທັງປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງຮາກຖານຄສຄຊຸດທີ VI ເຊິ່ງຜົນການເລືອກຕັ້ງສະຫລຸບໄດ້ດັ່ງນີ້: 1. ທ່ານ ນາງ ຈັນທະຈອນ ສິງຫາລາດ ເປັນປະທານ 2. ທ່ານ ນາງ ຈັນດາວັນ ສີສຸລາດ ເປັນຮອງປະທານ 3. ທ່ານ ນາງ ມະນີວັນ ແສງພະຈັນ ເປັນປະທານກວດກາ 4. ທ່ານ ນາງ ສຸກສະຫວັນ ສົມບູນຂັນ ເປັນຄະນະ 5. ທ່ານ ປອ ນາງ ມະລິພອນ ດວງພະຈັນ ເປັນຄະນະ ຫລັງຈາກນັ້ນໃນຕອນທ້າຍຄະນະພັກຮາກຖານຄສຄ ກໍໄດ້ສະແດງຄວາມຊົມເຊີຍ ແລະ ມີຄຳເຫັນຕໍ່ກອງປະຊຸມ ໂດຍເນັ້ນໃຫ້ເຫັນຫລາຍປະເດັນທີ່ສຳຄັນທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງຄະນະສະຫະພັນແມ່ຍິງຮາກຖານຄສຄ ທີ່ຕິດພັນກັບວຽກງານການພັດທະນາວິຊາການ,​ ການຍົກລະດັບຄວາມຮູ້ຄວາມສາມາດ,​ ມີແນວຄິດຫລັກໝັ້ນ ແລະ ຍົກສູງສະຕິຕໍ່ການຈັດຕັ້ງ,​ ຫລີກລ້ຽງປະກົດການຫຍໍ້ທໍ້ໃນສັງຄົມຕ່າງໆ. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.​

 

ໃນຕອນບ່າຍຂອງວັນທີ 25 ກັນຍາ 2023 ທີ່ສູນ RTC ຄສຄ ມຊ ໄດ້ມີການຈັດກອງປະຊຸມໃຫຍ່ຜູ້ແທນຊາວຫນຸ່ມຫນ່ວຍສຳນັກງານຄະນະບໍດີຄສຄ,​ ເຊິ່ງໃຫ້ກຽດເປັນປະທານໂດຍ ສຫ ອຸດອນ ວົງສົມມີ ຄະນະພັກຫນ່ວຍສຳນັກງານຄະນະບໍດີຄສຄ,​ ສຫ ລິນທາ ຈັນທະລີມາ ເລຂາຊາວຫນຸ່ມຮາກຖານຄສຄ, ຫົວໜ້າຫນ່ວຍ 3 ອົງການຈັດຕັ້ງ ຫນ່ວຍສຳນັກງານຄະນະບໍດີ,​ ບັນດາຜູ້ຕາງຫນ້າຫນ່ວຍຊາວຫນຸ່ມພາກວິຊາຕ່າງໆ ພ້ອມທັງສະມາຊິກຊາວຫນຸ່ມໜ່ວຍສຳນັກງານຄະນະບໍດີເຂົ້າຮ່ວມ ເຊິ່ງລວມຜູ້ເຂົ້າຮ່ວມທັງຫມົດ 18 ທ່ານ,​ ຍິງ 7 ທ່ານ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອ 1) ຜ່ານບົດສະຫລຸບການເຄື່ອນໄຫວວຽກງານຊາວຫນຸ່ມຫນ່ວຍສຳນັກງານຄະນະບໍດີ ໄລຍະ 5 ປີ (2019-2023) ແລະ ຜ່ານແຜນການ 5 ປີຕໍ່ຫນ້າ (2023-2028), 2) ມອບ-ຮັບໃບຢັ້ງຢືນ 4 ບຸກ ປະຈຳປີ 2022 ໃຫ້ແກ່ບັນຫາຫນ່ວຍຊາວຫນຸ່ມຮາກຖານຄສຄ,​ ແລະ 3) ທາບທາມຄະນະຊາວຫນຸ່ມຫນ່ວຍສຳນັກງານຄສຄເພື່ອກະກຽມໃສ່ກອງປະຊຸມໃຫຍ່ຂອງຊາວຫນຸ່ມຮາກຖານຄສຄ. ພິທີດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.​

ໃນຕອນເຊົ້າຂອງວັນທີ 07 ທັນວາ 2020 ຮາກຖານຊາວໜຸ່ມ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ຊາວໜຸ່ມທີ່ພົ້ນອາຍຸກະສຽນ ແລະ ຮັບສະມາຊິກຊາວໜຸ່ມໃໝ່ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາສັງຄົມ; ພາຍໃຕ້ການເປັນປະທານຂອງທ່ານ ລິນທາ ຈັນທະລີມາ ເລຂາຊາວໜຸ່ມຮາກຖານຄສຄ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນ. ທໍາ ນັນທະວົງສາ ຄະນະພັກຮາກຖານຄະນະວິທະຍາສາດສັງຄົມຜູ້ຊີ້ນຳວຽກງງານ 3 ອົງການຈັດຕັ້ງຄສຄ, ທ່ານ ນ. ຈັນທະຈອນ ສິງຫາລາດ ປະທານສະຫະພັນແມ່ຍິງຮາກຖານຄສຄ, ພ້ອມທັງຄະນະຊາວໜຸ່ມຮາກຖານ, ຫົວໜ້າໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມທີ່ພົ້ນອາຍຸກະສຽນ ແລະ ສະມາຊິກຊາວໜຸ່ມໃໝ່ ລວມຜູ້ເຂົ້າຮ່ວມທັງໝົດຈຳນວນ 30 ທ່ານ. ເຊິ່ງໃນນັ້ນມີສະມາຊິກຊາວໜຸ່ມທີ່ພົ້ນກະສຽນຈຳນວນ 8 ສະຫາຍ ແລະ ສະມາຊິກຊາວໜຸ່ມໃໝ່ຈຳນວນ 10 ສະຫາຍ. ໃນຕອນທ້າຍທ່ານປະທານ ແລະ ຄະນະພັກກໍໄດ້ໃຫ້ຄຳເຫັນຕໍ່ສະມາຊິກຊາວໜຸ່ມທີ່ອາຍຸພົ້ນກະສຽນໃນການສືບຕໍ່ຊີ້ນຳ, ໃຫ້ຄຳປຶກສາ ຖ່າຍທອດບົດຮຽນໃຫ້ແກ່ຊາວໜຸ່ມຍຸກໃໝ່ ແລະ ໄດ້ໃຫ້ຄຳໂອວາດສະມາຊິກຊາວໜຸ່ມໃໝ່ໃນການສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນແບບຢ່າງທີ່ດີແກ່ມະຫາຊົນກ້າວໜ້າ ພ້ອມທັງເອົາໃຈໃສ່ປະຕິບັດຕາມກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ນຳໄປໃຊ້ໃນການດຳລົງຊີວວິດປະຈຳວັນໃຫ້ເກີດປະໂຫຍດສູງສຸດ.

ນຕອນເຊົ້າຂອງວັນທີ 31 ຕຸລາ 2020 ໜ່ວຍຊາວໜຸ່ມພາກວິຊາການເມືອງ ແລະ ບໍລິຫານລັດຖະກິດ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກຳການແຂ່ງຂັນໂຕ້ວາທີ ພາຍໃຕ້ຫົວຂໍ້: ແນວຄິດຂອງຊາວໜຸ່ມຍຸກໃໝ່ຕໍ່ການຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ທີ່ຫ້ອງປະຊຸມອາຄານພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ (ຫ້ອງ 207) ຄະນະວິທະຍາສາສັງຄົມ; ພາຍໃຕ້ການເປັນປະທານຂອງທ່ານ ລິນທາ ຈັນທະລີມາ ເລຂາຊາວໜຸ່ມຮາກຖານຄສຄ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນ. ທໍາ ນັນທະວົງສາ ຄະນະພັກຮາກຖານຄະນະວິທະຍາສາດສັງຄົມຜູ້ຊີ້ນຳວຽກງງານ 3 ອົງການຈັດຕັ້ງຄສຄ, ທ່ານ ນ. ມະນີວັນ ແສງພະຈັນ ຄະນະສະຫະພັນແມ່ຍິງຮາກຖານຄສຄ, ທ່ານ ສຸລິຍົງ ທຳມະວົງສາ ຄະນະສະຫະພັນກໍາມະບານຮາກຖານຄສຄ ພ້ອມທັງບັນດາຄູອາຈານ, ຄະນະຜິດຊອບ ແລະ ນັກສຶກສາຊາວໜຸ່ມຈຳນວນໜຶ່ງ. ຈຸດປະສົງໃນການຈັດກິດຈະກຳດັ່ງກ່າວແມ່ນເພື່ອເປັນການແລກປ່ຽນແນວຄວາມຄິດຂອງຊາວໜຸ່ມຍຸກໃໝ່ກັບການຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມກໍຄືໄວໜຸ່ມໃນປະຈຸບັນ.

ກິດຈະກໍາການແຂ່ງຂັນໂຕ້ວາທີມີທັງໝົດ 6 ທີມ, ທີມລະ 4 ຄົນທີ່ເປັນຜູ້ເຂົ້າຮ່ວມແຂ່ງຂັນ ໃນນັ້ນມີທີມສຳນັກງານຄະນະບໍດີ, ທີມພາກວິຊາການເມືອງ ແລະ ບໍລິຫານລັດຖະກິດ, ທີມພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ທີມພາກວິຊາພູມີສາດ ແລະ ສາລະສົນເທດສາດ, ທີມພາກວິຊາປະຫວັດສາດ ແລະ ບູຮານວິທະຍາ, ທີມພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ. ຜົນການແຂ່ງຂັນດັ່ງກ່າວປາກົດວ່າ ທີມພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ສາມາດຍາດເອົາລາງວັນທີ 1, ສ່ວນອັນດັບທີ 2 ແມ່ນທີມພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ ແລະ ອັນດັບທີ 3 ແມ່ນພາກວິຊາການເມືອງ ແລະ ບໍລິຫານລັດຖະກິດ ສ່ວນທີມທີ່ເຫຼືອແມ່ນໄດ້ລາງວັນຊົມເຊີຍ. ກອງປະຊຸມດັ່ງກ່າວດຳເນີນໄປດ້ວຍຄວາມຟົດຟຶ້ນ ແລະ ສ້າງຄວາມສົນໃຈໃຫ້ແກ່ຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ.

ຄະນະຊາວໜຸ່ມຮາກຖານ ຄສຄຈັດກອງປະຊຸມແລກປ່ຽນບົດຮຽນຮ່ວມກັບ ຄະນະຊາວໜຸ່ມຮາກຖານ ກົມຈັດຕັ້ງພະນັກງານ ແລະ ກົມກວດກາ ຄມປຊ 

ໃນຕອນແລງຂອງວັນທີ 17 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມຄະນະວິທະສາດສັງຄົມໄດ້ຈັດກອງປະຊຸມແລກປ່ຽນບົດຮຽນຊາວໜຸ່ມຮ່ວມກັບຄະນະຊາວໜຸ່ມຮາກຖານ ກົມຈັດຕັ້ງພະນັກງານ ແລະ ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຫ້ອງປະຊຸມ 207 ທີ່ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ. ພາຍໃຕ້ການເປັນປະທານຂອງ ທ່ານ ນ. ທຳ ນັນທະວົງສາ ຄະນະພັກຮາກຖານ ຄະນະວິທະ

ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2020, ທີ່ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ, 3 ອົງການຈັດຕັ້ງມະຫາຊົນ ຄະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຜ່ານບົດສະຫຼຸບໄຕມາດທີ 1 (ເດືອນ 1,2,3) ແລະ 2 (ເດືອນ 4,5,6) ແລະ ຜ່ານແຜນໄຕມາດທີ 3 (ເດືອນ 7,8,9) ພາຍໃຕ້ການເປັນປະທານຂອງ ສຫ.ນ. ທໍາ ນັນທະວົງສາ ຄະນະພັກຄະນະວິທະຍາສາດສັງຄົມ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງ, ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ, ໃນນັ້ນມີ ສຫ. ລິນທາ ຈັນທະລີມາ ເລຂາຊາວໜຸ່ມຮາກຖານ, ສຫ. ນ. ຈັນທະຈອນ ສິງຫາລາດ ປະທານແມ່ຍິງຮາກຖານ, ສຫ. ແກ້ວພູທອນ ຫາທາລົງ ປະທານກຳມະບານຮາກຖານ ພ້ອມດ້ວຍຄະນະ ແລະ ບັນດາໜ່ວຍຂອງທັງສາມພາກສ່ວນເຂົ້າຮ່ວມ. ເຊິ່ງກອງປະຊຸມດັ່ງກ່າວໄດ້ເປັນຂີດໝາຍທີ່ສຳຄັນໃຫ້ແກ່ວຽກງານ 3 ອົງການຈັດຕັ້ງໃນການຖອດຖອນບົດຮຽນແລກປ່ຽນເຊິ່ງກັນແລະກັນ ເພື່ອນຳໄປເປັນແນວທາງປັບປຸງແກ້ໄຂໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ, ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດຝົດຟື້ນ ແລະ ສຳເລັດຜົນຕາມຄາດໝາຍຂອງກອງປະຊຸມ.

ຄະນະບໍລິຫານງານຊາວໜຸ່ມຄະນະວິທະສາດສັງຄົມເຂົ້າຮ່ວມກິດຈະກຳ

ການແຂ່ງຂັນກິລາເຕະບານ 4 ສາມັກຄີ

ໃນຕອນແລງຂອງວັນທີ 10 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມ ແລະ ຄູອາຈານພາຍໃນຄະນະວິທະສາດສັງຄົມ ໄດ້ເຂົ້າຮ່ວມກິດຈະກຳການແຂ່ງຂັນກິລາເຕະບານ 4 ສາມັກຄີ ທີ່ເດີ່ນເຕະບານສາທິດ ພາຍໃຕ້ການນຳພາໂດຍ ທ່ານ ຮສ. ປອ ບຸນທະວີ ສໍສຳພັນ ຮອງປະທານກວດກາພັກຮາກຖານຄະນະວິທະຍາສາດສັງຄົມ. ກິດຈະກຳການແຂ່ງຂັນກິລາເຕະບານ 4 ສາມັກຄີປະກອບມີ: ຄະນະບໍລິຫານງານຊາວໜຸ່ມຄະນະວິທະຍາສາດປ່າໄມ້, ຄະນະບໍລິຫານງານຊາວໜຸ່ມຄະນະວິທະຍາສາດສັງຄົມ, ຄະນະບໍລິຫານງານຊາວໜຸ່ມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ຄະນະບໍລິຫານງານຊາວໜຸ່ມຄະນະອັກສອນສາດ, ໃນນັ້ນຄະນະວິທະຍາສາດປ່າໄມ້ເປັນເຈົ້າພາບໃນການຈັດກິດຈະກຳຄັ້ງນີ້, ຈຸດປະສົງຂອງກິດຈະກໍາດັ່ງກ່າວແມ່ນເພື່ອເປັນການຂ່ຳນັບຮັບຕ້ອນວັນຄູແຫ່ງຊາດ ແລະ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກີລາທີ່ຈະມາເຖິງນີ້.

ສຳລັບຕາຕະລາງການແຂ່ງຂັນກິລາບານເຕະແມ່ນຄູ່ທີ 1 ເປັນການພົບກັນລະຫວ່າງ ຮາກຖານຄອສ ແລະ ຮາກຖານ ຄປມ, ສຳລັບຄູ່ທີ 2 ເປັນການພົບກັນລະຫວ່າງຮາກຖານ ຄສຄ ແລະ ຄສບຜົນການແຂ່ງຂັນກິລາບານເຕະເຫັນວ່າ ຮາກຖານຄປມ ສາມາດຍາດເອົາອັນດັບທີ 1, ຄສຄ ໄດ້ອັນດັບທີ 2, ຄອສໄດ້ອັນດັບທີ 3 ແລະ ຄສບ ໄດ້ອັນດັບທີ 4, ການແຂ່ງຂັນກິລາບານເຕະດັ່ງກ່າວແມ່ນໄດ້ດຳເນີນໄປດ້ວຍຄວາມຟົດຟື້ນ ແລະ ສໍາເລັດລົງດ້ວຍດີ.