Quick Info

Rating
(5 / 3 votes)

ໃນຕອນເຊົ້າຂອງວັນທີ 22 ກໍລະກົດ 2020, ທີ່​ຄະນະ​ວິທະຍາສາດ​ສັງຄົມ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ວິທະຍາ​ເຂດ​ດົງ​ໂດກ ສະຫະພັນແມ່ຍິງຮາກຖານຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ​ໄດ້ຈັດພິທີປະຖະກະຖາ​ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງຄົບຮອບ 65 ປີ (20/7/1955-20/7/2020) ​ແລະ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ກະຊວງສຶກສາທິການ ແລະກີລາ, ໃນຫົວຂໍ້: ນະໂຍບາຍຂອງພັກ ຕໍ່ການພັດທະນາແມ່ຍິງ ໃນມະຫາວິທະຍາໄລແຫ່ງຊາດ ຊຶ່ງ​ໃຫ້​ກຽດ​ປະຖະກະຖາ​ໂດຍ ທ່ານ ຮສ. ປອ. ນ. ສົມຈັນ ບຸນພັນມີ ຄະນະປະຈຳພັກ, ຮອງອະທິການບໍດີ ມະຫາ ວິທະຍາໄລແຫ່ງຊາດ; ​ໂດຍ​ມີ​ເນື້ອ​ໃນ​ກ່ຽວກັບ: ວິ​ໄສ​ທັດຮອດ​ປີ 2030 ກ່ຽວ​ກັບ​ແມ່ຍິງ, ຍຸດ​ທະ​ສາດ​ສົ່ງ​ເສີມ​ຄວາມສະ​ເໝີ​ພາບຍິງ-ຊາຍ ​ແລະ ວຽກ​ງານ​ແມ່ ​ແລະ ​ເດັກ​ໃນ​ຂະ​ແໜງ​ການ​ສຶກສາ 10 ປີ (2016-2025) ​ແລະ ​ແຜນ​ດໍາ​ເນີນ​ງານ​ເພື່ອ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ, ວຽກ​ງານ​ແມ່ ​ແລະ ​ເດັກ.

ພ້ອມນັ້ນສະຫະພັນແມ່ຍິງຮາກຖານ ຄະນະວິທະຍາສາດສັງຄົມຍັງໄດ້ສະຫຼຸບຜົນງານການເຄື່ອນໄຫວວຽກງານແມ່ຍິງໃນໄລຍະສົກຮຽນ 2019-2020 ທີ່ຜ່ານມາ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າໄລຍະສົກປີ 2020-2021, ເຊິ່ງສະ​ເໜີໂດຍ ທ່ານ ອຈ. ປທ. ນ. ຈັນທະຈອນ ສິງຫາລາດ ປະທານສະຫະພັນແມ່ຍິງຮາກຖານຄະນະວິທະຍາສາດສັງຄົມ.  ໃນຕອນທ້າຍ ທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ເລຂາຄະ​ນະພັກຮາກຖານ, ຮັັກສາການຄະນະບໍດີ ຄະນະວິທະຍາສາດສັງຄົມ ກໍໄດ້ປະກອບຄຳເຫັນຕໍ່ພິທີ. ກອງປະຊຸມດັ່ງກ່າວດໍາເນີນໄປດ້ວຍບັນຍາກາດຟົດຟຶ້ນ ຂອງການແລກປ່ຽນຄວາມຄິດເຫັນທີ່ມີລັກສະນະວິຊາການ, ຕິດພັນກັບພຶດຕິກໍາຕົວຈິງຂອງການເຄື່ອນໄຫວພັດທະນາແມ່ຍິງໃນຄະນະວິຊາ ກໍຄືມະຫາວິທະຍາໄລແຫ່ງຊາດ ແລະ ສ້າງຄວາມສົນໃຈໃຫ້ແກ່ຜູ້ເຂົ້າຮ່ວມເປັນຢ່າງດີ.

jvokd