ປະລິນຍາໂທ ການເມືອງ ແລະ ການປົກຄອງ ຫຼັກສູດນີ້ຈັດຮຽນຕາມຮູບແບບເຕັມເວລາ ຫຼື 2 ປີ, ສູງສຸດບໍ່ເກີນ 5 ພາກຮຽນ, ປະກອບມີ 5 ໝວດລາຍວິຊາ ແລະ ລວມທັງໝົດມີ 70 ໜ່ວຍກິດ.

ຄຸນສົມບັດຂອງຜູ້ເຂົ້າສຶກສາ

ກ. ເປົ້າໝາຍຜູ້ເຂົ້າສຶກສາ

ພະນັກງານລັດຖະກອນ ທີ່ສັງກັດໃນອົງການຈັດຕັ້ງພັກ-ລັດ, ອົງການມະຫາຊົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ຂ. ເງື່ອນໄຂຜູ້ເຂົ້າສຶກສາ

  1. ມີໃບປະກາດສະນີຍະບັດປະລິນຍາຕີຂົງເຂດ ນິຕິສາດ ແລະ ລັດຖະສາດພ້ອມທັງມີປະຫວັດການຮຽນລະດັບດີຂຶ້ນໄປ.
  2. ເປັນສະມາຊິກພັກປະຊາຊົນປະຕິຫວັດລາວສົມບູນ, ພະນັກງານສືບທອດ ແລະ ໄດ້ຮັບການຕົກລົງເຫັນດີໃຫ້ຮຽນຈາກກົມກອງທີ່ຜູ້ກ່ຽວສັງກັດ.
  3. ມີປະສົບການເຮັດວຽກບໍ່ຕ່ຳກວ່າ 3 ປີ ແລະ ອາຍຸ ບໍ່ເກີນ 45 ປີ.
  4. ຕ້ອງໄດ້ຜ່ານການສອບເສັງເພື່ອເຂົ້າຮຽນສາຂາວິຊານີ້.
  5. ຕ້ອງມີຄວາມສາມາດນຳໃຊ້ພາສາຕ່າງປະເທດໃດໜຶ່ງທີ່ສາມາດຊ່ວຍໃນການຄົ້ນຄວ້າຂອງຕົນໄດ້, ພິເສດຕ້ອງໄດ້ພາສາອັງກິດລະດັບຂັ້ນຕົ້ນຂຶ້ນໄປ.
  6. ຕ້ອງມີຄວາມສາມາດນຳໃຊ້ ຄອມພິວເຕີໃນຂັ້ນພື້ນຖານ
  7. ຕ້ອງມີສຸຂະພາບແຂງແຮງດີ, ບໍ່ມີພະຍາດຕິດແປດຊ້ຳເຮື້ອໃດໆ.

ໂຄງສ້າງຫຼັກສູດ

ປະກອບ ມີ 5 ໝວດວິຊາຮຽນ:

ກ. ໝວດວິຊາ ຄວາມຮູ້ທົ່ວໄປ - 5 ໜ່ວຍກິດ

1

GEN 0111

ພາສາອັງກິດ

3 (2-2-0)

2

CP 1211

ການບໍລິຫານລະບົບຂໍ້ມູນຂ່າວສານ

2 (2-0-0)

ຂ. ໝວດວິຊາ ຄວາມຮູ້ພື້ນຖານວິຊາສະເພາະ - 20 ໜ່ວຍກິດ

1

PH 0211

ປັດຊະຍາ

3 (3-0-0)

2

ME 0311

ເສດຖະສາດການເມືອງ

3 (3-0-0)

3

ME 0311

ຄຸ້ມຄອງເສດຖະກິດ

2 (2-0-0)

4

PS 0411

ການເມືອງວິທະຍາ

1 (1-0-0)

5

SS 0611

ລັດທິສັງຄົມນິຍົມວິທະຍາສາດ

1 (1-0-0)

6

HP 0711

ກໍ່ສ້າງພັກ ແລະ ປະຫວັດສາດພັກ

3 (3-0-0)

7

GL 0911

ລັດ ແລະ ກົດໝາຍ

2 (2-0-0)

8

SC 1011

ສັງຄົມສາດ

1 (1-0-0)

9

AM 1111

ບໍລິຫານອົງການ

2 (2-0-0)

10

SM 0811

ວິທີຄົ້ນຄວ້າວິທະຍາສາດ

2 (2-0-0)

ຄ. ໝວດວິຊາ ສະເພາະ - 29 ໜ່ວຍກິດ

1

ທິດສະດີພື້ນຖານກ່ຽວກັບລັດຖະສາດ

3 (3-0-0)

2

ທິດສະດີພື້ນຖານກ່ຽວກັບນະໂຍບາຍຂອງລັດ

3 (3-0-0)

3

ການບໍລິຫານແບບໃໝ່ໃນກົງຈັກລັດ 1

2 (2-0-0)

4

ການບໍລິຫານແບບໃໝ່ໃນກົງຈັກລັດ 2

2 (2-0-0)

5

ການປົກຄອງ

3 (3-0-0)

6

ການຄຸ້ມຄອງ ຊັບພະຍາກອນມະນຸດໃນກົງຈັກລັດ

3 (3-0-0)

7

ການປົກຄອງທ້ອງຖິ່ນ 1

2 (2-0-0)

8

ການປົກຄອງທ້ອງຖິ່ນ 2

2 (2-0-0)

9

ການພົວພັນສາກົນ

3 (3-0-0)

10

ເຕັກນິກນິຕິກຳ

3 (3-0-0)

11

ເຕັກນິກການເງິນ, ງົບປະມານ ແລະ ການບັນຊີ

3 (3-0-0)

 

ງ. ໝວດວິຊາ ເລືອກ - 4 ໜ່ວຍກິດ

1

ລະບົບການເມືອງ - ການປົກຄອງອາຊຽນ

3 (3-0-0)

2

ການຄຸ້ມຄອງໂຄງການການລົງທຶນຂອງລັດ ແລະ

ໂຄງການຊ່ວຍເຫຼືອ

3 (3-0-0)

3

ພຶດຕິກຳໃນອົງການ

2 (2-0-0)

4

ການພັດທະນາຕົວເມືອງ ແລະ ຊົນນະບົດ

2 (2-0-0)

5

ວິທະຍາສາດຄົ້ນຄວ້າວິຊາການປົກຄອງ

2 (2-0-0)

6

ບໍລິຫານການພັດທະນາ

3 (3-0-0)

7

ວິທະຍາສາດຄົ້ນຄວ້າການປົກຄອງ

1 (1-0-0)

ຈ. ເກັບກຳຂໍ້ມູນ, ຂຽນ ແລະ ປ້ອງກັນວິທະຍານິພົນ - 12 ໜ່ວຍກິດ

ຜູ້ເຂົ້າສຶກສາ-ຄົ້ນຄວ້າຕ້ອງໄດ້ຫາຂໍ້ມູນ, ເກັບກຳຮວບລວມແລ້ວ ຂຽນບົດວິທະຍານິພົນ ແລະ ປ້ອງກັນບົດ