Quick Info

Rating
(5 / 3 votes)

 ກອງ​ປະ​ຊຸມ​ໃຫຍ່ຄັ້ງ V ຂອງ​ຄະ​ນະ​ພັກ​​ຮາກ​ຖານ ​ຄະ​ນະ​ວິ​ທະ​ຍາ​ສາດ​ສັງ​ຄົມ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 19 ກັນ​ຍາ 2019 ຜ່ານມາ,​​ ທີ່​ຫ້ອງ​ປະ​ຊຸມ​ຂອງຄະນະຕົນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ຮສ. ປອ. ອຸດົມ ພອນຄໍາເພັງ ຮອງເລຂາພັກ, ຮອງອະທິການບໍດີ ມະຫາວິທະຍາໄແຫ່ງຊາດ, ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ, ​ມີເລຂາຄະນະພັກຮາກຖານອ້ອມຂ້າງ, ພ້ອມດ້ວຍ​ສະມາຊິກພັກສົມ​ບູນ​​ທົ່ວ​ຄະ​ນະ​ວິ​ທະ​ຍາ​ສາດ​ສັງ​ຄົມ.

ໃນທີ່ປະຊຸມ ສະ​ຫາຍ ຮ​ສ. ປອ. ເດຊາ​ນຸ​ລາດ ແສນດວງ​ເດດ ໄດ້ຂຶ້ນບົດລາຍງານຕໍ່ກອງປະຊຸມ, ສະຫາຍໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານ ວຽກງານການ​ເມືອງ-ແນວຄິດ, ທິດ​ທາງ​ແຜນ​ການໃນຕໍ່ໜ້າ, ການ​ຍົກ​ສູງ​ການ​ນຳ​ພາ​ຂອງ​ພັກ ແລະວຽກ​ງານກວດ​ກາ​ພັກ​. ບັນດາສະມາຊິກພັກໃຫ້ມີຄວາມສາມັກຄີ ແລະເປັນເອກະພາບຢ່າງສູງໃນການປະຕິບັດໜ້າທີ່ວຽກງານຕາມການມອບໝາຍ, ທຸກສະຫາຍມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄວາມຕື່ນຕົວສູງຕໍ່ການປະຕິບັດກົດລະບຽບຂອງພັກ ແລະເປັນແບບຢ່າງໃຫ້ແກ່ມະຫາຊົນ ເຊິ່ງເຫັນໄດ້ຜົນສໍາເລັດອັນຍິ່ງໃຫຍ່ໃນການປະຕິບັດໜ້າທີ່ການເມືອງ, ວິຊາສະເພາະຂອງຕົນ ຕາມພາລະບົດບາດ, ສິດ ແລະໜ້າທີ່ຮັບຜິດຊອບຕາມການມອບໝາຍຂອງອົງຄະນະພັກຂັ້ນເທິງ. ກອງ​ປະ​ຊຸມ​ໃຫຍ່ໄດ້​ຮັບ​ຟັງ​ການ​ປະ​ກອບ​ຄຳ​ເຫັນຈາກ​ຜູ້​ຕາງ​ໜ້າ​ 3 ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ (ຮາກ​ຖານແມ່​ຍິງ, ​ຮາກ​ຖານກຳ​ມະ​ບານແລະ​ຮາກ​ຖານຊາວ​ໜຸ່ມ).

ຈາກນັ້ນ, ໃນທີ່ປະຊຸມໄດ້ມີການປ່ອນບັດ-ຄັດເລືອກເອົາຄະນະພັກຮາກຖານ ຄະ​ນະ​ພັກ​ຮາກ​ຖານ​ ຄະ​ນະ​ວິ​ທະ​ຍາ​ສາດ​ສັງ​ຄົມຊຸດໃໝ່ ຊຸດ​​ທີ V ເຊິ່ງ​ມີ​ຜູ້​ເຂົ້າສະ​ໝັກ​ທັງ​ໝົດ 8 ສະ​ຫາຍ, ເລືອກ​ເອົາ​ 5 ສະ​ຫາຍ, ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ຄະ​ນະ​ພັກ​ຮາກ​ຖານ​ຊຸດ​ໃໝ່ໄດ້​ເລືອກຕັ້ງເອົາ ​ສະ​ຫາຍ ຮ​ສ. ປອ. ເດ​ຊາ​ນຸ​ລາດ ແສນດວງ​ເດດ ເປັນ​ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ ຄະ​ນະ​ວິ​ທະ​ຍາ​ສາດ​ສັງ​ຄົມ, ສະ​ຫາຍ ຮ​ສ.ປອ. ບຸນ​ທະ​ວີ ສໍ​ສຳ​ພັນ ເປັນ​ຮອງ​ເລ​ຂາ​ພັກ, ສະ​ຫາຍ ຮ​ສ. ສະ​ເຫຼີມ​ສັກ ພາ​ບຸດ​ດີ ເປັນ​ປະ​ທານກວດ​ກາ, ສະ​ຫາຍ ປອ. ສາຍ​ໃຈ ສີ​ລາ​ເດດ ແລະສະ​ຫາຍ ນາງ ທຳ ນັນ​ທະ​ວົງ​ສາ ເປັນ​ຄະ​ນະ​ພັກ​.

ໃນທ້າຍພິທີ, ​ສະ​ຫາຍ ຮ​ສ.ປອ.ອຸ​ດົມ ພອນຄຳ​ເພັງ ຮອງ​ເລ​ຂາ​ອົງ​ຄະ​ນະ​ພັກ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່ການ​ຊີ້​ນຳ-ນຳ​ພາ​ຂອງ​ຄະ​ນະ​ພັກ​ຮາກ​ຖານຄະນະວິທະຍາສາດສັງຄົມ ໄລ​ຍະຜ່ານມາ ທີ່​ໄດ້​ນຳ​ພາ​ການ​ຈັດ​ຕັ້ງ​ຂອງ​ພັກ, ສະ​ມາ​ຊິກ​ພັກ, ຄູ​ສອນ, ພະ​ນັກ​ງານທີ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ IV ແລະວາງທິດ​ທາງ​ແຜນ​ການ 5 ປີ​ຂອງ​ຄະ​ນະ​ພັກ​ຮາກ​ຖານ​ຊຸດ​ໃໝ່. ສະ​ຫາຍ​ໄດ້​ຮຽກຮ້ອງ​ມາຍັງຄະ​ນະ​ພັກຊຸດໃໝ່ ແລະສະ​ມາ​ຊິກ​ພັກໃຫ້ສຸມ​ໃສ່​ປະ​ຕິ​ບັດ​ວຽກ​ງານ​​ໃນການ​ນຳ​ພາ ແລະຕ້ານ​​ປາ​ກົດ​ການ​ຫຍໍ້​ທໍ້​ຕ່າງໆ. ກອງ​ປະ​ຊຸມ​ໃຫຍ່​ໄດ້​ຮຽກ​ຮ້ອງ​ມາ​ຍັງ​ຄະ​ນະ​ພັກ​ຮາກ​ຖານ, ຄະ​ນະ​ໜ່ວຍ​ພັກ, ສະ​ມາ​ຊິກ​ພັກ, ຄູ​-ອາຈານ, ພະ​ນັກ​ງານ ແລະນັກ​ສຶກ​ສາ​ຈົ່ງ​ພ້ອມ​ກັນ​ປະ​ຕິ​ບັດ​ມະ​ຕິກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ V ໃຫ້​ເກີດ​ຜົນເປັນ​ຈິງ.