Quick Info
- Rating
ກອງປະຊຸມໃຫຍ່ຄັ້ງ V ຂອງຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 19 ກັນຍາ 2019 ຜ່ານມາ, ທີ່ຫ້ອງປະຊຸມຂອງຄະນະຕົນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ຮສ. ປອ. ອຸດົມ ພອນຄໍາເພັງ ຮອງເລຂາພັກ, ຮອງອະທິການບໍດີ ມະຫາວິທະຍາໄແຫ່ງຊາດ, ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ, ມີເລຂາຄະນະພັກຮາກຖານອ້ອມຂ້າງ, ພ້ອມດ້ວຍສະມາຊິກພັກສົມບູນທົ່ວຄະນະວິທະຍາສາດສັງຄົມ.
ໃນທີ່ປະຊຸມ ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ຂຶ້ນບົດລາຍງານຕໍ່ກອງປະຊຸມ, ສະຫາຍໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານ ວຽກງານການເມືອງ-ແນວຄິດ, ທິດທາງແຜນການໃນຕໍ່ໜ້າ, ການຍົກສູງການນຳພາຂອງພັກ ແລະວຽກງານກວດກາພັກ. ບັນດາສະມາຊິກພັກໃຫ້ມີຄວາມສາມັກຄີ ແລະເປັນເອກະພາບຢ່າງສູງໃນການປະຕິບັດໜ້າທີ່ວຽກງານຕາມການມອບໝາຍ, ທຸກສະຫາຍມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄວາມຕື່ນຕົວສູງຕໍ່ການປະຕິບັດກົດລະບຽບຂອງພັກ ແລະເປັນແບບຢ່າງໃຫ້ແກ່ມະຫາຊົນ ເຊິ່ງເຫັນໄດ້ຜົນສໍາເລັດອັນຍິ່ງໃຫຍ່ໃນການປະຕິບັດໜ້າທີ່ການເມືອງ, ວິຊາສະເພາະຂອງຕົນ ຕາມພາລະບົດບາດ, ສິດ ແລະໜ້າທີ່ຮັບຜິດຊອບຕາມການມອບໝາຍຂອງອົງຄະນະພັກຂັ້ນເທິງ. ກອງປະຊຸມໃຫຍ່ໄດ້ຮັບຟັງການປະກອບຄຳເຫັນຈາກຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ (ຮາກຖານແມ່ຍິງ, ຮາກຖານກຳມະບານແລະຮາກຖານຊາວໜຸ່ມ).
ຈາກນັ້ນ, ໃນທີ່ປະຊຸມໄດ້ມີການປ່ອນບັດ-ຄັດເລືອກເອົາຄະນະພັກຮາກຖານ ຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມຊຸດໃໝ່ ຊຸດທີ V ເຊິ່ງມີຜູ້ເຂົ້າສະໝັກທັງໝົດ 8 ສະຫາຍ, ເລືອກເອົາ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກຮາກຖານຊຸດໃໝ່ໄດ້ເລືອກຕັ້ງເອົາ ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ເປັນເລຂາຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ, ສະຫາຍ ຮສ.ປອ. ບຸນທະວີ ສໍສຳພັນ ເປັນຮອງເລຂາພັກ, ສະຫາຍ ຮສ. ສະເຫຼີມສັກ ພາບຸດດີ ເປັນປະທານກວດກາ, ສະຫາຍ ປອ. ສາຍໃຈ ສີລາເດດ ແລະສະຫາຍ ນາງ ທຳ ນັນທະວົງສາ ເປັນຄະນະພັກ.
ໃນທ້າຍພິທີ, ສະຫາຍ ຮສ.ປອ.ອຸດົມ ພອນຄຳເພັງ ຮອງເລຂາອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພັກຮາກຖານຄະນະວິທະຍາສາດສັງຄົມ ໄລຍະຜ່ານມາ ທີ່ໄດ້ນຳພາການຈັດຕັ້ງຂອງພັກ, ສະມາຊິກພັກ, ຄູສອນ, ພະນັກງານທີ່ໄດ້ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ແລະວາງທິດທາງແຜນການ 5 ປີຂອງຄະນະພັກຮາກຖານຊຸດໃໝ່. ສະຫາຍໄດ້ຮຽກຮ້ອງມາຍັງຄະນະພັກຊຸດໃໝ່ ແລະສະມາຊິກພັກໃຫ້ສຸມໃສ່ປະຕິບັດວຽກງານໃນການນຳພາ ແລະຕ້ານປາກົດການຫຍໍ້ທໍ້ຕ່າງໆ. ກອງປະຊຸມໃຫຍ່ໄດ້ຮຽກຮ້ອງມາຍັງຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ຄູ-ອາຈານ, ພະນັກງານ ແລະນັກສຶກສາຈົ່ງພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ V ໃຫ້ເກີດຜົນເປັນຈິງ.