ໃນລະຫວ່າງວັນທີ 11-12/1/2024 ຄະນະວິທະຍາສາດສັງຄົມ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາປະຈໍາປີ 2023 ຂອງຄະນະວິທະຍາສາດສັງຄົມ ທີ່ຫ້ອງປະຊຸມຣີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຮສ ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ທ່ານ ຮສ ສະເຫຼີມສັກ ພາບຸດດີ ຮັກສາການຄະນະບໍດີ ຄສຄ, ທ່ານ ອຈ ປອ ນ. ສົມຄິດ ບູລິດຳ ຮອງຄະນະບໍດີ ຄສຄ, ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ, ທ່ານ ປອ. ສີສະຫວາດ ໂສມມະລັດ ຮອງຄະນະບໍດີ ຄສຄ ພ້ອມດ້ວຍພະນັກງານ-ຄູອາຈານເຂົ້າຮ່ວມ. ຈຸດປະສົງໃນພິທີດັ່ງກ່າວແມ່ນເພື່ອເປັນການສະຫຼຸບ ການເຄື່ອນໄຫວປະຈໍາປີ 2023 ແລະ ແຜນພັດທະນາໄລຍະ 5 ປີ ຂອງຄສຄ (2021-2025) ເຊິ່ງປະກອບມີ 7 ແຜນງານ, 35 ໂຄງການ, ສະຫຼຸບຜົນສໍາເລັດຕີລາຄາຂໍ້ຄົງຂ້າງ ແລະ ແນວທາງແກ້ໄຂໃນຕໍ່ໜ້າຂອງບັນດາພາກວິຊາ, ພະແນກຕ່າງໆ ນອກຈາກນັ້ນຍັງໄດ້ຜ່ານຂໍ້ຕົກລົງ ແລະ ຮ່ວມກັນຈັບມືຈັດຕັ້ງຂໍ້ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂອງຄສຄ.

ໃນຕອນບ່າຍຂອງວັນທີ 26 ທັນວາ 2023 ຄະນະວິທະຍາສາດສັງຄົມໄດ້ຈັດກອງປະຊຸມຜ່ານເນື້ອໃນຄູ່ມືເພດສຶກສາສຳລັບສອດແຊກເຂົ້າໃນຫຼັກສູດຂອງມະຫາວິທະຍາໄລແຫ່ງຊາດ ທີ່ຫ້ອງປະຊຸມສູນ RTC ພາຍໃຕ້ການສະໜັບສະໜູນໂດຍ ອົົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA), ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ, ທ່ານ ປອ ສີສະຫວາດ ໂສມມະລັດ ຮອງຄະນະບໍດີ ຄສຄ ພ້ອມທັງບັນດາແຂກທີ່ຖືກເຊີນຈາກກົມການສຶກສາຊັ້ນສູງ, ກົມສາມັນ, ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ບັນດາຮອງຄະນະບໍດີຝ່າຍວິຊາການຈາກ 13 ຄະນະທົ່ວມຊ, ອາຈານສອນວິຊາລາວສຶກສາ 1, ທີມງານວິຊາການໃນຄສຄ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອຜ່ານເນື້ອໃນຄູ່ມືການສອດແຊກເພດສຶກສາທີ່ຈະນຳໃຊ້ເຂົ້າໃນວິຊາລາວສຶກສາ 1 ໃນຫຼັກສູດຂອງມະຫາວິທະຍາໄລແຫ່ງຊາດ ພ້ອມທັງປະກອບຄຳເຫັນແລກປ່ຽນໃສ່ຄູ່ມືດັ່ງກ່າວເພື່ອໃຫ້ມີຄວາມເໝາະສົມ ແລະ ສົມບູນຍິ່ງຂຶ້ນ. ກອງປະຊຸມດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.​

ໃນຕອນເຊົ້າຂອງວັນທີ 29 ທັນວາ 2023 ຄະນະວິທະຍາສາດສັງຄົມໄດ້ຈັດຝຶກອົບຮົມການກຳນົດຕຳແໜ່ງງານ ທີ່ຫ້ອງປະຊຸມ 207 ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ ຄສຄ ມຊ ໃຫ້ກຽດເປັນປະທານໂດຍທ່ານ ຮສ ສະເຫຼີມສັກ ພາບຸດດີ ຮັກສາການຄະນະບໍດີ ຄສຄ ພ້ອມດ້ວຍທ່ານ ອຈ ປອ ນ. ສົມຄິດ ບູລິດຳ ຮອງຄະນະບໍດີ ຄສຄ, ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ  ແລະ ໃຫ້ກຽດເປັນວິທະຍາກອນບັນຍາຍແມ່ນ ທ່ານ ນ. ອານົງລິນ ເພັດໄກສອນ ຮອງຫົວໜ້າພະແນກພັດທະນາການຈັດຕັ້ງ ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ນອກນັ້ນຍັງມີຜູ້ຕາງໜ້າຈາກຫ້ອງການວິຊາການມຊ, ຫ້ອງການຫ້ອງການຈັດຕັ້ງ ແລະ ພະນັກງານ, ບັນດາຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາ, ຫົວໜ້າພະແນກ, ຮອງພະແນກ ແລະ ຕາງໜ້າວິຊາການແຕ່ລະພາກສ່ວນເຂົ້າຮ່ວມ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອເຜີຍແຜ່ດຳລັດວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານຂອງລັດຖະກອນແຫ່ງ ສປປ ລາວ ສະບັບເລກທີ 461/ລບ, ນະຄອນຫຼວງວຽງຈັນ ລົງວັນທີ 9/10/2012 ແລະ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການກຳນົດຕຳແໜ່ງງານ ສະບັບເລກທີ 734/ລບ, ລົງວັນທີ 31 ທັນວາ 2022 ໃຫ້ແກ່ບັນດາຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາ, ຫົວໜ້າພະແນກ ແລະ ຮອງພະແນກ ພາຍໃນຄະນະວິທະຍາສາດສັງຄົມ ເພື່ອທີ່ຈະນຳໄປຜັນຂະຫຍາຍ ແລະ ສາມາດກຳນົດຕຳແໜ່ງງານພາຍໃນພາກສ່ວນຂອງຕົນເອງໃຫ້ມີຄວາມເອກະພາບ ແລະ ສອດຄ່ອງກັບນິຕິກຳທີ່ກະຊວງພາຍໃນໄດ້ກຳນົດໄວ້.

On November 24th 2023 The Faculty of Social Sciences (FSS), National University of Laos (Lao People’s Democratic Republic) and The Earth Observation System and Data Center of China National Space Administration (EOSDC) (People’s Republic of China) were signed Memorandum of Agreement at Wenchang, Hainan Province, China. Signed on behalf of FSS, NUOL is Dr. Somkhit BOULIDAM Vice Dean, and Signed on behalf of EOSDC of CNSA is Mr. WANG Fengyu Deputy Director. The objectives of MOA is to establish the Lao Scientific Research Node based on equality and mutual benefit. EOSDC of CNSA is responsible for the overall coordination of the Chinese side.

ໃນຕອນເຊົ້າຂອງວັນທີ 21 ພະຈິກ 2023 ຄະນະວິທະຍາສາດສັງຄົມໄດ້ຈັດພິທີສະຫຼຸບສົກຮຽນ 2022-2023 ແລະ ເປີດສົກຮຽນ 2023-2024 ທີ່ສະໂມສອນມຊ ຊັ້ນ 2 ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ຮສ ສະເຫຼີມສັກ ພາບຸດດີ ຮັກສາການຄະນະບໍດີ ຄສຄ, ທ່ານ ອຈ ປອ ນ. ສົມຄິດ ບູລິດຳ ຮອງຄະນະບໍດີ ຄສຄ, ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ ພ້ອມທັງບັນດາແຂກທີ່ຖືກເຊີນ, ພະນັກງານ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ. ຈຸດປະສົງໃນພິທີດັ່ງກ່າວແມ່ນເພື່ອເປັນການສະຫຼຸບສົກຮຽນ 2022-2023 ແລະ ເປີດສົກຮຽນ 2023-2024,  ມອບ-ຮັບໃບຍ້ອງຍໍໃຫ້ແກ່ພະນັກງານ, ຄູອາຈານ ທີ່ມີຜົນງານປະກອບສ່ວນສະຕິປັນຍາເຂົ້າໃນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ, ພ້ອມດ້ວຍນັກສຶກສາຜູ້ທີ່ມີຜົນງານດີເດັ່ນຮອບດ້ານ, ເດັ່ນການຮຽນ ແລະ ເດັ່ນກິດຈະກໍາ ນອກຈາກນັ້ນຍັງໄດ້ຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 29 ປີ ເພື່ອເປັນການລະນຶກເຖິງບຸນຄຸນຄູອີກດ້ວຍ.

ໃນຕອນເຊົ້າຂອງວັນທີ 17 ພະຈິກ 2023 ທີ່ສູນ RTC ຄສຄ ມຊ ໄດ້ມີພິທີເຊັນບົດບັນທຶກການຮ່ວມມືລະຫວ່າງຄະນະວິທະຍາສາດສັງຄົມ, ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດ YMSL ປະເທດຢີ່ປຸ່ນເຊິ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ, ທ່ານ ມີໄຊ ສຸກຈະເລີນ ຮອງຄະນະບໍດີ ຄອສ, Mr. Alivan Sithara ຜູ້ອຳນວຍການບໍລິສັດ YMSL, ທ່ານ ນ. ບຸນສົດ ໂພທິສານ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດມຊພ້ອມທັງພະນັກງານທັງສອງຝ່າຍເຂົ້າຮ່ວມ. ໃນການເຊັນສັນຍາດັ່ງກ່າວຕາງຫນ້າຝ່າຍຄະນະວິທະຍາສາດສັງຄົມແມ່ນທ່ານ ອຈ ປອ ສາຍໃຈ ສີລາເດດ, ຕາງໜ້າຝ່າຍຄະນະອັກສອນສາດ ທ່ານ ມີໄຊ ສຸກຈະເລີນ ແລະ ຕາງໜ້າຝ່າຍບໍລິສັດ YMSL ປະເທດຢີ່ປຸ່ນແມ່ນ Mr. Alivan Sithara.

ຈຸດປະສົງຂອງການເຊັນບົດບັນທຶກການຮ່ວມມືແມ່ນເພື່ອປັບປຸງທັກສະການໃຊ້ພາສາຢີ່ປຸ່ນ, ພັດທະນາທັກສະການສື່ສານໃນການໃຊ້ພາສາຢີ່ປຸ່ນ, ການຝຶກອົບຮົມການຮັບຕ້ອນ, ການຝຶກອົບຮົມພາກປະຕິບັດການບໍລິການໂຮງແຮມ ແລະ ການແລກປ່ຽນວັດທະນະທຳ.. ພິທີດັ່ງກ່າວໄດ້ດໍາເນີນໄປຕາມວາລະ ແລະ ສໍາເລັດຢ່າງຈົບງາມ.​

 

 ໃນຕອນເຊົ້າວັນທີ 8 ພະຈິກ 2023 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການຢູນີເຊບ ແລະ ມະຫາວິທະຍາໄລແຫ່ງຊາດ  (ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ) ໄດ້ຮ່ວມກັນຈັດເວທີເສວະນາການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານສັງຄົມສົງເຄາະໃນ ສປປ ລາວ ທີ່ໂຮງແຮມດອນຈັນພາເລດ, ເວທີເສວະນານີ້ໄດ້ຮັບກຽດເຂົ້າຮ່ວມໂດຍ ສະຖານທູດອົດສະຕຣາລີ ແລະ ສະຖານທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ນັກສຶກສາສາສັງຄົມສົງເຄາະ ແລະ ສິດເກົ່າທີ່ຈົບສາຂາສັງຄົມສົງເຄາະ. ຈຸດປະສົງໃນການຈັດເວທີເສວະນາແມ່ນເພື່ອສ້າງຄວາມເຂັ້ມແຂງກ່ຽວກັບວຽກງານສັງຄົມສົງເຄາະໃນ ສປປ ລາວ, ໂດຍສະເພາະແມ່ນລາຍງານຄວາມຄືບໜ້າຂອງວຽກງານສັງຄົມສົງເຄາະໃນ ສປປ ລາວ; ວຽກງານການສົ່ງເສີມສະຫວັດດີການ, ສິດທິຂອງເດັກ ແລະ ຄອບຄົວ, ນອກຈາກນັ້ນຍັງເປັນການສະເຫລີມສະຫລອງວັນຄົບຮອບ 50 ປີຂອງອົງການ ຢູນີເຊບ ປະຈໍາ ສປປ ລາວ ໂດຍມີຈຸດປະສົງເພື່ອຍົກສູງບົດບາດຂອງນັກສັງຄົມສົງເຄາະໃນ ສປປ ລາວ ພ້ອມທັງສົ່ງເສີມການຈັດສັນຊັບພະຍາກອນໃຫ້ຫຼາຍຂຶ້ນ. ນອກນັ້ນໃນກອງປະຊຸມດັ່ງກ່າວທັງສາມພາກສ່ວນກໍໄດ້ປະກອບຄຳເຫັນໂດຍສັງເຂບ

  • ທ່ານ​ໃບຄຳ ຂັດຕິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ​ໄດ້ຍົກໃຫ້ເຫັນ​ເຖິງບົດບາດ ແລະ ຄວາມສໍາຄັນຂອງວຽກງານສັງຄົມສົງເຄາະ, ໂດຍເພາະ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ເພື່ອຜັນ​ຂະຫຍາຍ​ລະບົບສັງຄົມສົງເຄາະ ແລະ ລະບົບ​ປົກ​ປ້ອງສັງຄົມ, ປົກປ້ອງ​ເດັກຢູ່​​ພາຍ​ໃນ​ປະ​ເທດ ​ແລະ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນດາ​ຄູ່ຮວມງານເປັນຕົ້ນແມ່ນ ລັດຖະບານ​ອົດ​ສະຕຣາລີ, ລັດຖະບານ ສ.ເກົາຫຼີ ແລະ ອົງການ ຢູນີເຊບ ​ທີ່​ໃຫ້ການ​ສະໜັບສະໜູນຕະຫຼອດມາ.
  • ທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກໍໄດ້ເນັ້ນເຖິງບົດບາດ ແລະ ຄວາມສຳຄັນຂອງການສ້າງບຸກຄະລາກອນທາງສັງຄົມສົງເຄາະທີ່ມີຄຸນນະພາບ ເພື່ອປະກອບສ່ວນເຂົ້າໃນກົນໄກຂອງວຽກງານສັງຄົມສົງເຄາະໃນລາວ ແລະ ຍົກລະດັບເພື່ອເຊື່ອມໂຍງສູ່ມາດຕະຖານໃນພາກພື້ນ ແລະ ສາກົນ. ພ້ອມນັ້ນ ຍັງໄດ້ສະແດງຄວາມພ້ອມໃນການເຮັດວຽກຮ່ວມກັບທຸກພາກສ່ວນໃນການຂັບເຄື່ອນວຽກງານສັງຄົມສົງເຄາະໃນລາວ.
  • ທ່ານ ອາທຸໂຣ ລອມບໍລີ, ວ່າການຜູ້ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ໃນຂະນະທີ່ມີຄວາມຄືບໜ້າຫຼາຍໃນສອງທົດສະວັດທີ່ຜ່ານມາເພື່ອເສີມສ້າງລະບົບການປົກປ້ອງເດັກໃນ ສປປ ລາວ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍກະດູກສັນຫຼັງອັນສໍາຄັນຂອງພວກເຮົາກໍ່ຄຶວຽກງານສັງຄົມສົງເຄາະ;” “​ຜົນສໍາເລັດຂອງການຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ ແລະ ​ການ​ຈັດສັນງົບປະມານ​ໃຫ້ແກ່ວຽກງານສັງຄົມສົງເຄາະກໍໍເປັນການ​ເສີມສ້າງນັກສັງຄົມສົງເຄາະຂອງ​ສປປ ລາວ.

ໃນຕອນບ່າຍຂອງວັນທີ 10 ຕຸລາ 2023 ທີ່ຫ້ອງປະຊຸມສູນ RTC ຄສຄ ມຊ ໄດ້ມີພິທີເຊັນບົດບັນທຶກການຮ່ວມມືລະຫວ່າງພາກວິຊາພູມີສາດ ແລະ ສາລະສົນເທດສາດ ຄສຄ ມຊ ແລະ ບໍລິສັດ EGIS Co.,Ltd ປະເທດເກົາຫຼີໃຕ້. ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ອຈ ປອ ນ. ສົມຄິດ ບູລິດຳ ຮອງຄະນະບໍດີ ຄສຄ,​ ທ່ານ ຜູ້ອຳນວຍການບໍລິສັດ EGIS Co.,Ltd ປະເທດເກົາຫຼີໃຕ້,​ ທ່ານ ນ. ບຸນສົດ ໂພທິສານ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດມຊ ພ້ອມທັງບັນດາຫົວໜ້າ/ຮອງຫົວໜ້າພາກວິຊາ, ຫົວໜ້າ/ຮອງຫົວໜ້າພະແນກ, ຄູອາຈານ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ. ໃນການເຊັນສັນຍາດັ່ງກ່າວຕາງຫນ້າຝ່າຍພາກວິຊາພູມີສາດ ແລະ ສາລະສົນເທດສາດ ຄສຄ ມຊ ແມ່ນທ່ານ ອຈ ປອ ນ. ສົມຄິດ ບູລິດຳ ແລະ ຕາງຫນ້າຝ່າຍບໍລິສັດ EGIS Co.,Ltd ປະເທດເກົາຫຼີໃຕ້ ແມ່ນທ່ານ Mr. Lee Kwangsae. ຈຸດປະສົງຂອງການເຊັນບົດບັນທຶກການຮ່ວມມືແມ່ນເພື່ອຊ່ວຍເຫຼືອສ້າງຄວາມເຂັ້ມແຂງດ້ານວິຊາການໃນຂະແໜງ Digital Twin & GIS ແລະ ສ້າງໂອກາດໃຫ້ນັກສຶກສາໄດ້ເຂົ້າຝຶກງານທີ່ສາຂາຂອງບໍລິສັດ EGIS Co.,Ltd ຢູ່ສປປ ລາວ. ພິທີດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.​