
ຄສຄຈັດພິທີປະຖົມນິເທດໃຫ້ແກ່ນັກສຶກສາປະລິນຍາໂທ ປະຈໍາສົກສຶກສາ 2020-2021
ຄສຄຈັດພິທີປະຖົມນິເທດໃຫ້ແກ່ນັກສຶກສາປະລິນຍາໂທ ປະຈໍາສົກສຶກສາ 2020-2021
ໃນຕອນເຊົ້າຂອງວັນທີ 5 ກັນຍາ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະຖົມນິເທດໃຫ້ແກ່ນັກສຶກສາປະລິນຍາໂທ ປະຈໍາສົກສຶກສາ 2020-2021 ທີ່ສະໂມສອນໃຫຍ່ ມຊ ຊັ້ນ 2, ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ,ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄສຄ, ບັນດາຫົວໜ້າ/ຮອງພາກວິຊາ, ຫົວໜ້າ/ຮອງພະແນກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາປະລິນຍາໂທສາຂາຕ່າງໆຂອງ ຄສຄ ເຂົ້າຮ່ວມ.
ໃນພິທີດັ່ງກ່າວທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ນຳສະເໜີສະພາບລວມຂອງ ຄສຄ ມຊ, ກ່ຽວກັບຫຼັກສູດການຮຽນ-ການສອນເຊິ່ງປະກອບມີ ລະດັບປະລິນຍາຕີ 9 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 3 ຫຼັກສູດ ແລະ ຫຼັກສູດປະລິນຍາໂທ 7 ຫຼັກສູດ. ໃນສົກສຶກສາ 2020-2021 ນີ້, ຄສຄ ໄດ້ເປີດການຮຽນ-ການສອນໃນຫຼັກສູດປະລິນຍາໂທ 7 ຫຼັກສູດຄື: ຫຼັກສູດປະລິນຍາໂທ ສາຂາພັດທະນາສັງຄົມ, ສາຂາວິທະຍາສາດການເມືອງ, ສາຂາບໍລິຫານອຸດສາຫະກຳການທ່ອງທ່ຽວ, ສາຂາການສຶກສາປະຊາກອນ ແລະ ການພັດທະນາ, ສາຂາຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍ, ສາຂາການຄຸ້ມຄອງຊັບພະຍາກອນວັດທະນະທຳ ແລະ ສາຂາການຈັດການພື້ນທີ່ເພື່ອການພັດທະນາ, ມີນັກສຶກສາທີ່ສະໝັກເຂົ້າຮຽນທັງໝົດ 110 ຄົນ ແລະຄາດວ່າຈະໄດ້ດໍາເນີນການຮຽນ-ການສອນໃນຕົ້ນເດືອນຕຸລາ 2020 ນີ້.