ເນື່ອງໃນໂອກາດ ວັນສ້າງຕັ້ງ ຄະນະວິທະຍາສາດສັງຄົມ ຄົບຮອບ 20 ປິ(20 ມິຖຸນາ 2000-20 ມິຖຸນາ 2020) ແລະເພື່ອເປັນການນໍາສະເໜີ, ລາຍງານຜົນງານຜົນງານການເຄື່ອນໄຫວດ້ານຕ່າງໆຂອງຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ(ມຊ) ໃນໄລຍະຜ່ານມາ, ໃນວັນທີ 30 ມິຖຸນາ 2020 ນີ້, ຄະນະວິທະຍາສາດສັງຄົມ ໄດ້ຈັດກອງປະຊຸມສໍາມະນາ ລະດັບຊາດ ຄັ້ງທີ II ກ່ຽວກັບ ບົດຮຽນ ແລະສິ່ງທ້າທາຍຈາກການຄຸ້ມຄອງ ການຈັດສັນຍົກຍ້າຍ ແລະການພັດທະນາ ຂຶ້ນທີ່ຫ້ອງປະຊຸມສະໂມສອນ ມຊ, ໂດຍການໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ມີທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີ ຄະນະວິທະຍາສາດສັງຄົມ, ມີຮອງຄະນະບໍດີ, ຫົວໜ້າພະແນກ, ຫົວໜ້າສູນ ພະນັກງານ, ຄູ-ອາຈານ ແລະແຂກທີ່ຖືກເຊີນເຂົ້າຮ່ວມ. ເຊິ່ງມີບົດລາຍງານຜົນງານ 20 ປີ ຄສຄ ໂດຍຫຍໍ້ດັ່ງລຸ່ມນີ້:
ຄະນະວິທະຍາສາດສັງຄົມສະຫຼຸບຜົນງານຄສຄ ຄົບຮອບ 20 ປີ
