ຄສຄຈັດພິທີປະຖົມນິເທດໃຫ້ແກ່ນັກສຶກສາປະລິນຍາໂທ ປະຈໍາສົກສຶກສາ 2020-2021

        ໃນຕອນເຊົ້າຂອງວັນທີ 5 ກັນຍາ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະຖົມນິເທດໃຫ້ແກ່ນັກສຶກສາປະລິນຍາໂທ ປະຈໍາສົກສຶກສາ 2020-2021 ທີ່ສະໂມສອນໃຫຍ່ ມຊ ຊັ້ນ 2, ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ,ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄສຄ, ບັນດາຫົວໜ້າ/ຮອງພາກວິຊາ, ຫົວໜ້າ/ຮອງພະແນກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາປະລິນຍາໂທສາຂາຕ່າງໆຂອງ ຄສຄ ເຂົ້າຮ່ວມ.

       ໃນພິທີດັ່ງກ່າວທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ນຳສະເໜີສະພາບລວມຂອງ ຄສຄ ມຊ, ກ່ຽວກັບຫຼັກສູດການຮຽນ-ການສອນເຊິ່ງປະກອບມີ ລະດັບປະລິນຍາຕີ 9 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 3 ຫຼັກສູດ ແລະ ຫຼັກສູດປະລິນຍາໂທ 7 ຫຼັກສູດ. ໃນສົກສຶກສາ 2020-2021 ນີ້, ຄສຄ ໄດ້ເປີດການຮຽນ-ການສອນໃນຫຼັກສູດປະລິນຍາໂທ 7 ຫຼັກສູດຄື: ຫຼັກສູດປະລິນຍາໂທ ສາຂາພັດທະນາສັງຄົມ, ສາຂາວິທະຍາສາດການເມືອງ, ສາຂາບໍລິຫານອຸດສາຫະກຳການທ່ອງທ່ຽວ, ສາຂາການສຶກສາປະຊາກອນ ແລະ ການພັດທະນາ, ສາຂາຄຸ້ມຄອງສັງຄົມໃນການຈັດສັນຍົກຍ້າຍ, ສາຂາການຄຸ້ມຄອງຊັບພະຍາກອນວັດທະນະທຳ ແລະ ສາຂາການຈັດການພື້ນທີ່ເພື່ອການພັດທະນາ, ມີນັກສຶກສາທີ່ສະໝັກເຂົ້າຮຽນທັງໝົດ 110 ຄົນ ແລະຄາດວ່າຈະໄດ້ດໍາເນີນການຮຽນ-ການສອນໃນຕົ້ນເດືອນຕຸລາ 2020 ນີ້.

ເນື່ອງໃນໂອກາດ ວັນສ້າງຕັ້ງ ຄະນະວິທະຍາສາດສັງຄົມ ຄົບຮອບ 20 ປິ(20 ມິຖຸນາ 2000-20 ມິຖຸນາ 2020) ແລະເພື່ອເປັນການນໍາສະເໜີ, ລາຍງານຜົນງານຜົນງານການເຄື່ອນໄຫວດ້ານຕ່າງໆຂອງຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ(ມຊ) ໃນໄລຍະຜ່ານມາ, ໃນວັນທີ 30 ມິຖຸນາ 2020 ນີ້, ຄະນະວິທະຍາສາດສັງຄົມ ໄດ້ຈັດກອງປະຊຸມສໍາມະນາ ລະດັບຊາດ ຄັ້ງທີ II ກ່ຽວກັບ ບົດຮຽນ ແລະສິ່ງທ້າທາຍຈາກການຄຸ້ມຄອງ ການຈັດສັນຍົກຍ້າຍ ແລະການພັດທະນາ ຂຶ້ນທີ່ຫ້ອງປະຊຸມສະໂມສອນ ມຊ, ໂດຍການໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ມີທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີ ຄະນະວິທະຍາສາດສັງຄົມ, ມີຮອງຄະນະບໍດີ, ຫົວໜ້າພະແນກ, ຫົວໜ້າສູນ ພະນັກງານ, ຄູ-ອາຈານ ແລະແຂກທີ່ຖືກເຊີນເຂົ້າຮ່ວມ. ເຊິ່ງມີບົດລາຍງານຜົນງານ 20 ປີ ຄສຄ ໂດຍຫຍໍ້ດັ່ງລຸ່ມນີ້:

ໃນຕອນບ່າຍຂອງວັນທີ 29 ກໍລະກົດ 2020 ຄະນະວິທະຍາສາດສັງຄົມໄດ້ປະກາດແຕ່ງຕັ້ງຄະນະບໍດີ ແລະ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຕໍາແໜ່ງບໍລິຫານປະເພດ 3,4,5 ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງມີຜູູ້ເຂົ້າຮ່ວມທັງໝົດ ຈໍານວນ 93 ທ່ານ, ຍິງ 46 ທ່ານ. ຄະນະຈັດຕັ້ງພິທີໄດ້ດໍາເນີນການທາບທາມພ້ອມທັງຜ່ານດໍາລັດຂອງນາຍຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ສຳລັບເລກທີ 354, ລົງວັນທີ 23 ມິຖຸນາ 2020, ໂດຍແຕ່ງຕັ້ງທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ເປັນຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ. ໃນຕອນທ້າຍທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ກຽດໃຫ້ຄໍາໂອວາດຕໍ່ຄະນະບໍດີໂດຍສະເພາະແມ່ນວຽກງານຝຶກອົບຮົມຫຼໍ່ຫຼອມຂອງພະນັກງານລັດຖະກອນ, ການສ້າງຜູ້ສືບທອດ (ດ້ານວິຊາການ ແລະ ຄຸນສົມບັດແນວຄິດການເມືອງ), ປະກົດການຫຍໍ້ທໍ້ທີ່ຄວນສະກັດກັ້ນເປັນຄະຕິເຕືອນໃຈ, ການພັດທະນາວິຊາສະເພາະ, ວິທະຍາສາດ ແລະ ສັງຄົມໃຫ້ເຂັ້ມແຂງ ພ້ອມທັງການທາບທາມບຸກຄະລາກອນຕໍາແໜ່ງບໍລິຫານປະເພດ 3,4, ແລະ 5 ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຂອງກະຊວງສຶກສາທິການ ແລະ ກີລາ. ຫຼັງຈາກນັ້ນ ທ່ານ ຮສ.ປອ ເດຊານຸລາດ ແສນດວງກໍໄດ້ຂຶ້ນກ່າວຮັບຄຳໂອວາດຈາກທ່ານຮອງອະທິການເພື່ອນຳໄປເປັນທິດທາງໃນການປະຕິບັດໜ້າທີ່, ພາລະກິດໃນການພັດທະນາຄສຄ ກໍຄືການປະກອບສ່ວນໃຫ້ແກ່ການພັດທະນາມຊ.

ໃນລະຫວ່າງ ວັນທີ 9-12 ມິຖຸນາ 2019 ຜ່ານມານີ້, ຄະນາຈານ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ເດີນທາງໄປທັດສະນະສຶກສາ ທີ່ບ້ານຈັດສັນ ເຂື່ອນໄຟຟ້ານໍ້າຄານ 3 ແລະ ເຂື່ອນໄຟຟາ້ນໍ້າອູ 2 ແຂວງຫຼວງພະບາງ

 

ນຕອນບ່າຍຂອງວັນທີ 18 ກໍລະກົດ 2020, ທ່ານ ພົງສະຫວັດ ບຸບຜາ ອະດີດຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ມາຢ້ຽມຢາມພົບປະ ເພື່ອກະກຽມການປະຖະກະຖາກ່ຽວກັບການພົວພັນຕ່າງປະເທດໃຫ້ແກ່ຄູ​ອາຈານ ​ແລະ ນັກ​ສຶກສາ​ໃນ ຄສຄ ພ້ອມທັງໄດ້ມອບປຶ້ມຈຳນວນ 05 ເຫຼັ້ມໃຫ້ແກ່ຫ້ອງອ່ານຄສຄ, ຕາງໜ້າຮັບປຶ້ມໂດຍທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີ ແລະ ທ່ານ ຮສ. ປອ. ບຸນທະວີ ສໍສຳພັນ ຮອງຄະນະບໍດີ, ເຊິ່ງປຶ້ມດັ່ງກ່າວປະກອບມີ: ປຶ້ມການຂະຫຍາຍ ຕົວຂອງລັດລາວ (ສະບັບພາສາລາວ ແລະ ພາສາອັງກິດ), ປຶ້ມການທູດລາວ 70 ປີ (1945-2015), ປຶ້ມຫໍຄຳທຳນຽບປະທານປະເທດ ແລະ ປຶ້ມ Lao Shitoryu Karatedo Academic 5th Anniversary 2016 ຊຶ່ງ​ທັງ​ໝົດ​ນີ້​ແມ່ນ​ຜົນງານ​ການ​ຄົ້ນຄວ້າ ຮຽບຮຽງ​ຂອງ​ເພິ່ນ​ເອງ. ປຶ້ມດັ່ງກ່າວລ້ວນແຕ່ມີ​ຄຸນຄ່າ, ເປັນປະໂຫຍດ ແລະ ເປັນຄວາມຮູ້ໃນການສຶກສາຄົ້ນຄວ້າເຂົ້າໃນການຮຽນ-ການສອນໃຫ້ແກ່ຄູອາຈານ ແລະ ນັກສຶກສາພາຍໃນຄະນະວິທະຍາສາດສັງຄົມ.WhatsApp Image 2020 07 23 at 09.55.10

ໃນລະຫວ່າງວັນທີ 10-12 ກຸມພາ 2020 ຜ່ານມານີ້, ສູນຄົ້ນຄວ້າ ແລະເຝິກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກຍ້າຍ(ສູນ RTC) ຄະນະວິທະຍາສາດສັງຄົມ(ຄສຄ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມທົບທວນ