ໃນຕອນເຊົ້າ ວັນທີ​23 ພຶດສະພາ 2023 ທີ່ສະໂມສອນມຊຊັ້ນ2. ຄະນະວິທະຍ​າສາດສັງຄົມ​ ມະຫາ​ວິທະຍາໄລແຫ່ງຊາດ ໄດ້ຈັດພິທີເປີດຫລັກສູດປະລິນຍາເອກວິທະຍາສາດສັງຄົມ ສາຂາການພັດທະນາສັງຄົມ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຮອງ ອະທິການ​ບໍດີ ມະຫາວິທະຍາໄລແຫ່ງຊາດ,​ ເຂົ້າຮ່ວມໂດຍບັນດາແຂກທີ່ຖືກເຊີນຈາກພາກສ່ວນອ້ອມຂ້າງ, ພ້ອມທັງຄະນາຈານ ແລະ ນັກສຶກສາຈາກຄະນະວິທະຍາສາດສັງຄົມເຂົ້າຮ່ວມ.
ຈຸດປະສົົງໃນພິທີດັ່ງກ່າວແມ່ນເພື່ອເປີດຫລັກສູດ​ປະລິນຍາເອກ​ສາຂາພັດທະນາສັງຄົມ ໂດຍອີງຕາມຂໍ້ຕົກລົງ​ຂອງລັດຖະມົນຕີກະຊວງສຶກສາ ແລະ ກິລາວ່າດ້ວຍການຮັບຮອງ ແລະ ອະນຸມັດຫລັກສູດປະລິນຍາເອກສາຂາການພັດທະນາສັງຄົມ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 1312/ສສກ, ລົງວັນທີ 10 ເມສາ 2023.
ກອງປະຊຸມໄດ້ມີການສະເໜີພາບລວມຂອງການສ້າງຫຼັກສູດ, ການຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການຈັດການຮຽນ-ການສອນຫຼັກສູດການສຶກສາໃນມຊ ພ້ອມທັງເປີດໂອກາດແລກປ່ຽນຄວາມຄິດເຫັນຕໍ່ຫລັກສູດ ເຊິ່ງມີບັນດາທ່ານໃຫ້ຄວາມສົນໃຈໃນປະກອບຄຳເຫັນທີ່ເປັນປະໂຫຍດເພື່ອເປັນແນວທາງໃນນຳໄປໝູນໃຊ້ເຂົ້າໃນການປັບປຸງ ພັດທະນາ​ຫລັກສູດໃຫ້ດີຂຶ້ນໃນຕໍ່ໜ້າ. ໃນຕອນທ້າຍ ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າຫຼັກສູດປະລິນຍາເອກ ສາຂາພັດທະນາສັງຄົມ ໄດ້ມີຄຳເຫັນຕໍ່ພິທີດັ່ງກ່າວ ເຊິ່ງຍົກໃຫ້ເຫັນເຖິງຄວາມພະຍາຍາມລິເລີ່ມໃນການສ້າງຫລັກສູດ, ຄວາມສຳຄັນຂອງຫລັກສູດຕໍ່ກັບການພັດທະນາວຽກງານການສຶກສາໂດຍສະເພາະຄະນະວິທະຍາສາດສັງຄົມ,​ ມະຫາວິທະຍາໄລແຫ່ງຊາດ,​ກະຊວງສຶກສາ​ທິການ​ແລະ​ກິລາ​ກໍຄື ປະເທດຊາດ ເຊິ່ງເນື້ອໃນຂອງຫລັກສູດແມ່ນແນໃສ່ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ ແລະ ປະ ສົບການດ້ານການພັດທະນາສັງຄົມຕາມແນວທາງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ມີວິໄສທັດເປັນຜູ້ ນໍາດ້ານການພັດທະນາໃຫ້ເກີດມີການປ່ຽນແປງໃໝ່ ໂດຍການນໍາໃຊ້ເທັກໂນໂລຢີທັນສະໄໝ ເພື່ອພັດທະນາປະເທດ ຊາດໃຫ້ຈະເລີນທຽບເທົ່າລະດັບພາກພື້ນ, ສາກົນ ແລະ ມີຄວາມຍືນຍົງ.ນອກນັ້ນເພິ່ນຍັງຍົກໃຫ້ເຫັນເຖິງການຮັບປະກັນທັງປະລິມານ ແລະ ຄຸນນະພາບ ຄວບຄູ່ກັນ ໂດຍສະເພາະການພັດທະນາຂະບວນການຮຽນ-ການສອນ, ການພັດທະນາຕຳແຫນ່ງວິຊາການຂອງອາຈານສອນ,​ຄວາມຫລາຍຫລາຍຂອງອາຈານສອນຮັບເຊີນຈາກພາຍໃນ ແລະ ພາຍນອກ,​ ການເຊື່ອມໂຍງມາດຖານການຮຽນໃຫ້ທຽບເທົ່າພາກພື້ນ,​ ສາກົນ,​ ຂະບວນການຄັດເລືອກເອົານັກສຶກສາ,​ ການລົງວາລະສານ ແລະ ປະເດັນອື່ນໆທີ່ກ່ຽວຂ້ອງ ນອກນັ້ນຍັງເນັ້ນໜັກເຖິງວຽກງານການບໍລິຫານ,​ການຄຸ້ມຄອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ,​ ນຳໃຊ້ຫລັກສູດ OBEເຂົ້າໃນການຮຽນ-ການສອນ ໂດຍເນັ້ນນັກສຶກສາເປັນໃຈກາງ, ປະຕິບັດຕາມລະບຽບການທີ່ໄດ້ກຳນົດໄວ້ໃນຫລັກສູດຢ່າງເຂ້ມງວດ ພ້ອມທັງຮັບປະກັນລັກສະນະຊາດ ແລະ ມະຫາຊົນ. ພິທີ​ເປີດ​ຫລັກສູດ​ໄດ້ດຳເນີນໄປຕາມວາລະ ເປົ້າໝາຍຂອງກອງປະຊຸມ ແລະ ສຳເລັດໄປດ້ວຍດີ.

ໃນຕອນບ່າຍຂອງວັນທີ 5 ເມສາ 2023 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ພາຍໃຕ້ການເປັນປະທານ ແລະ ບັນຍາຍໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ກອງປະຊຸມດັ່ງກ່າວໄດ້ມີຄະນະພັກຮາກຖານ, ຮອງຄະນະບໍດີ ແລະ ບັນດາຫົວໜ້າ/ຮອງ​ຫົວ​ໜ້າພາກວິຊາ, ຫົວໜ້າ/ຮອງ​ຫົວ​ໜ້າພະແນກ, ຫົວໜ້າສູນ,  ພະນັກງານ, ຄູ-ອາຈານທົ່ວຄສຄ ແລະ ນັກສຶກສາຈຳນວນໜຶ່ງເຂົ້າຮ່ວມ ລວມຜູ້ເຂົ້າຮ່ວມທັງໝົດ 93 ຄົນ.

ຈຸດປະສົງໃນການຈັດຕັ້ງພິທີປາຖະກະຖາແມ່ນເພື່ອໃຫ້ບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດພາຍໃຕ້ການຊີ້້ນຳຂອງພັກ, ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ຂອງພັກເຂົ້າໃນການນຳພາ-ຊີ້ນຳ ຈັດຕັ້ງພາລະກິດປ່ຽນແປງໃໝ່ຂອງພັກ, ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ແນວທາງຂອງພັກ ແລະ ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນ້ຳໃຈເສຍສະຫຼະອັນສູງສົ່ງຂອງບັນດານັກຮົບທີ່ໄດ້ອຸທິດຕົນເພື່ອປະເທດຊາດ

ພິທີປາຖະກະຖາດັ່ງກ່າວໄດ້ມີການເຜີຍແຜ່ 2 ເອ​ກະ​ສານສໍາຄັນດັ່ງລຸ່ມນີ້:

  • ວັນຄຽດແຄ້ນຂອງປະຊາຊົນປະຕິວັດລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ
  • ເສີມຂະຫຍາຍມູນເຊື້ອແຫ່ງການນຳພາຂອງພັກເຂົ້າໃນການປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ

ພິທີປາຖະກະຖາໄດ້ດຳເນີນໄປຕາມວາລະ​ ໃນ​ຕອນ​ທ້າຍ​ກອງ​ປະ​ຊຸມຍັງ​ໄດ້​ຮັບ​ການ​ໂອ້​ລົມ​ຈາກ​ທ່ານຮອງອະທິການບໍດີໃຫ້ຍົກໃຫ້ເຫັນວິກິດການສະພາບເສດຖະກິດໃນປະຈຸບັນ ລວມໄປເຖິງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງປຸກລະດົມແນວຄິດໃຫ້ມີຄວາມໜັກແໜ້ນບໍ່ໃຫ້ມີແນວຄິດທໍ້ຖອຍ ແລະ ໃຫ້ເຂົ້າໃຈຕໍ່ສະພາບການປ່ຽນແປງຂອງສັງຄົມໃນປະຈຸບັນ.  

ແຜນງານທີ່ດິນ ອົງການ GIZ ຮ່ວມກັບ ສູນເພດພາວະສຶກສາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບຄວາມສະດຸ້ງໄວດ້ານເພດພາວະໃຫ້ແກ່ຄູຝຶກລະບົບຖານຂໍ້ມູນທະບຽນທີ່ດິນ ໃນລະຫວ່າງວັນທີ 23-24/03/2023 ທີ່ໂຮງແຮມນິວໂຣສ໌ ນະຄອນຫຼວງວຽງຈັນ, ເຊິ່ງສະໜັບສະໜູນການຈັດຝຶກອົບຮົມໂດຍ GIZ. ການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23/03/23 ພາຍໃຕ້ການເປັນປະທານຂອງທ່ານ ພັນທະລີ ມະນີວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພ້ອມນັ້ນໃຫ້ກຽດເຂົ້າຮ່ວມໂດຍທ່ານ ແບນດ໌ ເມສເຊີສມິດ ຫົວໜ້າແຜນງານທີ່ດິນ GIZ, ທ່ານ ຟິນລິບ ບອນຕູຢານ ຫົວໜ້າ ICD, GIZ, ທ່ານ ພັກວັນໄຊ ປະຖໍາວົງສາ ຮອງຫົວໜ້າພະແນກພັດທະນາບຸກຄະລາກອນ ກົມຈັດຕັ້ງ ແລະ ພະນັກງານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ປອ ນ. ຈໍາປາທອງ ໂພຈັນທິລາດ ຫົວໜ້າສູນເພດພາວະສຶກສາ ຄສຄ ມຊ ພ້ອມຄະນະ, ຄະນະຮັບຜິດຊອບຈັດການຝຶກອົບຮົມຈາກ GIZ, ນັກສໍາມະນາກອນຈາກກົມທີ່ດິນ ຈໍານວນ 12 ທ່ານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ 4 ທ່ານ, ຈາກວິທະຍາໄລສັບພະວິຊາ 2 ທ່ານ, ຄະນະວິທະຍາສາດປ່າໄມ້ 2 ທ່ານ ລວມຜູ້ເຂົ້າຮ່ວມທັງໝົດຈໍານວນ 32 ຍິງ 10 ທ່ານ

ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ພະນັກງານກ່ຽວກັບຄວາມສະດຸ້ງໄວດ້ານເພດພາວະ ໂດຍສະເພາະແມ່ນນະໂຍບາຍສົ່ງເສີມຄວາມສະເໝີພາບຍິງ-ຊາຍ (ຄວາມສະດຸ້ງໄວຕໍ່ບັນຫາດ້ານເພດພາວະໃນວຽກງານການຂຶ້ນທະບຽນທີ່ດິນ), ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບຄວາມສະເໝີພາບຍິງ-ຊາຍ ແລະ ການຄຸ້ມຄອງທີ່ດິນ, ແນວຄວາມຄິດເບື້ອງຕົ້ນກ່ຽວກັບເພດພາວະ, ການມີສ່ວນຮ່ວມຂອງແມ່ຍິງໃນຂະບວນການຂຶ້ນທະບຽນຕອນດິນ ແລະ ກຳມະສິດທີ່ດິນ, ການວິເຄາະດ້ານເພດພາວະ, ເທັກນິກການຝຶກອົບຮົມດ້ານເພດພາວະ ແລະ ສ້າງແຜນຝຶກອົບຮົມດ້ານເພດພາວະ.

ການຝຶກອົບຮົມດັ່ງກ່າວໄດ້ມີການບັນຍາຍ, ສົນທະນາແລກປ່ຽນຖາມ-ຕອບສອດແຊກເຂົ້າໃນກິດຈະກຳ, ການເຮັດວຽກເປັນກຸ່ມ ແລະ ການນຳສະເໜີເພື່ອແລກປ່ຽນຄວາມຄິດເຫັນ, ການສາທິດທັກສະການຝຶກອົບຮົມເພດພາວະ ພ້ອມທັງມີການສະຫຼຸບຖອດຖອນບົດຮຽນຜົນຂອງການຝຶກອົບຮົມ ເຊິ່ງສຳເລັດຕາມແຜນຂອງການຝຶກອົບຮົມທີ່ວາງໄວ້.

ໃນວັນທີ 16 ທັນວາ 2022 ຄະນະຮັບຜິດຊອບໂຄງການປົກປັກຮັກສາມໍລະດົກວັດທະນະທຳປະເພດຮູບສະຫຼັກຫີນທີ່ເມືອງປາກລາຍໄດ້ຕ້ອນຮັບ ທ່ານ Michel Lorrillard ຜູ້ອໍານວຍການສະຖາບັນຄົ້ນຄວ້າພາກຕາເວັນອອກໄກຝຣັ່ງ (EFEO) ປະຈໍານະຄອນຫຼວງວຽງຈັນ ທີ່ມີຄວາມສົນໃຈໄດ້ມາພົບປະແລກປ່ຽນດ້ານວິຊາການກັບທາງໂຄງການ.  ໃນການພົບປະຄັ້ງນີ້ ທ່ານ ອຈ. ປອ. ຈໍາປາທອງ ໂພຈັນທິລາດ ຫົວໜ້າໂຄງການໄດ້ລາຍງານກ່ຽວກັບຄວາມເປັນມາ, ຈຸດປະສົງໂຄງການ ແລະ ການຈັດຕັ້ງກິດຈະກຳຂອງໂຄງການໃຫ້ທາງສະຖາບັນໄດ້ຮັບຊາບ.  ໃນນີ້ທ່ານຜູ້ອໍານວຍການສະຖາບັນຍັງມີຄວາມສົນໃຈເຈາະຈົງກ່ຽວກັບການສໍາຫຼວດທາງບູຮານຄະດີຢູ່ດອນຮອນ ຊຶ່ງທ່ານ ຊອ. ປທ. ວັນນະເສີນ ໃຈຍາຫວາດ ຜູ້ປະສານງານໂຄງການ ແລະ ຊອ. ປທ. ມະນີວັນ ແສງພະຈັນ ນັກວິໄຈໂຄງການໄດ້ລາຍງານຜົນການສໍາຫຼວດເບື້ອງຕົ້ນ. ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຂໍ້ມູນທາງວິຊາການ ຊຶ່ງດຳເນີນໄປດ້ວຍຄວາມຟົດຟື້ນພ້ອມທັງຈະສືບຕໍ່ແລກປ່ຽນທາງດ້ານວິຊາການກັນໃນຄັ້ງຕໍ່ໄປ.

English text below:

Academic exchange meeting between Pak Lai Rock Art Cultural Preservation in Laos Project and Ecole Française d’Extrême-Orient in Vientiane (EFEO Vientiane)

On 16 December 2022, Dr. Michel Lorrillard, a director of Ecole Française d’Extrême-Orient in Vientiane (EFEO Vientiane) visited Pak Lai Rock Art Cultural Preservation in Laos Project at the Faculty of Social Sciences.  The meeting aims to exchange the information and networking on the archaeological survey especially his interest in Done Hone Iceland.  Dr. Champathong Phochanthilath, a project team leader, provided the overview of the Pak Lai Rock Art Project, then Mr. Vannasern Chaiyavath and Ms. Manivanh Sengphachanh presented findings of the survey. 

ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ ແລະ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງປາກລາຍໄດ້ເລີ່ມດຳເນີນການສຳຫຼວດທາງບູຮານຄະດີພາຍໃຕ້ ໂຄງການປົກປັກຮັກສາມໍລະດົກວັດທະນະທຳປະເພດຮູບສະຫຼັກຫີນທີ່ເມືອງປາກລາຍ ເປັນຄັ້ງທຳອິດຢູ່ 6 ບ້ານ 1 ວັດ ແລະ 1 ດອນ.  ຊຶ່ງໃນວັນທີ 1 ທັນວາ 2022 ທີມງານໄດ້ສຳຫຼວດພົບຫີນສະຫຼັກຮູບພາບ ຫຼື ປະຊາຊົນເຂດດັ່ງກ່າວເອີ້ນວ່າ ກ້ອນຮູບ ທີ່ບ້ານແຄ ເມືອງປາກລາຍ ສັນນິຖານວ່າມີອາຍຸໃນຍຸກເຫຼັກ ນອນໃນຍຸກກ່ອນປະຫວັດສາດ.  ການສຳຫຼວດຄັ້ງນີ້ ທີມງານໄດ້ສໍາຫຼວດຢູ່ທີ່ບ້ານຜາລຽບ ແລະ ດອນຮອນ ຊຶ່ງເປັນເຂດເມືອງເກົ່າ ທີ່ສໍາຄັນໃນອານາຄົດອາດຈະສູນຫາຍໄປເນື່ອງຈາກໄດ້ຮັບຜົນກະທົບຈາກການພັດທະນາເຂື່ອນໄຟຟ້າ.  ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກ UNESCO ແລະ ຈະດຳເນີນການຈັດຕັ້ງປະຕິບັດກິດຈະກຳໂຄງການໃນໄລຍະເວລາ 1 ປີ.

ຮູບພາບເພີ່ມເຕີມ

https://drive.google.com/drive/folders/1Uai2PKYoM5tm0lZ3Bc53IJ5hyDvxTDCq?usp=share_link

English is below:

The research team of History and Archaeology Department, Faculty of Social Sciences, National University of Laos, in partnership with Provincial Department of Information, Culture and Tourism and District Division of Information, Culture and Tourism, has conducted archaeological survey under the Pak Lai Rock Art Cultural Preservation in Laos which funded by UNESCO.  The field research included 6 villages, 1 temple and 1 Iceland.  On December 1, 2022 the survey team found the craving rock art (Kone Houp is named by local villagers) in Ban Khae, Pak Lai district and it might be created in the iron age.  Also, the team has carried out the survey in Ban Pha Liep and Done Hone where was an ancient city as well as might be disappeared in the future due to the impact of hydro power dam development project.

ໃນຕອນເຊົ້າຂອງວັນທີ 6 ທັນວາ 2022 ທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ພ້ອມດ້ວຍຄະນະຈານໄດ້ຮັບຕ້ອນ ທ່ານ ອຈ ປທ ສົມໃຈ ໄພຍະວົງ ວ່າການຄະນະບໍດີ ພ້ອມດ້ວຍຄະນາຈານຈາກຄະນະສຶກສາສາດ ມະຫາວິທະຍາໄລສຸພານຸວົງ ໃນການລົງມາຢ້ຽມຢາມພົບປະ ໂດຍມີຈຸດປະສົງເພື່ອແລກປ່ຽນບົດຮຽນ, ປະສົບການກ່ຽວກັບການສ້າງຫຼັກສູດການຮຽນ-ການສອນລະດັບປະລິນຍາຕີ ໂດຍສະເພາະແມ່ນຫຼັກສູດການເມືອງ ແລະ ບໍລິຫານລັດຖະກິດ, ຫຼັກສູດປະຫວັດສາດ ແລະ ມະນຸດວິທະຍາ, ຫຼັກສູດບູຮານວິທະຍາ ແລະ ຄຸ້ມຄອງມໍລະດົກ ທີ່ນອນໃນຫຼັກສູດການຮຽນ-ການສອນຂອງຄະນະວິທະຍາສາດສັງຄົມ.

ສູນເພດພາວະສຶກສາ (GSC) ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມ (ແບບອອນລາຍ) ກ່ຽວກັບ “ຄວາມສະດຸ້ງໄວຕໍ່ບົດບາດຍິງ-ຊາຍໃນວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ” ໃນວັນທີ 27-28/1/2022, ເຊິ່ງໄດ້ຮັບການສະໜັບສະໜູນການຝຶກອົບຮົມໂດຍ EU, DZ SDC, CEGGA, GIZ. ພາຍໃຕ້ການເປັນປະທານຂອງທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ກະຊວງຍຸຕິທຳ, Mr. Erik Haggqvist ຫົວໜ້າແຜນງານ CEGGA ແລະ ທ່ານ ປອ ນ. ຈຳປາທອງ ໂພຈັນທິລາດ ຫົວໜ້າສູນເພດພາວະສຶກສາ ຄສຄ ມຊ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ແລກປ່ຽນປະສົບການກ່ຽວກັບວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານບົນພື້ນຖານເພດພາວະຮ່ວມກັບຜູ້ຕາງໜ້າຈາກກະຊວງຍຸຕິທຳ, ພະແນກຍຸຕິທຳແຂວງ, ຂະແໜງສົ່ງເສີມວຽກງານຍຸຕິທຳ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທີມງານ CEGGA  ແລະ ທິມງານອາຈານໃນສູນເພດພາວະສຶກສາ ຄສຄ ມຊ.

ເນື້ອໃນຝຶກອົບຮົມດັ່ງກ່າວແມ່ນໄດ້ເນັ້ນໜັກເຖິງນິຕິກຳຕ່າງໆທີ່ກ່ຽວຂ້ອງກັບຄວາມສະເໝີພາບຍິງ-ຊາຍ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ແນວຄວາມຄິດກ່ຽວກັບເພດພາວະ, ບົດບາດຍິງ-ຊາຍ, ສາຍກ່ຽວພັນລະຫວ່າງຍິງ-ຊາຍ, ຄວາມສະເໝີພາບທາງເພດ ແລະ ຄວາມເປັນທຳທາງເພດ, ການຈຳແນກຕໍ່ແມ່ຍິງ ແລະ ບັນທັດຖານທາງສັງຄົມ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ການເຂົ້າເຖິງຄວາມຍຸຕິທຳ, ການເບິ່ງບັນຫາດ້ວຍມຸມມອງຄວາມເທົ່າທຽມທາງເພດຕໍ່ກໍລະນີການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ.

ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ, ມີການບັນຍາຍ, ສົນທະນາແລກປ່ຽນຖາມ-ຕອບສອດແຊກເຂົ້າໃນກິດຈະກຳ, ການເຮັດວຽກເປັນກຸ່ມ ແລະ ການນຳສະເໜີເພື່ອແລກປ່ຽນຄວາມຄິດເຫັນພ້ອມທັງມີການສະຫຼຸບຖອດຖອນບົດຮຽນຜົນຂອງການຝຶກອົບຮົມ ເຊິ່ງສຳເລັດຕາມແຜນຂອງການຝຶກອົບຮົມທີ່ວາງໄວ້.

ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການແນະນຳຂອບສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ ໃນລະຫວ່າງວັນທີ 17-21/01/2022 ທີ່ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງສະໜັບສະໜູນທຶນໂດຍໂຄງການສ້າງຄວາມສາມາດດ້ານການປົກປ້ອງສັງຄົມ (PICE-LENS2-006), ທະນາຄານໂລກ ແລະ ກອງທຶນປົກປັກຮັກສາສິ່ງແວດລ້ອມ. ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ພະນັກງານ, ຄູອາຈານ ຈາກມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ ກ່ຽວກັບການແນະນຳຂອບສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ ໂດຍມີຫົວຂໍ້ດັ່ງນີ້1) ການປະເມີນ ແລະ ການຄຸ້ມຄອງຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, 2) ແຮງງານ ແລະ ເງື່ອນໄຂການເຮັດວຽກ, 3) ປະສິດທິພາບການນຳໃຊ້ຊັບພະຍາກອນ ແລະ ສະກັດກັ້ນ ແລະ ການຄຸ້ມຄອງມົນລະພິດ, 4) ສຸຂະພາບ ແລະ ຄວາມປອດໄພຂອງຊຸມຊົນ, 5) ການເວນຄືນທີ່ດິນ, ການຈຳກັດການນຳໃຊ້ທີ່ດິນ ແລະ ການຈັດສັນຍົກຍ້າຍແບບບໍ່ສະໝັກໃຈ, 6) ການອະນຸຮັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ມີຊີວິດແບບຍືນຍົງ, 7) ປະຊາຊົນພື້ນເມືອງ/ຊຸມຊົນທ້ອງຖິ່ນດັ້ງເດີມທີ່ຖືກປະປ່ອຍຢູ່ເຂດລຸ່ມຊາຮາຣາຂອງອາຟຣິກາ, 8) ມໍລະດົກທາງດ້ານວັດທະນະທຳ, 9) ສື່ກາງທາງການເງິນ ແລະ 10) ການມີສ່ວນຮ່ວມຂອງຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ການເປີດເຜີຍຂໍ້ມູນຂ່າວສານ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ສຳເລັດຕາມແຜນຂອງການຝຶກອົບຮົມຕາມຄາດໝາຍທີ່ວາງໄວ້.