ສູນເພດພາວະສຶກສາ (GSC) ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມ (ແບບອອນລາຍ) ກ່ຽວກັບ “ຄວາມສະດຸ້ງໄວຕໍ່ບົດບາດຍິງ-ຊາຍໃນວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ” ໃນວັນທີ 27-28/1/2022, ເຊິ່ງໄດ້ຮັບການສະໜັບສະໜູນການຝຶກອົບຮົມໂດຍ EU, DZ SDC, CEGGA, GIZ. ພາຍໃຕ້ການເປັນປະທານຂອງທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ກະຊວງຍຸຕິທຳ, Mr. Erik Haggqvist ຫົວໜ້າແຜນງານ CEGGA ແລະ ທ່ານ ປອ ນ. ຈຳປາທອງ ໂພຈັນທິລາດ ຫົວໜ້າສູນເພດພາວະສຶກສາ ຄສຄ ມຊ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ແລກປ່ຽນປະສົບການກ່ຽວກັບວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານບົນພື້ນຖານເພດພາວະຮ່ວມກັບຜູ້ຕາງໜ້າຈາກກະຊວງຍຸຕິທຳ, ພະແນກຍຸຕິທຳແຂວງ, ຂະແໜງສົ່ງເສີມວຽກງານຍຸຕິທຳ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທີມງານ CEGGA  ແລະ ທິມງານອາຈານໃນສູນເພດພາວະສຶກສາ ຄສຄ ມຊ.

ເນື້ອໃນຝຶກອົບຮົມດັ່ງກ່າວແມ່ນໄດ້ເນັ້ນໜັກເຖິງນິຕິກຳຕ່າງໆທີ່ກ່ຽວຂ້ອງກັບຄວາມສະເໝີພາບຍິງ-ຊາຍ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ແນວຄວາມຄິດກ່ຽວກັບເພດພາວະ, ບົດບາດຍິງ-ຊາຍ, ສາຍກ່ຽວພັນລະຫວ່າງຍິງ-ຊາຍ, ຄວາມສະເໝີພາບທາງເພດ ແລະ ຄວາມເປັນທຳທາງເພດ, ການຈຳແນກຕໍ່ແມ່ຍິງ ແລະ ບັນທັດຖານທາງສັງຄົມ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ການເຂົ້າເຖິງຄວາມຍຸຕິທຳ, ການເບິ່ງບັນຫາດ້ວຍມຸມມອງຄວາມເທົ່າທຽມທາງເພດຕໍ່ກໍລະນີການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ.

ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ, ມີການບັນຍາຍ, ສົນທະນາແລກປ່ຽນຖາມ-ຕອບສອດແຊກເຂົ້າໃນກິດຈະກຳ, ການເຮັດວຽກເປັນກຸ່ມ ແລະ ການນຳສະເໜີເພື່ອແລກປ່ຽນຄວາມຄິດເຫັນພ້ອມທັງມີການສະຫຼຸບຖອດຖອນບົດຮຽນຜົນຂອງການຝຶກອົບຮົມ ເຊິ່ງສຳເລັດຕາມແຜນຂອງການຝຶກອົບຮົມທີ່ວາງໄວ້.