ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການແນະນຳຂອບສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ ໃນລະຫວ່າງວັນທີ 17-21/01/2022 ທີ່ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງສະໜັບສະໜູນທຶນໂດຍໂຄງການສ້າງຄວາມສາມາດດ້ານການປົກປ້ອງສັງຄົມ (PICE-LENS2-006), ທະນາຄານໂລກ ແລະ ກອງທຶນປົກປັກຮັກສາສິ່ງແວດລ້ອມ. ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ພະນັກງານ, ຄູອາຈານ ຈາກມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ ກ່ຽວກັບການແນະນຳຂອບສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ ໂດຍມີຫົວຂໍ້ດັ່ງນີ້1) ການປະເມີນ ແລະ ການຄຸ້ມຄອງຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, 2) ແຮງງານ ແລະ ເງື່ອນໄຂການເຮັດວຽກ, 3) ປະສິດທິພາບການນຳໃຊ້ຊັບພະຍາກອນ ແລະ ສະກັດກັ້ນ ແລະ ການຄຸ້ມຄອງມົນລະພິດ, 4) ສຸຂະພາບ ແລະ ຄວາມປອດໄພຂອງຊຸມຊົນ, 5) ການເວນຄືນທີ່ດິນ, ການຈຳກັດການນຳໃຊ້ທີ່ດິນ ແລະ ການຈັດສັນຍົກຍ້າຍແບບບໍ່ສະໝັກໃຈ, 6) ການອະນຸຮັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ມີຊີວິດແບບຍືນຍົງ, 7) ປະຊາຊົນພື້ນເມືອງ/ຊຸມຊົນທ້ອງຖິ່ນດັ້ງເດີມທີ່ຖືກປະປ່ອຍຢູ່ເຂດລຸ່ມຊາຮາຣາຂອງອາຟຣິກາ, 8) ມໍລະດົກທາງດ້ານວັດທະນະທຳ, 9) ສື່ກາງທາງການເງິນ ແລະ 10) ການມີສ່ວນຮ່ວມຂອງຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ການເປີດເຜີຍຂໍ້ມູນຂ່າວສານ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ສຳເລັດຕາມແຜນຂອງການຝຶກອົບຮົມຕາມຄາດໝາຍທີ່ວາງໄວ້.
ສູນ RTC ຄສຄ ມຊ ຈັດຝຶກອົບຮົມ ໃນວັນທີ 17-21/01/2022 ທີ່ແຂວງວຽງຈັນ
