ໃນຕອນບ່າຍຂອງວັນທີ 16 ທັນວາ 2021 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບສົກຮຽນ 2020-2021 ແລະ ເປີດສົກຮຽນໃໝ່ 2021-2022 (ແບບອອນລາຍ) ພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກອງປະຊຸມດັ່ງກ່າວໄດ້ມີທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ຮອງຄະນະບໍດີ ແລະ ບັນດາຫົວໜ້າ/ຮອງ​ຫົວ​ໜ້າພາກວິຊາ, ຫົວໜ້າ/ຮອງ​ຫົວ​ໜ້າພະແນກ, ຫົວໜ້າສູນ,  ພະນັກງານ, ຄູ-ອາຈານທົ່ວຄສຄ, ບັນດາແຂກທີ່ຖືກເຊີນ ພ້ອມທັງຕົວແທນນັກສຶກສາປະລິນຍາຕີ ແລະ ປະລິນຍາໂທເຂົ້າຮ່ວມ. ພິທິດັ່ງກ່າວໄດ້ມີການຜ່ານບົດສະຫຼຸບສົກຮຽນ 2020-2021 ແລະ ຜ່ານແຜນການປະຈໍາສົກຮຽນ 2021-2022, ພ້ອມທັງຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍນັກສຶກສາດີເດັ່ນປະຈໍາສົກສຶກສາ 2020-2021.

ໃນຕອນທ້າຍຂອງພິທີ ທ່ານຮອງອະທິການບໍດີ ໄດ້ໃຫ້​​ຄຳ​ໂອ​ວາດຕໍ່ກັບພະນັກງານຄູອາຈານ ແລະ ນັກ​ສຶກ​ສາ ໂດຍເນັ້ນໃຫ້ຖື​ເປັນ​ສຳ​ຄັນວຽກງານການເມືອງແນວຄິດ, ຮັກ​ສາຄວາມສາມັກຄີເປັນເອກະພາບ, ການມີສະຕິຕໍ່ການຈັດຕັ້ງ ແລະ ​ສະ​ຕິ​ຕໍ່ຕົນເອງ ​ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ສືບຕໍ່ປັບປຸງວຽກງານບໍລິຫານ, ສືບ​ຕໍ່​ພັດ​ທະ​ນາວິຊາການ ຮັກ​ສາ​ຄຸນ​ນະ​ພາບ​ເຖິງວ່າ​ຈັດ​ການ​ສອນ​ແບບ​ອອນ​ລາຍ,  ທັງສືບຕໍ່ປະຕິບັດວຽກງານພົວພັນຕ່າງປະເທດໃຫ້ໄດ້ຮັບໝາກຜົນທີ່ດີກວ່າເກົ່າໃນການພັດທະນາຫຼັກສູດ ກໍຄືພ​ັດ​ທະ​ນາຄະນະວິທະຍາສາດສັງຄົມ. ນອກຈາກນັ້ນ ເພິ່ນຍັງໄດ້ມີຄໍາເຫັນໂອ້ລົມຕໍ່ນັກສຶກສາ ໂດຍເນັ້ນໜັກໃຫ້ນັກສຶກສາສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ດີ, ມີສິນທຳປະຕິວັດ, ມີແບບແຜນການດຳລົງຊີວິດທີ່ດີ, ໃຫ້ຄວາມເຄົາລົບແນວທາງຂອງພັກ-ລັດ ກໍ​ຄືການຈັດຕັ້ງ, ເອົາໃຈໃສ່ຮຽນຮູ້ ມີສ່ວນຮ່ວມກິດຈະກຳຕ່າງໆຂອງມະຫາວິທະຍາໄລ ໂດຍສະເພາະແມ່ນດຳເນີນໄປຕາມ 3 ລັກສະນະ, 5 ຫຼັກມູນ ເພື່ອເປັນແນວທາງໃນການນຳໃຊ້ໃນອະນາຄົດ. ຫຼັງຈາກນັ້ນ ທ່ານຄະນະບໍດີ ຄະນະວິທະຍາສາດສັງຄົມກໍໄດ້ຂຶ້ນຮັບຄຳໂອວາດຈາກທ່ານຮອງອະທິການ​ບໍ​ດີ ໂດຍ​ຢືນ​ຢັນທີ່​ຈະ​ນຳ​​ເອົາ​ຄໍ​າຄິດເຫັນ​ຂອງ​ທ່ານ​ຮອງ​ອະ​ທິ​ການ​ບໍ​ດີໄປເປັນແນວທາງໃນການຈັດ​ຕັ້ງ​ປະ​ຕິ​ບັດແຜນ​ການ​ສົກ​ຮຽນ 2021-2022 ໃຫ້​ປາ​ກົດ​ຜົນ​ເປັນ​ຈິງ ຊຶ່ງ​ເປັນ​ການ​ສືບ​ຕໍ່ພັດທະນາຄະນະວິທະຍາສາດສັງຄົມ ກໍຄືມະຫາວິທະຍາໄລແຫ່ງຊາດໃຫ້​ກ້າວ​ໄປ​ໜ້າ​ຢ່າງບໍ່​ຢຸດຢັ້ງ. ພິທີສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ ໄດ້ດຳເນີນໄປຕາມວາລະ​ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນຕອນບ່າຍຂອງວັນທີ 23 ພະຈິກ 2021 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມສາມເອກະສານສຳຄັນຂອງພັກ (ແບບອອນລາຍ) ພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະນະພັກຮາກຖານ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ກອງປະຊຸມດັ່ງກ່າວໄດ້ມີຄະນະພັກຮາກຖານ, ຮອງຄະນະບໍດີ ແລະ ບັນດາຫົວໜ້າ/ຮອງ​ຫົວ​ໜ້າພາກວິຊາ, ຫົວໜ້າ/ຮອງ​ຫົວ​ໜ້າພະແນກ, ຫົວໜ້າສູນ,  ພະນັກງານ, ຄູ-ອາຈານທົ່ວຄສຄ ເຂົ້າຮ່ວມ. ການເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວປະກອບມີ 3 ເອ​ກະ​ສານສໍາຄັນດັ່ງລຸ່ມນີ້:

  1. ເອກະສານຄຳສັ່ງວ່າດ້ວຍການເພີ່ມທະວີການຊີ້ນຳຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕະການການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 01/ກມສພ, ລົງວັນທີ 26/7/2021, ເຊິ່ງບັນຍາຍໂດຍ ທ່ານ ຮສ. ປອ. ບຸນທະວີ ສໍສຳພັນ ຮອງເລຂາຄະ​ນະພັກຮາກຖານ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ປະກອບມີ 3 ຫົວຂໍ້ສຳຄັນດັ່ງນີ້:
  • ການຈັດຕັ້ງເຜີຍແຜ່ເນື້ອໃນວາລະແຫ່ງຊາດດ້ານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງທົ່ວເຖິງ
  • ເພີ່ມທະວີການນຳພາຊີ້ນຳການຈັດຕັ້ງປະຕິບັດວຽກງານຈຸດສຸມເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
  • ດຳເນີນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.
  1. ເອກະສານຄຳສັ່ງວ່າດ້ວຍການເພີ່ມທະວີການນຳພາຂອງພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ສະບັບເລກທີ 02/ກມສພ, ລົງວັນທີ 26/7/2021, ເຊິ່ງບັນຍາຍໂດຍ ທ່ານ ຮສ. . ສະເຫຼີມສັກ ພາບຸດດີ ປະ​ທານກວດ​ກາ ຄະນະພັກຮາກຖານ, ຮອງຄະນະບໍດີຄະນະວິທະຍາສາດສັງຄົມ ປະກອບມີ 8 ຫົວຂໍ້ສໍາຄັນດັ່ງນີ້:
  • ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງເດັດຂາດ ແລະ ເຂັ້ມງວດ
  • ກຳແໜ້ນເນື້ອໃນຈິດໃຈສຳຄັນທີ່ເປັນພື້ນຖານຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ໂດຍປະຕິບັດ 3 ຫຼັກການ, 2 ຍຶດໝັ້ນ, 2 ມາດຕະການ ແລະ 3 ຕ້ານ
  • ເພີ່ມທະວີການນຳພາຊີ້ນຳອົງການປົກຄອງກໍຄືບັນດາຂະແໜງການຕ່າງໆໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
  • ເພີ່ມທະວີຍົກລະດັບການນຳພາຊີ້ນຳ ແລະ ການເຄື່ອນໄຫວຕົວຈິງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງແຕ່ສູນກາງ ແລະ ທ້ອງຖິ່ນ
  • ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດຂອງຄະນະພັກແຕ່ລະຂັ້ນໃນການນຳພາຊີ້ນຳແກ້ໄຂບັນຫາຢາເສບຕິດ
  • ທຸກຊັ້ນຄົນພາຍໃນປະເທດຕ້ອງໃຫ້ການສະໜັບສະໜູນ, ຮ່ວມມື, ຕິດຕາມກວດກາຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
  • ຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ເລິກເຊິ່ງກ້ວາງຂວາງ ແລະ ການຜັນຂະຫຍາຍຈັດຕັ້ງປະຕິບັດ
  • ຍົກສູງຄວາມຮັບຜິດຊອບການເມືອງ, ມານະຈິດ, ທຸ່ມເທສະຕິປັນຍາ, ກຳລັງວັງຊາ, ນໍາໃຊ້ແຮງງານກໍາລັງສັງລວມເພື່ອຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ.
  • ເອກະສານມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ສະບັບເລກທີ 03/ກມສພ, ລົງວັນທີ 30/9/2021, ເຊິ່ງ ບັນຍາຍໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະ​ນະພັກຮາກຖານ ຄະນະບໍດີ ຄະນະວິທະຍາສາດສັງຄົມ ຊຶ່ງປະກອບມີ 4 ຫົວຂໍ້ສໍາຄັນດັ່ງນີ້:
  • ທິດນຳຕໍ່ວຽກງານພະນັກງານ
  • ຫຼັກການກ່ຽວກັບວຽກງານພະນັກງານ
  • ທິດທາງສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ
  • ມາດຕະການຈັດຕັ້ງປະຕິບັດ.

ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວໄດ້ດຳເນີນໄປຕາມວາລະ​ ໂດຍ​ມີ​ການແລກ​ປ່ຽນ​ຄວາມ​ຄິດ​ເຫັນ ປຽບ​ທຽບ​ໃສ່​ກັບ​ພາກ​ປະ​ຕິ​ບັດ​ຕົວ​ຈິງ. ໃນ​ຕອນ​ທ້າຍ​ກອງ​ປະ​ຊຸມຍັງ​ໄດ້​ຮັບ​ການ​ໂອ້​ລົມ​ຈາກ​ທ່ານ​ຄະ​ນະ​ບໍ​ດີ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ໃນ​ສະ​ພາບ​ປົກ​ກະ​ຕິ​ແບບ​ໃໝ່ ແລະ ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບຕໍ່​ໜ້າ​ທີ່​ວຽກ​ງານ​ຂອງ​ແຕ່​ລະ​ພາກ​ສ່ວນ ແຕ່​ລະ​ບຸກ​ຄົນ ເພື່ອ​ໃຫ້​ວຽກ​ງານ​ທັງ​ວຽກ​ບໍ​ລິ​ຫານ ແລະ ວິ​ຊາ​ການ​ຂອງ​ຄະ​ນະ​ວິ​ຊາ​ສາ​ມາດ​ຂັບ​ເຄື່ອນ​ໄປ​ໄດ້​ທ່າມ​ກາງ​ສະ​ພາບ​ໂຄວິດ​ຍັງ​ແຜ່ລະ​ບາດ​.

ໃນຕອນບ່າຍຂອງວັນທີ 02 ກໍລະກົດ 2021 ຄະນະວິທະຍາສາດສັງຄົມໄດ້ຈັດກອງປະຊຸມທາບທາມ ແລະ ປະເມີນບຸກຄະລາກອນຕໍາແໜ່ງບໍລິຫານປະເພດ 3 ທີ່ຫ້ອງປະຊຸມ 207 ອາຄານພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ຄະນະວິທະຍາສາດສັງຄົມ ພາຍໃຕ້ການເປັນປະທານຂອງທ່ານ ຮສ ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງມີຜູູ້ເຂົ້າຮ່ວມທັງໝົດ ຈໍານວນ 58 ທ່ານ, ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອທາບທາມເປົ້າໝາຍຮອງຄະນະບໍດີ ເຊິ່ງຜູ້ເຂົ້າຮ່ວມແມ່ນມີຕຳແໜ່ງບໍລິຫານປະເພດ 2-5, ການປະເມີນວ່າການຫົວໜ້າພາກປະຫວັດສາດ ແລະ ບູຮານວິທະຍາ ແລະ ທາບທາມເປົ້າໝາຍຫົວໜ້າພາກວິຊາການເມືອງ ແລະ ບໍລິຫານລັດຖະກິດ ຜູ້ເຂົ້າຮ່ວມແມ່ນມີຕຳແໜ່ງບໍລິຫານປະເພດ 2-4 ແລະ ບັນດາອາຈານທີ່ສັງກັດພາຍໃນພາກວິຊາເປັນຜູ້ປະເມີນ ແລະ ທາບທາມ, ກອງປະຊຸມໄດ້ດຳເນີນໄປຕາມວາລະ ແລະ ປະສົບຜົນສຳເລັດຕາມເປົ້າໝາຍ.

ໃນລະຫວ່າງວັນທີ 5-9/04/2021 ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການແນະນຳຂອງສິ່ງແວດລ້ອມ ແລະ ສັງຄົມຂອງທະນາຄານໂລກ ທີ່ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງສະໜັບສະໜູນທຶນໂດຍໂຄງການສ້າງຄວາມສາມາດດ້ານການປົກປ້ອງສັງຄົມ (PICE-LENS2-006) ແລະ ພາຍໃຕ້ການເປັນປະທານຂອງທ່ານ ປອ. ສາຍໃຈ ສີລາເດດ ຫົວໜ້າສູນ RTC ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ພະນັກງານ-ລັດຖະກອນຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ, ຄູສອນຈາກຄະນະວິທະຍາສາດສັງຄົມ ແລະ ຄະນະວິຊາຕ່າງໆຂອງມຊ ກ່ຽວກັບການແນະນຳຂອງສິ່ງແວດລ້ອມ ແລະ ສັງຄົມຂອງທະນາຄານໂລກ, ໃນການຝຶກອົບຮົມດັ່ງກ່າວແມ່ນມີຫົວຂໍ້ກ່ຽວກັບ1) ການປະເມີນ ແລະ ການຄຸ້ມຄອງຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, 2) ແຮງງານ ແລະ ເງື່ອນໄຂການເຮັດວຽກ, 3) ປະສິດທິພາບການນໍາໃຊ້ຊັບພະຍາກອນ ແລະ ການສະກັດກັ້ນ  ແລະ ການຄຸ້ມຄອງມົນລະພິດ, 4) ສຸຂະພາບ ແລະ ຄວາມປອດໄພຂອງຊຸມຊົນ, 5) ການເວນຄືນທີ່ດິນ, ການຈຳກັດການນຳໃຊ້ທີ່ດິນ ແລະ ການຈັດສັນຍົກຍ້າຍແບບບໍ່ສະໝັກໃຈ, 6) ການອະນຸຮັກຊີວະນານາພັນ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ມີຊີວິດແບບຍືນຍົງ, 7) ປະຊາຊົນພື້ນເມືອງ/ຊຸມຊົນທ້ອງຖິ່ນດັ້ງເດີມທີ່ຖືກປະປ່ອຍຢູ່ເຂດລຸ່ມຊາຮາຣາຂອງອາຟຣິກາ, 8) ມໍລະດົກທາງດ້ານວັດທະນະທຳ ແລະ 9) ສື່ກາງທາງການເງິນ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ເປັນໄປຕາມແຜນຂອງການຝຶກອົບຮົມຕາມຄາດໝາຍທີ່ວາງໄວ້.

ໃນລະຫວ່າງວັນທີ 31/3/2021-4/4/2021 ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ໄດ້ຈັດກອງປະຊຸມວິຊາການປຶກສາຫາລືກ່ຽວກັບການປະເມີນຫຼັກສູດສັງຄົມສົງເຄາະ ທີ່ຫ້ອງປະຊຸມໂຮງແຮມເດິແກຣນ ຣີເວີຊາຍ ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ ບຸນທະວີ ສໍສຳພັນ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ພ້ອມທັງແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ຜູ້ຊ່ຽວຊານກ່ຽວກັບວຽກງານສັງຄົມສົງຄົມສົງເຄາະ ແລະ ຄູອາຈານພາຍໃນພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີກ່ຽວກັບຫຼັກການ ແລະ ບົດຮຽນດ້ານວຽກງານສັງຄົມສົງເຄາະ, ບົດຮຽນການປະຕິບັດວຽກງານສັງຄົມສົງເຄາະຈາກສູນເພື່ອນມິດ, ສູນກາງຊາວໜຸ່ມ, ສະມາຄົມພັດທະນາທັກສະຊີວິດ, ສູນໃຫ້ຄຳປຶກສາແມ່ ແລະ ເດັກ, ນອກນັ້ນຍັງໄດ້ມີການສົນທະນາກຸ່ມໃຫຍ່, ກຸ່ມຍ່ອຍ ແລະ ສຳພາດແບບຈັດກຸ່ມສົນທະນາ, ສໍາພາດເປັນລາຍບຸກຄົນ ແລະ ນຳສະເໜີຜົນການສຳພາດພ້ອມທັງສະຫຼຸບຜົນ ແລະ ວາງແຜນສືບຕໍ່ໃນການປັບປຸງຫຼັກສູດສັງຄົມສົງເຄາະໃນຂັ້ນຕໍ່ໄປ.

ໃນວັນທີ 29/03/2021 ທ່ານ ຮສ ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ເຂົ້າຮ່ວມເຊັນສັນຍາສະໜອງທຶນໃຫ້ 11 ໂຄງການ ທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ທີ່ຫ້ອງປະຊຸມສະໂມສອນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ການເປັນປະທານຂອງທ່ານ ປອ.ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ຈຸດປະສົງໃນການເຊັນສັນຍາສະໜອງທຶນດັ່ງກ່າວແມ່ນ 1)ເພື່ອຊ່ວຍສ້າງຄວາມເຂັ້ມແຂງດ້ານຂອບການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມໃຫ້ແກ່ກອງທຶນປົກປັກຮັກສາສິ່ງແວດລ້ອມ, ກະຊວງທີ່ກ່ຽວຂ້ອງ, ການປົກຄອງຂັ້ນທ້ອງຖິ່ນ ແລະ ສື່ມວນຊົນໃນການກະກຽມ, ຈັດຕັ້ງປະຕິບັດ ແລະ ປະເມີນໂຄງຫານລົງທຶນ, 2) ເພື່ອສຸມໃສ່ການປະເມີນ ແລະ ສ້າງຄວາມສາມາດກ່ຽວກັບການໝູນໃຊ້ກອບການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມ ເຂົ້າໃນການກະກຽມໂຄງການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ ແລະ ໂຄງການຄຸ້ມຄອງພູມີທັດ ແລະ ການປັບປຸງຊີວິດການເປັນຢູ່, 3) ເພື່ອເຊື່ອມສານບົດບາດຍິງຊາຍເຂົ້າໃນການຈັດຕັ້ງປະຕິບັດຂອງການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການລົງທຶນ.

ໃນລະຫວ່າງວັນທີ 17-21 ມີນາ 2021 ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ໄດ້ຈັດກອງປະຊຸມວິຊາການປຶກສາຫາລືກ່ຽວກັບການປະເມີນຫຼັກສູດສັງຄົມສົງເຄາະ ທີ່ຫ້ອງປະຊຸມບ້ານພັກຄູນຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ພ້ອມທັງແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ຜູ້ຊ່ຽວຊານກ່ຽວກັບວຽກງານສັງຄົມສົງຄົມສົງເຄາະ ແລະ ຄູອາຈານພາຍໃນພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີໂຄງຮ່າງຫຼັກສູດໃໝ່ຂອງກະຊວງສຶກສາທິການ ແລະ ກິລາໄດ້ວາງອອກ, ລະບົບໜ່ວຍກິດ ແລະ ໄດ້ມີການທົດລອງປະຕິບັດ, ວິທີການປະເມີນຫຼັກສູດ, ສ້າງເຄື່ອງມືໃນການປະເມີນຫຼັກສູດ ແລະ ສົນທະນາແລກປ່ຽນຄວາມຄິດເຫັນເພື່ອເປັນແນວທາງໃນປັບປຸງຫຼັກສູດສັງຄົມສົງເຄາະໃນຄັ້ງຕໍ່ໄປ.