ໃນຕອນບ່າຍຂອງວັນທີ 23 ພະຈິກ 2021 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມສາມເອກະສານສຳຄັນຂອງພັກ (ແບບອອນລາຍ) ພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະນະພັກຮາກຖານ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ກອງປະຊຸມດັ່ງກ່າວໄດ້ມີຄະນະພັກຮາກຖານ, ຮອງຄະນະບໍດີ ແລະ ບັນດາຫົວໜ້າ/ຮອງ​ຫົວ​ໜ້າພາກວິຊາ, ຫົວໜ້າ/ຮອງ​ຫົວ​ໜ້າພະແນກ, ຫົວໜ້າສູນ,  ພະນັກງານ, ຄູ-ອາຈານທົ່ວຄສຄ ເຂົ້າຮ່ວມ. ການເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວປະກອບມີ 3 ເອ​ກະ​ສານສໍາຄັນດັ່ງລຸ່ມນີ້:

  1. ເອກະສານຄຳສັ່ງວ່າດ້ວຍການເພີ່ມທະວີການຊີ້ນຳຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕະການການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 01/ກມສພ, ລົງວັນທີ 26/7/2021, ເຊິ່ງບັນຍາຍໂດຍ ທ່ານ ຮສ. ປອ. ບຸນທະວີ ສໍສຳພັນ ຮອງເລຂາຄະ​ນະພັກຮາກຖານ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ປະກອບມີ 3 ຫົວຂໍ້ສຳຄັນດັ່ງນີ້:
  • ການຈັດຕັ້ງເຜີຍແຜ່ເນື້ອໃນວາລະແຫ່ງຊາດດ້ານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງທົ່ວເຖິງ
  • ເພີ່ມທະວີການນຳພາຊີ້ນຳການຈັດຕັ້ງປະຕິບັດວຽກງານຈຸດສຸມເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
  • ດຳເນີນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.
  1. ເອກະສານຄຳສັ່ງວ່າດ້ວຍການເພີ່ມທະວີການນຳພາຂອງພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ສະບັບເລກທີ 02/ກມສພ, ລົງວັນທີ 26/7/2021, ເຊິ່ງບັນຍາຍໂດຍ ທ່ານ ຮສ. . ສະເຫຼີມສັກ ພາບຸດດີ ປະ​ທານກວດ​ກາ ຄະນະພັກຮາກຖານ, ຮອງຄະນະບໍດີຄະນະວິທະຍາສາດສັງຄົມ ປະກອບມີ 8 ຫົວຂໍ້ສໍາຄັນດັ່ງນີ້:
  • ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງເດັດຂາດ ແລະ ເຂັ້ມງວດ
  • ກຳແໜ້ນເນື້ອໃນຈິດໃຈສຳຄັນທີ່ເປັນພື້ນຖານຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ໂດຍປະຕິບັດ 3 ຫຼັກການ, 2 ຍຶດໝັ້ນ, 2 ມາດຕະການ ແລະ 3 ຕ້ານ
  • ເພີ່ມທະວີການນຳພາຊີ້ນຳອົງການປົກຄອງກໍຄືບັນດາຂະແໜງການຕ່າງໆໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
  • ເພີ່ມທະວີຍົກລະດັບການນຳພາຊີ້ນຳ ແລະ ການເຄື່ອນໄຫວຕົວຈິງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງແຕ່ສູນກາງ ແລະ ທ້ອງຖິ່ນ
  • ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດຂອງຄະນະພັກແຕ່ລະຂັ້ນໃນການນຳພາຊີ້ນຳແກ້ໄຂບັນຫາຢາເສບຕິດ
  • ທຸກຊັ້ນຄົນພາຍໃນປະເທດຕ້ອງໃຫ້ການສະໜັບສະໜູນ, ຮ່ວມມື, ຕິດຕາມກວດກາຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
  • ຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ເລິກເຊິ່ງກ້ວາງຂວາງ ແລະ ການຜັນຂະຫຍາຍຈັດຕັ້ງປະຕິບັດ
  • ຍົກສູງຄວາມຮັບຜິດຊອບການເມືອງ, ມານະຈິດ, ທຸ່ມເທສະຕິປັນຍາ, ກຳລັງວັງຊາ, ນໍາໃຊ້ແຮງງານກໍາລັງສັງລວມເພື່ອຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ.
  • ເອກະສານມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ສະບັບເລກທີ 03/ກມສພ, ລົງວັນທີ 30/9/2021, ເຊິ່ງ ບັນຍາຍໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະ​ນະພັກຮາກຖານ ຄະນະບໍດີ ຄະນະວິທະຍາສາດສັງຄົມ ຊຶ່ງປະກອບມີ 4 ຫົວຂໍ້ສໍາຄັນດັ່ງນີ້:
  • ທິດນຳຕໍ່ວຽກງານພະນັກງານ
  • ຫຼັກການກ່ຽວກັບວຽກງານພະນັກງານ
  • ທິດທາງສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ
  • ມາດຕະການຈັດຕັ້ງປະຕິບັດ.

ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວໄດ້ດຳເນີນໄປຕາມວາລະ​ ໂດຍ​ມີ​ການແລກ​ປ່ຽນ​ຄວາມ​ຄິດ​ເຫັນ ປຽບ​ທຽບ​ໃສ່​ກັບ​ພາກ​ປະ​ຕິ​ບັດ​ຕົວ​ຈິງ. ໃນ​ຕອນ​ທ້າຍ​ກອງ​ປະ​ຊຸມຍັງ​ໄດ້​ຮັບ​ການ​ໂອ້​ລົມ​ຈາກ​ທ່ານ​ຄະ​ນະ​ບໍ​ດີ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ໃນ​ສະ​ພາບ​ປົກ​ກະ​ຕິ​ແບບ​ໃໝ່ ແລະ ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບຕໍ່​ໜ້າ​ທີ່​ວຽກ​ງານ​ຂອງ​ແຕ່​ລະ​ພາກ​ສ່ວນ ແຕ່​ລະ​ບຸກ​ຄົນ ເພື່ອ​ໃຫ້​ວຽກ​ງານ​ທັງ​ວຽກ​ບໍ​ລິ​ຫານ ແລະ ວິ​ຊາ​ການ​ຂອງ​ຄະ​ນະ​ວິ​ຊາ​ສາ​ມາດ​ຂັບ​ເຄື່ອນ​ໄປ​ໄດ້​ທ່າມ​ກາງ​ສະ​ພາບ​ໂຄວິດ​ຍັງ​ແຜ່ລະ​ບາດ​.