ຄສຄຈັດພິທີປະກາດການຈັດຕັ້ງບຸກຄະລາກອນຕຳແໜ່ງບໍລິຫານປະເພດ 3,4,5

ໃນຕອນບ່າຍຂອງວັນທີ 1 ທັນວາ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງບຸກຄະລາກອນຕໍາແໜ່ງປະເພດ 3,4,​5 ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ ພາຍໃຕ້ການເປັນປະທານຂອງທ່ານ ສຈ.ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງມີຜູູ້ເຂົ້າຮ່ວມທັງໝົດ ຈໍານວນ 26 ທ່ານ (ຍິງ 11 ທ່ານ). ບຸກຄະລາກອນທີ່ໄດ້ຮັບການແຕ່ງຕັ້ງໃນຊຸດນີ້ມີຈຳນວນທັງໝົດ 7 ທ່ານ (ຍິງ 2 ທ່ານ) ໃນນັ້ນຕຳແໜ່ງບໍລິຫານປະເພດ 3 ມີ 1 ທ່ານ, ປະເພດ 4 ມີ 3 ທ່ານ ແລະ ປະເພດ 5 ມີ 3 ທ່ານ (ຍິງ 2 ທ່ານ) ດັ່ງລາຍລະອຽດລຸ່ມນີ້:

  • ທ່ານ ປທ ແພງສີ ຄໍາມຸງຄຸນ ດຳລົງຕຳແໜ່ງຮອງຄະນະບໍດີຊົ່ວຄາວ,
  • ທ່ານ ປທ ພອນ ແສງດາລາ ດໍາລົງຕໍາແໜ່ງວ່າການຫົວໜ້າພາກວິຊາປະຫວັດສາດ ແລະ ບູຮານວິທະຍາ,
  • ທ່ານ ປທ ລຳວຽງ ພົງສະຫວັດ ດໍາລົງຕຳແໜ່ງຫົວໜ້າພະແນກຄຸ້ມຄອງນັກສຶກສາ,
  • ທ່ານ ຊອ. ປທ ລິນທາ ຈັນທະລີມາ ດຳລົງຕຳແໜ່ງ ຫົວໜ້າພະແນກຈັດຕັ້ງສັງລວມ,
  • ທ່ານ ປອ ນ. ມະລິພອນ ດວງພະຈັນ ດໍາລົງຕໍາແໜ່ງຮອງຫົວໜ້າພະແນກວິຊາການ,
  • ທ່ານ ປທ ນ. ສາຍໝອນທອງ ມັງໜໍ່ເມກ ຮອງຫົວໜ້າພະແນກຈັດຕັ້ງ-ສັງລວມ
  • ທ່ານ ປທ ໂພທອງ ຈັນທະວິໄລ ດໍາລົງຕຳແໜ່ງຫົວໜ້າໜ່ວຍວິຊາບໍລິການສັງຄົມ.

ໃນຕອນທ້າຍ ທ່ານ ສຈ.ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ກຽດໃຫ້ຄໍາໂອວາດຕໍ່ບຸກຄະລາກອນທີ່ໄດ້ຮັບຕໍາແໜ່ງໃໝ່ ໂດຍສະເພາະແມ່ນວຽກງານດ້ານວິຊາການ ແລະ ຄຸນສົມບັດແນວຄິດການເມືອງ, ປາກົດການຫຍໍ້ທໍ້ທີ່ຄວນສະກັດກັ້ນເປັນຄະຕິເຕືອນໃຈ, ການພັດທະນາວິຊາສະເພາະໂດຍສະເພາະວິທະຍາສາດສັງຄົມໃຫ້ເຂັ້ມແຂງຂຶ້ນໄປເລື້ອຍໆ ຫຼັງຈາກນັ້ນ ທ່ານ ປທ ແພງສີ ຄຳມຸງຄຸນ ກໍໄດ້ຕາງໜ້າຂຶ້ນກ່າວຮັບຄຳໂອວາດ ຈາກທ່ານ ອະທິການບໍດີເພື່ອນຳໄປເປັນທິດທາງໃນການປະຕິບັດໜ້າທີ່, ພາລະກິດໃນການພັດທະນາຄສຄ ກໍຄືການປະກອບສ່ວນໃຫ້ແກ່ການພັດທະນາມຊ.

ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມຄົ້ນຄວ້າພິຈາລະນາຕຳແໜ່ງວິຊາການຄູ

 

ໃນຕອນບ່າຍຂອງວັນທີ 19 ພະຈິກ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຄົ້ນຄວ້າພິຈາລະນາຕຳແໜ່ງວິຊາການຄູ ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ, ພາຍໃຕ້ການເປັນປະທານຂອງທ່ານ ປອ. ສີສະຫຼຽວ ສະແຫວງສຶກສາ ປະທານສະມາຄົມສົ່ງເສີມການພັດທະນາສະມາຄົມຊົນນະບົດ ແລະ ທີ່ປຶກສາອົງການພຸດທະສາສະໜາປະຈຳລາວ, ໂດຍມີບັນຄະນະກຳມະການ ແລະ ຜູ້ຊົງຄຸນວຸດທິເຂົ້າຮ່ວມທັງໝົດຈຳນວນ 11 ທ່ານ. ໃນກອງປະຊຸມດັ່ງກ່າວໄດ້ຄົ້ນຄວ້າພິຈາລະນາຕໍາແໜ່ງວິຊາການຄູ ຂັ້ນອາຈານລວມມີ 4 ທ່ານ, ຍິງ 1 ທ່ານ ແລະ ຂັ້ນຜູ້ຊ່ວຍອາຈານຈຳນວນ 9 ທ່ານ, ຍິງ 4 ທ່ານ ລວມທັງໝົດ 13 ທ່ານ, ຍິງ 5 ທ່ານ. ກອງປະຊຸມໃນຄັ້ງນີ້ໄດ້ບັນລຸຕາມຈຸດປະສົງທີ່ວາງໄວ້ ແລະ ປະສົບຜົນສຳເລັດໄປດ້ວຍດີ.

ສູນ RTC ຄະນະວິທະຍາສາດສັງຄົມ ມຊ ເປັນເຈົ້າພາບໃນການຈັດກອງປະຊຸມຕ້ອນຮັບທະນາຄານໂລກໃນການລົງມາເຮັດວຽກສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ມຊ

ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບໃນການຈັດກອງປະຊຸມຕ້ອນຮັບການລົງມາເຮັດວຽກສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການສະໜັບສະໜູນຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມໄລຍະ 2 ຢູ່ສປປລາວ ໃນວັນທີ 30/10/2020 ທີ່ຜ່ານມາ ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ ມຊ, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ທ່ານ John Paw ຕາງໜ້າທີມງານຊ່ຽວຊານຈາກທະນາຄານໂລກ ແລະ ບັນດາຫົວໜ້າ-ຄະນະຮັບຜິດຊອບໂຄງການຍ່ອຍ 4 ໂຄງການຢູ່ມຊເຂົ້າຮ່ວມ ໃນນັ້ນມີ ຄະນະວິທະຍາສາດສັງຄົມ, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດທຳມະຊາດ ແລະ ຄະນະວິທະຍາສາດປ່າໄມ້,ເຊິ່ງລວມຜູ້ເຂົ້າຮ່ວມທັງໝົດ 09 ທ່ານ. ຈຸດປະສົງກອງປະຊຸມດັ່ງກ່າວແມ່ນເພື່ອຕິດຕາມກວດກາຜົນການຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ມຊ ໂດຍສະເພາະແມ່ນການລາຍງານສະພາບລວມຂອງໂຄງການ, ຜົນສຳເລັດ, ສິ່ງທ້າທາຍ ແລະ ແນວທາງໃນການແກ້ໄຂສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ.

ສູນ RTC ຄະນະວິທະຍາສາດສັງຄົມ ມຊ ຈັດຝຶກອົບຮົມກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ-ທຳມະຊາດ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍຈາກໂຄງການພັດທະນາ

ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ-ທຳມະຊາດ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍຈາກໂຄງການພັດທະນາໃຫ້ແກ່ພະນັກງານ-ລັດຖະກອນຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຈຳນວນ 25 ທ່ານ, ຍິງ 6 ທ່ານ ໃນລະຫວ່າງວັນທີ 2-6/11/2020 ທີ່ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງສະໜັບສະໜູນທຶນໂດຍໂຄງການສ້າງຄວາມສາມາດດ້ານການປົກປ້ອງສັງຄົມ (PICE-LENS2-006) ແລະ ພາຍໃຕ້ການເປັນປະທານຂອງທ່ານ ອຈ. ປອ ສາຍໃຈ ສີລາເດດ ຫົວໜ້າສູນ RTC ຄະນະວິທະຍາສາດສັງຄົມ ມຊ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ພະນັກງງານ-ລັດຖະກອນກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ-ທຳມະຊາດ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ ເຊິ່ງມີຫົວຂໍ້ກ່ຽວກັບ 1) ຄວາມສ່ຽງ, ຜົນກະທົບ ແລະ ບັນຫາສັງຄົມຈາກໂຄງການພັດທະນາ, 2) ການຈັດສັນຍົກຍ້າຍ, ການຟື້ນຟູຊີວິດການເປັນຢູ່ ແລະ ການແບ່ງປັນຜົນປະໂຫຍດຈາກໂຄງການພັດທະນາ, 3) ຂະບນການປະເມີນຜົນກະທົບຕໍ່ສັງຄົມ, ການມີສ່ວນຮ່ວມ, ການປຶກສາຫາລື ແລະ ຂອບການມີສ່ວນຮ່ວມຂອງຊຸມຊົນໃນໂຄງການພັດທະນາ, 5) ດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຫຼື EIA (ດຳລັດ 21/ລບ, ລົງວັນທີ 31/1/2009), 6) ດໍາລັດວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນຈາກໂຄງການພັດທະນາ (ດຳລັດ 84/ລບ, 5/4/2016), 7) ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ (45/ສພຊ, 15/6/2018), ການລົງສຶກສາພາກສະໜາມກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ-ທຳມະຊາດ ແລະ ການຈັດສັນຍົກຍ້າຍຢູ່ໂຄງການປັບປຸງເສັ້ນທາງ 13 ເໜືອ ສີເກີດ-ໂພນໂຮງ, 9) ການລົງສຶກສາພາກສະໜາມກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ-ທຳມະຊາດ ແລະ ການຈັດສັນຍົກຍ້າຍຢູ່ໂຄງກາານເທດສະບານແຂວງວຽງຈັນຫຼືທາງດ່ວນ, 10) ການຄົ້ນພົບວັດຖຸບູຮານທີ່ຄົ້ນພົບຈາກໂຄງການພັດທະນາ ແລະ 11) ແນວຄິດການພັດທະນາໂຄງການແບບຍືນຍົງ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ເປັນໄປຕາມແຜນຂອງການຝຶກອົບຮົມຕາມຄາດໝາຍທີ່ວາງໄວ້.

ຄະນະວິທະຍາສາດສັງຄົມໄດ້ຮັບກຽດເປັນເຈົ້າພາບໃນການຈັດກອງປະຊຸມສ່ອງແສງປະຈຳເດືອນ ຕຸລາ 2020 ແລະ ຜ່ານແຜນການປະຈຳເດືອນ ພະຈິກ 2020 ມະຫາວິທະຍາໄລແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 3 ພະຈິກ 2020 ຄະນະວິທະຍາສາດສັງຄົມໄດ້ຮັບກຽດຈັດກອງປະຊຸມສ່ອງແສງປະຈຳເດືອນ ຕຸລາ 2020 ແລະ ຜ່ານແຜນການປະຈໍາເດືອນ ພະຈິກ 2020 ຂອງມະຫາວິທະຍາໄລແຫ່ງຊາດ ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໂດຍມີບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຫົວໜ້າຫ້ອງການ, ຫົວໜ້າສູນ, ສະຖາບັນ ແລະ ໂຮງໝໍເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອເປັນການສະຫຼຸບຜົນງານການເຄື່ອນໄຫວປະຈຳເດືອນ ຕຸລາ 2020 ແລະ ຜ່ານແຜນການປະຈຳເດືອນ ພະຈິກ 2020 ພ້ອມທັງມີການສະເໜີແລກປ່ຽນຄວາມຄິດເຫັນຂອງຜູ້ເຂົ້າຮ່ວມທັງໝົດ ກອງປະຊຸມດັ່ງກ່າວໄດ້ດຳເນີນໄປດ້ວຍດີ ແລະ ສຳເລັດຜົນຢ່າງຈົບງາມ.

ສູນ RTC ຄະນະວິທະຍາສາດສັງຄົມ ມຊຈັດຝຶກອົບຮົມກ່ຽວກັບການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ

ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາໃຫ້ແກ່ພະນັກງານ-ລັດຖະກອນພາຍໃນກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຊິ່ງສະໜັບສະໜູນທຶນໂດຍໂຄງການສ້າງຄວາມສາມາດດ້ານການປົກປ້ອງສັງຄົມ (PICE-LENS2-006) ຊຶ່ງກອງປະຊຸມຝຶກອົບຮົບດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19-23 ຕຸລາ 2020 ທີ່ຄະນະວິທະຍາສາດສັງຄົມ, ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ພະນັກງງານ-ລັດຖະກອນກ່ຽວກັບການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ພ້ອມທັງເປັນການແລກປ່ຽນບົດຮຽນປະສົບການ ແລະ ຫັດແໜ້ນຄວາມສາມັກຄີລະຫວ່າງສອງຝ່າຍອີກດ້ວຍ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.

 

 

 

ໃນຕອນເຊົ້າຂອງວັນທີ 09 ຕຸລາ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ (ປີ1994-2020), ສະຫຼຸບສົກຮຽນ-ຊຸດຮຽນ ແລະ ໄຂສົກຮຽນໃໝ່ 2020-2021ທີ່ສະໂມສອນໃຫຍ່ ມຊ ຊັ້ນ 2, ໂດຍການເປັນປະທານຂອງທ່ານ ຮສ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄສຄ, ຮອງຄະນະບໍດີ, ບັນດາຫົວໜ້າ/ຮອງພາກວິຊາ, ຫົວໜ້າ/ຮອງພະແນກ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາປະລິນຍາໂທ, ປະລິນຍາຕີສາຂາຕ່າງໆຂອງ ຄສຄ ເຂົ້າຮ່ວມ.

       ໃນພິທີດັ່ງກ່າວທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄສຄ ໄດ້ຜ່ານບົດສະຫຼຸບສົກສຶກສາ 2019-2020 ແລະ ຜ່ານແຜນການ 2020-2021 ແລະ ທ່ານ ຮສ ປອ. ບຸນທະວີ ສໍສຳພັນ ຮອງຄະນະບໍດີ ຄສຄ ໄດ້ຜ່ານບົດສະຫຼຸບຊຸດຮຽນ 2016-2020 ຫຼັງຈາກນັ້ນທ່ານ ຮສ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ ໄດ້ມີຄຳເຫັນຕໍ່ພິທີດັ່ງກ່າວ ໂດຍທ່ານໄດ້ຊົມເຊີຍຜົນງານທີ່ຄສຄສຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນຍັງເນັ້ນໃຫ້ສືບຕໍ່ພັດທະນາຄວາມຮູ້ທາງດ້ານວິຊາການໂດຍສະເພາະແມ່ນຄູອາຈານກໍຄືນັກສຶກສາພາຍໃນຄສຄ. ພາຍຫຼັງທີ່ສຳເລັດພິທີສະຫຼຸບສົກຮຽນ-ຊຸດຮຽນ ແລະ ໄຂສົກຮຽນໃໝ່ 2020-2021 ແລ້ວກໍໄດ້ມີການຮັບຊົມສານອວຍພອນຄູ, ບົດຟ້ອນອວຍພອນຄູ, ມອບໃບຍ້ອງຍໍໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາທີ່ມີການເຄື່ອນໄຫວພົ້ນເດັ່ນທາງດ້ານວິຊາການ ແລະ ການເຄື່ອນໄຫວນອກຫຼັກສູດ, ພິທີດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ສຳເລັດຜົນຢ່າງຈົບງາມ.

 

ຄສຄຈັດພິທີປະຖະກະຖາ ການທູດລາວ 70 ປີ

        ໃນຕອນບ່າຍຂອງວັນທີ 5 ກັນຍາ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະຖະກະຖາ ການທູດລາວ 70 ປີ ທີ່ສະໂມສອນໃຫຍ່ ມຊ ຊັ້ນ 2, ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄສຄ, ບັນດາຫົວໜ້າ/ຮອງພາກວິຊາ, ຫົວໜ້າ/ຮອງພະແນກ ພະນັກງານ, ຄູ-ອາຈານ ແລະນັກສຶກສາປະລິນຍາໂທສາຂາຕ່າງໆຂອງ ຄສຄ ເຂົ້າຮ່ວມ ແລະ ໃຫ້ກຽດບັນຍາຍໂດຍທ່ານ ພົງສະຫວັດ ບຸບຜາ ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ. ຈຸດປະສົງຂອງພິທີດັ່ງກ່າວແມ່ນເພື່ອໃຫ້ຄູອາຈານ ແລະ ນັກສຶກສາໄດ້ຮຽນຮູ້ເນື້ອໃນເຫດການສຳຄັນທີ່ເປັນມູນເຊື້ອຂອງການສ້າງສາຍສຳພັນການທູດລາດຕັ້ງແຕ່ປີ 1945 ເປັນຕົ້ນມາ, ເພື່ອເປັນການປູກຈິດສຳນຶກນ້ຳໃຈຮັກຊາດ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ບັນພະບູລຸດລາວທີ່ໄດ້ເສຍສະຫຼະເພື່ອຊາດເພື່ອເອກະລາດໃຫ້ຊາດເຮົາໄດ້ຢູ່ຢ່າງເອກະລາດໃນປະຈຸບັນ, ກະຕັນຍູຮູ້ບຸນຄຸນບັນພະບູລຸດລາວທີ່ໄດ້ອຸທິດເຫື່ອແຮງ ມັນສະໝອງເພື່ອການສ້າງ, ການຮັກສາ ແລະ ເສີມຂະຫຍາຍສາຍການທູດລາວແຕ່ລະໄລຍະ ຈົນກາຍເປັນພາລະກິດທີ່ສຳຄັນແຫ່ງລັດ ແລະ ມີຖານະພົ້ນເດັ່ນໃນເວທີສສາກົນ. ແລະ ພິເສດການຈັດພິທີປະຖະກະຖາຄັ້ງນີ້ແມ່ນເພື່ອເປັນການປະກອບສ່ວນໃນການສ້າງຂະບວນການທາງວິຊາການໃນຄສຄກໍຄືມຊໃຫ້ຟົດຟື້ນຄຽງຄູ່ກັບກິດຈະກຳທາງກິລາ ແລະ ຂະບວນການອອກແຮງງານ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາທີ່ຈະເປີດຂຶ້ນໃນເດືອນຕຸລາທີ່ຈະມາເຖິງນີ້.