ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມຄົ້ນຄວ້າພິຈາລະນາຕຳແໜ່ງວິຊາການຄູ
ໃນຕອນບ່າຍຂອງວັນທີ 19 ພະຈິກ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດໄດ້ຈັດກອງປະຊຸມຄົ້ນຄວ້າພິຈາລະນາຕຳແໜ່ງວິຊາການຄູ ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ, ພາຍໃຕ້ການເປັນປະທານຂອງທ່ານ ປອ. ສີສະຫຼຽວ ສະແຫວງສຶກສາ ປະທານສະມາຄົມສົ່ງເສີມການພັດທະນາສະມາຄົມຊົນນະບົດ ແລະ ທີ່ປຶກສາອົງການພຸດທະສາສະໜາປະຈຳລາວ, ໂດຍມີບັນຄະນະກຳມະການ ແລະ ຜູ້ຊົງຄຸນວຸດທິເຂົ້າຮ່ວມທັງໝົດຈຳນວນ 11 ທ່ານ. ໃນກອງປະຊຸມດັ່ງກ່າວໄດ້ຄົ້ນຄວ້າພິຈາລະນາຕໍາແໜ່ງວິຊາການຄູ ຂັ້ນອາຈານລວມມີ 4 ທ່ານ, ຍິງ 1 ທ່ານ ແລະ ຂັ້ນຜູ້ຊ່ວຍອາຈານຈຳນວນ 9 ທ່ານ, ຍິງ 4 ທ່ານ ລວມທັງໝົດ 13 ທ່ານ, ຍິງ 5 ທ່ານ. ກອງປະຊຸມໃນຄັ້ງນີ້ໄດ້ບັນລຸຕາມຈຸດປະສົງທີ່ວາງໄວ້ ແລະ ປະສົບຜົນສຳເລັດໄປດ້ວຍດີ.