ສູນ RTC ຄະນະວິທະຍາສາດສັງຄົມ ມຊ ຈັດຝຶກອົບຮົມກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ-ທຳມະຊາດ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍຈາກໂຄງການພັດທະນາ

ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ-ທຳມະຊາດ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍຈາກໂຄງການພັດທະນາໃຫ້ແກ່ພະນັກງານ-ລັດຖະກອນຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຈຳນວນ 25 ທ່ານ, ຍິງ 6 ທ່ານ ໃນລະຫວ່າງວັນທີ 2-6/11/2020 ທີ່ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງສະໜັບສະໜູນທຶນໂດຍໂຄງການສ້າງຄວາມສາມາດດ້ານການປົກປ້ອງສັງຄົມ (PICE-LENS2-006) ແລະ ພາຍໃຕ້ການເປັນປະທານຂອງທ່ານ ອຈ. ປອ ສາຍໃຈ ສີລາເດດ ຫົວໜ້າສູນ RTC ຄະນະວິທະຍາສາດສັງຄົມ ມຊ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ພະນັກງງານ-ລັດຖະກອນກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ-ທຳມະຊາດ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ ເຊິ່ງມີຫົວຂໍ້ກ່ຽວກັບ 1) ຄວາມສ່ຽງ, ຜົນກະທົບ ແລະ ບັນຫາສັງຄົມຈາກໂຄງການພັດທະນາ, 2) ການຈັດສັນຍົກຍ້າຍ, ການຟື້ນຟູຊີວິດການເປັນຢູ່ ແລະ ການແບ່ງປັນຜົນປະໂຫຍດຈາກໂຄງການພັດທະນາ, 3) ຂະບນການປະເມີນຜົນກະທົບຕໍ່ສັງຄົມ, ການມີສ່ວນຮ່ວມ, ການປຶກສາຫາລື ແລະ ຂອບການມີສ່ວນຮ່ວມຂອງຊຸມຊົນໃນໂຄງການພັດທະນາ, 5) ດຳລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຫຼື EIA (ດຳລັດ 21/ລບ, ລົງວັນທີ 31/1/2009), 6) ດໍາລັດວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນຈາກໂຄງການພັດທະນາ (ດຳລັດ 84/ລບ, 5/4/2016), 7) ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ (45/ສພຊ, 15/6/2018), ການລົງສຶກສາພາກສະໜາມກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ-ທຳມະຊາດ ແລະ ການຈັດສັນຍົກຍ້າຍຢູ່ໂຄງການປັບປຸງເສັ້ນທາງ 13 ເໜືອ ສີເກີດ-ໂພນໂຮງ, 9) ການລົງສຶກສາພາກສະໜາມກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ-ທຳມະຊາດ ແລະ ການຈັດສັນຍົກຍ້າຍຢູ່ໂຄງກາານເທດສະບານແຂວງວຽງຈັນຫຼືທາງດ່ວນ, 10) ການຄົ້ນພົບວັດຖຸບູຮານທີ່ຄົ້ນພົບຈາກໂຄງການພັດທະນາ ແລະ 11) ແນວຄິດການພັດທະນາໂຄງການແບບຍືນຍົງ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ເປັນໄປຕາມແຜນຂອງການຝຶກອົບຮົມຕາມຄາດໝາຍທີ່ວາງໄວ້.