ໃນລະຫວ່າງວັນທີ 5-9/04/2021 ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການແນະນຳຂອງສິ່ງແວດລ້ອມ ແລະ ສັງຄົມຂອງທະນາຄານໂລກ ທີ່ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງສະໜັບສະໜູນທຶນໂດຍໂຄງການສ້າງຄວາມສາມາດດ້ານການປົກປ້ອງສັງຄົມ (PICE-LENS2-006) ແລະ ພາຍໃຕ້ການເປັນປະທານຂອງທ່ານ ປອ. ສາຍໃຈ ສີລາເດດ ຫົວໜ້າສູນ RTC ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ພະນັກງານ-ລັດຖະກອນຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ, ຄູສອນຈາກຄະນະວິທະຍາສາດສັງຄົມ ແລະ ຄະນະວິຊາຕ່າງໆຂອງມຊ ກ່ຽວກັບການແນະນຳຂອງສິ່ງແວດລ້ອມ ແລະ ສັງຄົມຂອງທະນາຄານໂລກ, ໃນການຝຶກອົບຮົມດັ່ງກ່າວແມ່ນມີຫົວຂໍ້ກ່ຽວກັບ1) ການປະເມີນ ແລະ ການຄຸ້ມຄອງຄວາມສ່ຽງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, 2) ແຮງງານ ແລະ ເງື່ອນໄຂການເຮັດວຽກ, 3) ປະສິດທິພາບການນໍາໃຊ້ຊັບພະຍາກອນ ແລະ ການສະກັດກັ້ນ  ແລະ ການຄຸ້ມຄອງມົນລະພິດ, 4) ສຸຂະພາບ ແລະ ຄວາມປອດໄພຂອງຊຸມຊົນ, 5) ການເວນຄືນທີ່ດິນ, ການຈຳກັດການນຳໃຊ້ທີ່ດິນ ແລະ ການຈັດສັນຍົກຍ້າຍແບບບໍ່ສະໝັກໃຈ, 6) ການອະນຸຮັກຊີວະນານາພັນ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ມີຊີວິດແບບຍືນຍົງ, 7) ປະຊາຊົນພື້ນເມືອງ/ຊຸມຊົນທ້ອງຖິ່ນດັ້ງເດີມທີ່ຖືກປະປ່ອຍຢູ່ເຂດລຸ່ມຊາຮາຣາຂອງອາຟຣິກາ, 8) ມໍລະດົກທາງດ້ານວັດທະນະທຳ ແລະ 9) ສື່ກາງທາງການເງິນ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ເປັນໄປຕາມແຜນຂອງການຝຶກອົບຮົມຕາມຄາດໝາຍທີ່ວາງໄວ້.