ໃນວັນທີ 16 ທັນວາ 2022 ຄະນະຮັບຜິດຊອບໂຄງການປົກປັກຮັກສາມໍລະດົກວັດທະນະທຳປະເພດຮູບສະຫຼັກຫີນທີ່ເມືອງປາກລາຍໄດ້ຕ້ອນຮັບ ທ່ານ Michel Lorrillard ຜູ້ອໍານວຍການສະຖາບັນຄົ້ນຄວ້າພາກຕາເວັນອອກໄກຝຣັ່ງ (EFEO) ປະຈໍານະຄອນຫຼວງວຽງຈັນ ທີ່ມີຄວາມສົນໃຈໄດ້ມາພົບປະແລກປ່ຽນດ້ານວິຊາການກັບທາງໂຄງການ. ໃນການພົບປະຄັ້ງນີ້ ທ່ານ ອຈ. ປອ. ຈໍາປາທອງ ໂພຈັນທິລາດ ຫົວໜ້າໂຄງການໄດ້ລາຍງານກ່ຽວກັບຄວາມເປັນມາ, ຈຸດປະສົງໂຄງການ ແລະ ການຈັດຕັ້ງກິດຈະກຳຂອງໂຄງການໃຫ້ທາງສະຖາບັນໄດ້ຮັບຊາບ. ໃນນີ້ທ່ານຜູ້ອໍານວຍການສະຖາບັນຍັງມີຄວາມສົນໃຈເຈາະຈົງກ່ຽວກັບການສໍາຫຼວດທາງບູຮານຄະດີຢູ່ດອນຮອນ ຊຶ່ງທ່ານ ຊອ. ປທ. ວັນນະເສີນ ໃຈຍາຫວາດ ຜູ້ປະສານງານໂຄງການ ແລະ ຊອ. ປທ. ມະນີວັນ ແສງພະຈັນ ນັກວິໄຈໂຄງການໄດ້ລາຍງານຜົນການສໍາຫຼວດເບື້ອງຕົ້ນ. ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຂໍ້ມູນທາງວິຊາການ ຊຶ່ງດຳເນີນໄປດ້ວຍຄວາມຟົດຟື້ນພ້ອມທັງຈະສືບຕໍ່ແລກປ່ຽນທາງດ້ານວິຊາການກັນໃນຄັ້ງຕໍ່ໄປ.
English text below:
Academic exchange meeting between Pak Lai Rock Art Cultural Preservation in Laos Project and Ecole Française d’Extrême-Orient in Vientiane (EFEO Vientiane)
On 16 December 2022, Dr. Michel Lorrillard, a director of Ecole Française d’Extrême-Orient in Vientiane (EFEO Vientiane) visited Pak Lai Rock Art Cultural Preservation in Laos Project at the Faculty of Social Sciences. The meeting aims to exchange the information and networking on the archaeological survey especially his interest in Done Hone Iceland. Dr. Champathong Phochanthilath, a project team leader, provided the overview of the Pak Lai Rock Art Project, then Mr. Vannasern Chaiyavath and Ms. Manivanh Sengphachanh presented findings of the survey.