
ກອງປະຊຸມຜູ້ບໍລິຫານການສຶກສາປະຈໍາປີ 2023 ຂອງຄະນະວິທະຍາສາດສັງຄົມ
ໃນລະຫວ່າງວັນທີ 11-12/1/2024 ຄະນະວິທະຍາສາດສັງຄົມ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາປະຈໍາປີ 2023 ຂອງຄະນະວິທະຍາສາດສັງຄົມ ທີ່ຫ້ອງປະຊຸມຣີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຮສ ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ທ່ານ ຮສ ສະເຫຼີມສັກ ພາບຸດດີ ຮັກສາການຄະນະບໍດີ ຄສຄ, ທ່ານ ອຈ ປອ ນ. ສົມຄິດ ບູລິດຳ ຮອງຄະນະບໍດີ ຄສຄ, ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ, ທ່ານ ປອ. ສີສະຫວາດ ໂສມມະລັດ ຮອງຄະນະບໍດີ ຄສຄ ພ້ອມດ້ວຍພະນັກງານ-ຄູອາຈານເຂົ້າຮ່ວມ. ຈຸດປະສົງໃນພິທີດັ່ງກ່າວແມ່ນເພື່ອເປັນການສະຫຼຸບ ການເຄື່ອນໄຫວປະຈໍາປີ 2023 ແລະ ແຜນພັດທະນາໄລຍະ 5 ປີ ຂອງຄສຄ (2021-2025) ເຊິ່ງປະກອບມີ 7 ແຜນງານ, 35 ໂຄງການ, ສະຫຼຸບຜົນສໍາເລັດຕີລາຄາຂໍ້ຄົງຂ້າງ ແລະ ແນວທາງແກ້ໄຂໃນຕໍ່ໜ້າຂອງບັນດາພາກວິຊາ, ພະແນກຕ່າງໆ ນອກຈາກນັ້ນຍັງໄດ້ຜ່ານຂໍ້ຕົກລົງ ແລະ ຮ່ວມກັນຈັບມືຈັດຕັ້ງຂໍ້ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂອງຄສຄ.