ໃນຕອນເຊົ້າຂອງວັນທີ 29 ທັນວາ 2023 ຄະນະວິທະຍາສາດສັງຄົມໄດ້ຈັດຝຶກອົບຮົມການກຳນົດຕຳແໜ່ງງານ ທີ່ຫ້ອງປະຊຸມ 207 ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ ຄສຄ ມຊ ໃຫ້ກຽດເປັນປະທານໂດຍທ່ານ ຮສ ສະເຫຼີມສັກ ພາບຸດດີ ຮັກສາການຄະນະບໍດີ ຄສຄ ພ້ອມດ້ວຍທ່ານ ອຈ ປອ ນ. ສົມຄິດ ບູລິດຳ ຮອງຄະນະບໍດີ ຄສຄ, ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ ແລະ ໃຫ້ກຽດເປັນວິທະຍາກອນບັນຍາຍແມ່ນ ທ່ານ ນ. ອານົງລິນ ເພັດໄກສອນ ຮອງຫົວໜ້າພະແນກພັດທະນາການຈັດຕັ້ງ ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ນອກນັ້ນຍັງມີຜູ້ຕາງໜ້າຈາກຫ້ອງການວິຊາການມຊ, ຫ້ອງການຫ້ອງການຈັດຕັ້ງ ແລະ ພະນັກງານ, ບັນດາຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາ, ຫົວໜ້າພະແນກ, ຮອງພະແນກ ແລະ ຕາງໜ້າວິຊາການແຕ່ລະພາກສ່ວນເຂົ້າຮ່ວມ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອເຜີຍແຜ່ດຳລັດວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານຂອງລັດຖະກອນແຫ່ງ ສປປ ລາວ ສະບັບເລກທີ 461/ລບ, ນະຄອນຫຼວງວຽງຈັນ ລົງວັນທີ 9/10/2012 ແລະ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການກຳນົດຕຳແໜ່ງງານ ສະບັບເລກທີ 734/ລບ, ລົງວັນທີ 31 ທັນວາ 2022 ໃຫ້ແກ່ບັນດາຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາ, ຫົວໜ້າພະແນກ ແລະ ຮອງພະແນກ ພາຍໃນຄະນະວິທະຍາສາດສັງຄົມ ເພື່ອທີ່ຈະນຳໄປຜັນຂະຫຍາຍ ແລະ ສາມາດກຳນົດຕຳແໜ່ງງານພາຍໃນພາກສ່ວນຂອງຕົນເອງໃຫ້ມີຄວາມເອກະພາບ ແລະ ສອດຄ່ອງກັບນິຕິກຳທີ່ກະຊວງພາຍໃນໄດ້ກຳນົດໄວ້.
ຄະນະວິທະຍາສາດສັງຄົມໄດ້ຈັດຝຶກອົບຮົມການກຳນົດຕຳແໜ່ງງານ
