ໃນລະຫວ່າງວັນທີ 10-12 ກຸມພາ 2020 ຜ່ານມານີ້, ສູນຄົ້ນຄວ້າ ແລະເຝິກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກຍ້າຍ(ສູນ RTC) ຄະນະວິທະຍາສາດສັງຄົມ(ຄສຄ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມທົບທວນ
ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2019 ແລະຜ່ານແຜນການ ປີ 2020 ຂຶ້ນທີ່ຫ້ອງປະຊຸມ ເຮືອນພັກແຄມງຶ່ມ(ທ່າລາດ) ເມືອງ ແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານກ່າວເປີດຂອງທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມຊ, ມີທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີ ຄສຄ, ມີຮອງຄະນະບໍດີ, ມີທ່ານ ອຈ. ປອ ສາຍໃຈ ສີລາເດດ ຫົວໜ້າສູນຄົ້ນຄວ້າ ແລະເຝິກອົບຮົມ ດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງ ການຈັດສັນຍົກຍ້າຍ(ສູນ RTC) ຄສຄ, ມີບັນດາແຂກຖືກເຊີນ ຈາກພາກສ່ວນກ່ຽວຂ້ອງທັງໃນນະຄອນຫຼວງວຽງຈັນ ແລະໃນ ມຊ ພ້ອມດ້ວຍພະນັກງານທີ່ກຽວຂ້ອງຂອງສູນດັ່ງກ່າວເຂົ້າຮ່ວມ.
ໃນພິທີ ທ່ານ ອຈ. ປອ ສາຍໃຈ ສີລາເດດ ຫົວໜ້າສູນ RTC ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2019 ແລະຜ່ານແຜນການປີ 2020 ຂອງສູນ ຕໍ່ທີ່ປະຊຸມ, ທ່ານ ໄດ້ໃຫ້ຮູ້ວ່າ ໂຄງການສ້າງຄວາມສາມາດດ້ານການສຶກສາ ປ້ອງກັນສັງຄົມ ໃຫ້ແກ່ ຄສຄ, ມຊ. ຊື່ພາສາອັງກິດ: Capacity Building Project on Social Safeguard Education for the Faculty of Social Sciences, National University of Laos, ຊື່ຫຍໍ້ໂຄງການ: PICE-LEnS2-006 ໄລຍະປະຕິບັດໂຄງການ ແມ່ນ 4 ປີ, 6 ເດືອນ(21/6/2016-30/12/2020), ໃຊ້ງົບປະມານທັງໝົດ 740,000 ໂດລາສະຫະລັດ; ໂດຍແມ່ນຄະນະວິທະຍາສາດສັງຄົມ ມຊ ເປັນຜູ້ປະຕິບັດໂຄງການ, ມີຄະນະຮັບຜິດຊອບທັງໝົດ 6 ທ່ານ. ໃນໄລຍະ 4 ປີ ຜ່ານມາ ໂຄງການໄດ້ດໍາເນີນຫຼາຍໜ້າວຽກ, ຫຼາຍກິດຈະກໍາ ແລະແບ່ງເປັນຫຼາຍໂຄງການຍ່ອຍ ເຊັ່ນ: ການປັບປຸງຄວາມສາມາດໃຫ້ແກ່ພະນັກງານຂັ້ນສູນກາງ ແລະທ້ອງຖິ່ນ, ເອກະຊົນ ແລະນັກສຶກສາ ກ່ຽວກັບນະໂຍບາຍປ້ອງກັນສັງຄົມ, ການປະເມີນຜົນກະທົບຕໍ່ສັງຄົມ ແລະການຈັດສັນຍົກຍ້າຍ, ການພັດທະນາຄວາມສາມາດ ຂອງຄະນະວິທະຍາສາດສັງຄົມ ໃນການເຮັດການຄົ້ນຄວ້າ, ການວາງແຜນ ແລະການຕິດຕາມ ການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກຍ້າຍ, ການຄຸ້ມຄອງໂຄງການຍ່ອຍ. ໃນນີ້ ມີ ຄຸ້ມຄອງໂຄງການ, ການຄຸ້ມຄອງການເງິນ, ການລາຍງານ, ການຕິດຕາມ ແລະການປະເມີນຜົນ ກິດຈະກໍາຕ່າງໆ ເຊັ່ນ ການຈັດຊື້ອຸປະກອນທີ່ຈໍາເປັນຂອງໂຄງການ, ການສ້ອມແປງອາຄານ ແລະການສະໜອງອຸປະກອນ, ການຈັດຈ້າງທີ່ປຶກສາ ສາກົນ(IC) ແລະທີ່ີປຶກສາພາຍໃນ(NC), ຈັດຈ້າງຜູ້ຊ່ວຍ(ພະນັກງານ) ປະຈໍາສູນຄົ້ນຄວ້າ ແລະເຝິກອົບຮົມ, ພ້ອມນີ້ ກໍຍົກໃຫ້ເຫັນຜົນກະທົບໄລຍະຍາວ ພາຍຫຼັງປະຕິບັດໂຄງການ ແລະຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບຈາກໂຄງການ. ໃນປີ 2017 ຮອດປັດຈຸບັນ ທາງສູນໄດ້ຈັດຕັ້ງປະຕິບັດສໍາເລັດຫຼາຍໜ້າວຽກ ໂດຍສະເພາະ ການຂຽນຫຼັກສູດເຝິກອົບຮົມ-ປຶ້ມຕໍາລາ, ການສ້າງຫຼັກສູດ ປະລິນຍາໂທ, ການຈັດເຝິກອົບຮົມ-ປະຊຸມ-ສໍາມະນາ, ການສ້າງສູນຄົ້ນຄວ້າ ແລະເຝິກອົບຮົມ, ການຄົ້ນຄວ້າ ວິທະຍາສາດການຈັດສັນຍົກຍ້າຍ, ການຄຸ້ມຄອງໂຄງການ.
ຈາກນັ້ນ ທີ່ປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າທະນາຄານໂລກ ຕໍ່ການຈັດຕັ້ງປະຕິບັດໂຄງການຍ່ອຍPICE-LENS2-006, ການປະກອບຄໍາເຫັນ ຈາກຜູ້ຕາງໜ້າກອງທຶນປົກປັກຮັກສາສິ່ງແວດລ້ອມ ຕໍ່ການປະຕິບັດໂຄງການຍ່ອຍ, ໄດ້ຮັບຟັງການລາຍງານຄວາມຄືບໜ້າ ຜົນການຄົ້ນຄວ້າ ວິທະຍາສາດ ກ່ຽວກັບການຈັດສັນຍົກຍ້າຍປະຊາຊົນ ຈາກໂຄງການພັດທະນາ ໃນ 4 ຫົວຂໍ້ ເຊັ່ນ ໂຄງການສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ, ໂຄງການສ້າງເຂື່ອນໄຟຟ້ານໍ້າງຽບ1, ໂຄງການຂຸດຄົ້ນຄໍາ-ທອງແດງເຊໂປນ ແລະໂຄງການປັບປຸງເສັ້ນທາງ A6 ຢູ່ແຂວງຫົວພັນ ຈາກຕົວແທນນັກຄົ້ນຄວ້າ ແຕ່ລະທີມ; ຟັງ ການລາຍງານຜົນສໍາເລັດ, ສິ່ງທ້າທາຍ ແລະວິທີແກ້ໄຂ ໃນການຂຽນ, ການກວດແກ້, ການຈັດພິມປຶ້ມ ແລະຫຼັກສູກເຝິກອົບຮົມໄລຍະສັ້ນ, ຮັບຟັງການລາຍງານຜົນສໍາເລັດ, ສິ່ງທ້າທາຍ ແລະວິທີແກ້ໄຂ ໃນການຈັດເຝິກອົບຮົມໃນໄລຍະຜ່ານມາ, ຟັງລາຍງານຜົນສໍາເລັດ, ສິ່ງທ້າທາຍ ແລະວິທີແກ້ໄຂ ດ້ານວຽກງານບັນຊີ, ການເງິນຂອງໂຄງການ, ການລາຍງານຜົນສໍາເລັດ, ສິ່ງທ້າທາຍ ແລະວິທີແກ້ໄຂ ດ້ານການຈັດການຮຽນ-ການສອນຫຼັກສູດປະລິນຍາໂທ ສາຂາການຄຸ້ມຄອງສັງຄົມ ໃນການຈັດສັນຍົກຍ້າຍ ແລະການຜ່ານແຜນການປີ 2020 ຂອງໂຄງການ; ຂະນະດຽວກັນຜູ້ເຂົ້າຮ່ວມປະຊຸມ ຍັງໄດ້ສົນທະນາ, ເປິກສາຫາລື ເປີດກວ້າງກ່ຽວກັບແນວຄວາມຄິດ ການພັດທະນາໂຄງການໃໝ່ຄື: ໂຄງການຄຸ້ມຄອງສິ່ງແວດລ້ອມ ແລະສິ່ງເສດເຫຼືອ(EWMP) ແລະໂຄງການຄຸ້ມຄອງ ພູມີທັດ ແລະປັບປຸງຊີວິດການເປັນຢູ່(L3) ແລະອື່ນໆ.
ໃນໂອກາດກ່າວເປີດພິທີ ທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມຊ ໄດ້ກ່າວບາງຕອນວ່າ ຢູ່ໃນ ມຊ ໄດ້ມີການຮ່ວມມືກັບຫຼາຍພາກສ່ວນ ທັງພາຍໃນ ແລະຕ່າງປະເທດ, ໄດ້ດໍາເນີນໂຄງການຫຼາຍໂຄງການ; ເຊິ່ງໂຄງການ ຂອງສູນຄົ້ນຄວ້າ ແລະເຝິກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກຍ້າຍ(ສູນ RTC) ຄະນະວິທະຍາສາດສັງຄົມ ແມ່ນໂຄງການໜຶ່ງທີ່ໄດ້ດໍາເນີນໄປດ້ວຍດີ, ມີລະບົບ, ມີການພົວພັນຫຼາຍພາກສ່ວນ, ການດໍາເນີນໂຄງການຕ້ອງມີການສະຫຼຸບ-ກວດກາ, ມີການໂຄສະນາເຜີຍແຜ່, ມີການຮ່ວມມືຢ່າງເປີດກວ້າງ ພ້ອມດຽວກັນກໍຕ້ອງໄດ້ຍາດແຍ່ງເອົາທຶນຊ່ວຍເຫຼືອຂອງໂຄງການໃຫ້ນັບມື້ນັບກວ້າງຂວາງ. ໃນອະນາຄົດຂ້າງໜ້ານີ້ ອາດມີໂຄງການໃໝ່ເກີດຂຶ້ນໃນຫຼາຍຄະນະວິຊາ ໂດຍສະເພາະແມ່ນ ຄະນະກະເສດສາດ, ຄະນະວິທະຍາສາດທໍາມະຊາດ, ຄະນະວິທະຍາສາດສິ່ງແວດລ້ອມ ແລະອື່ນໆ. ຄຽງຄູ່ກັນນັ້ນ ກໍຕ້ອງມີການພັດທະນາຫຼັກສູດໃຫ້ເລິກເຊິ່ງ ມີການຂຽນຫຼັກສູດເປັນພາສາອັງກິດ ເພື່ອໃຫ້ມີຄວາມກ້າວໜ້າ; ໂຄງການໃນຄະນະວິທະຍາສາດສັງຄົມດໍາເນີນຢູ່ ຖືໄດ້ວ່າ ເປັນໂຄງການທີ່ໄດ້ຮັບການຍອມຮັບຈາກສັງຄົມ, ເປັນໂຄງການທີ່ແທດເໝາະກັບສະພາບຄວາມເປັນຈິງຂອງສັງຄົມ ສາມາດຖ່າຍທອດ ແລະໝູນໃຊ້ເຂົ້າໃນການພັດທະນາປະເທດຊາດ ເຊິ່ງສອດຄ່ອງກັບເປົ້າໝາຍຂອງລັດຖະບານ; ສໍາລັບນະໂຍບາຍຂອງຄະນະນໍາ ມຊ ແມ່ນມີຄວາມມຸ່ງຫວັງ ຊຸກຍູ້-ສົ່ງເສີມ ໃນການຄົ້ນຄວ້າຂອງບັນດານັກວິຊາການ, ພະນັກງານ, ຄູ-ອາຈານ ໃນ ມຊ ໃຫ້ມີຄວາມຈະເລີນກ້າວໜ້າຕະຫຼອດໄປ.