ໃນລະຫວ່າງ ວັນທີ 9-12 ມິຖຸນາ 2019 ຜ່ານມານີ້, ຄະນາຈານ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ເດີນທາງໄປທັດສະນະສຶກສາ ທີ່ບ້ານຈັດສັນ ເຂື່ອນໄຟຟ້ານໍ້າຄານ 3 ແລະ ເຂື່ອນໄຟຟາ້ນໍ້າອູ 2 ແຂວງຫຼວງພະບາງ

ນໍາໂດຍທ່ານ ຮສ. ປອ. ຄໍາມະນີ ສຸລິເດດ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ, ມີທ່ານ ປອ. ສາຍໃຈ ສີລາເດດ ຮອງຫົວໜ້າພາກວິຊາສັງຄົມສົງເຄາະ ແລະການພັດທະນາ, ຫົວໜ້າສູນຄົ້ນຄວ້າ ແລະຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກຍ້າຍ, ມີບັນດາຮອງຄະນະບໍດີ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າພາກວິຊາ, ຮອງພາກວິຊາ, ພ້ອມດ້ວຍພະນັກງານ, ຄູ-ອາຈານເຂົ້າຮ່ວມ.

ຂະບວນທັດສະນະສຶກສາຄັ້ງນີ້, ບັນດາຄະນາຈານ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ເດີນທາງໄປຢ້ຽມຢາມເຂື່ອນໄຟຟ້ານໍ້າຄານ 3 ແລະ ເຂື່ອນໄຟຟາ້ນໍ້າອູ 2, ພ້ອມຮັບຟັງການບັນຍາຍກ່ຽວກັບຂໍ້ມູນຕ່າງໆຂອງ 2 ເຂື່ອນດັ່ງກ່າວ, ໂດຍສະເພາະແມ່ນ ທີ່ຕັ້ງຂອງເຂື່ອນ, ການເກັບກໍາຂໍ້ມູນດ້ານຜົນລະປູກ ແລະການປຸກສ້າງ, ການຈ່າຍເງິນຄ່າທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ, ການຈັດສັນທີ່ຢູ່ອາໄສ, ການເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຍົກຍ້າຍ ລວມໄປເຖິງການຄຸ້ມຄອງປ່າໄມ້, ການກວດກາຄຸນນະພາບຂອງນໍ້າ ແລະການຈັດສັນຫາອາຊີບເພື່ອພື້ນຟູຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການຈັດສັນຍົກຍ້ານດັ່ງກ່າວ. ພ້ອມດຽວກັນ, ບັນດາຄະນາຈານ ຍັງໄດ້ລົງພຶ້ນທີ່ໄປຢ້ຽມຢາມເຮືອນປະຊາຊົນ 2 ໝູ່ບ້ານຄື:ບ້ານສາມັກຄີໄຊ ແລະບ້ານຫາດຄີບ ເຊິ່ງເປັນໝູ່ບ້ານທີ່ຖືກຈັດສັນຍົກຍ້າຍອອກຈາກໜ້າເຂື່ອນນໍ້າຄານ 3 ແລະເຂື່ອນໄຟຟາ້ນໍ້າອູ 2 ທີ່ໄດ້ຮັບຜົນກະທົບ ທັງນີ້ກໍ່ເພື່ອໄປສອບຖາມຫາຂໍ້ມູນ ກ່ຽວກັບການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ ແລະການສ້າງຄວາມສາມາດໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຂອງກຸ່ມບ້ານທີ່ໄດ້ຮັບຜົນກະທົບພື້ນທີ່, ລວມໄປເຖິງການຄຸ້ມຄອງ ແລະສິ່ງອໍານວຍຕ່າງໆແກ່ກຸ່ມໝູ່ບ້ານຖືກຈັດສັນຍົກຍ້າຍດັ່ງກ່າວ. ທ່ານ ບຸນມາ ພົມມະລີ ຮອງນາຍບ້ານສາມັກຄີໄຊ ໄດ້ໃຫ້ຮູ້ວ່າ: ບ້ານສາມັກຄີໄຊ ແມ່ນເປັນບ້ານໜຶ່ງທີ່ຖືກຈັດສັນຂອງກຸ່ມບ້ານທີ່ຖືກຜົນກະທົບຈາກໂຄງການ ການສ້າງເຂື່ອນນໍ້າຄານ 3 ເຊິ່ງໄດ້ເຕົ້າໂຮມເອົາຫຼາຍກວ່າ 10 ໝູ່ບ້ານເຂົ້າມາຈັດສັນຢູ່ຮ່ວມກັນເປັນບ້ານສາມັກຄີໄຊ, ສ່ວນການຊົດເຊີຍຄ່າເສຍຫາຍແມ່ນບໍລິສັດໄດ້ ທົດແທນຄ່າເສຍຫາຍໂດຍສະເພາະແມ່ນ: ເຮືອນ, ຕົ້ນໄມ້ກິນໝາກ, ເນື້ອທີ່ປູກຝັງ ແລະເງິນຄ່າເສຍຫາຍຕ່າງໆ, ປັດຈຸບັນປະຊາຊົນສ່ວນຫຼາຍແມ່ນດໍາລົງຊີວິດຫາລ້ຽງຊີບດ້ວຍການປູກຝັງ, ລ້ຽງສັດ ເປັນຕົ້ນ.

ຈຸດປະສົງໃນການໄປທັດສະນະສຶກສາຂອງບັນດາຄະນາຈານ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດຄັ້ງນີ້, ກໍເພື່ອແນໃສ່ແລກປ່ຽນບົດຮຽນ, ທິດສະດີ ແລະຮຽນຮູ້ໃນການປະຕິບັດຕົວຈິງ ກັບບັນດາບໍລິສັດກໍ່ສ້າງ ຫຼືບັນດາໂຄງການ ໃນການຈັດສັນຍົກຍ້າຍ ແລະການກໍ່ສ້າງເຂື່ອນນໍ້າຄານ 3 ແລະເຂື່ອນໄຟຟາ້ນໍ້າອູ 2 ລວມໄປເຖິງການຄຸ້ມຄອງສັງຄົມໃນດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຈັດສັນຍົກຍ້າຍພື້ນທີ່ອາໃສຂອງປະຊາຊົນທີ່ຖືກຜົນກະທົບໃນການສ້າງເຂື່ອນໄຟ້ຟ້າ. ການທັດສະນະສຶກສາ ແລະຝຶກປະຕິບັດພາກສະໜາມຄັ້ງນີ້ ຈັດຂຶ້ນໂດຍ: ສູນຄົ້ນຄວ້າ ແລະຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກຍ້າຍຫຼື RTC, ພາຍໃຕ້ການສະໜັບສະໜູນໂດຍ: ໂຄງການສ້າງຄວາມສາມາດດ້ານການສຶກສາການປ້ອງກັນສັງຄົມ, ທະນາຄານໂລກແລະກອງທຶນປົກປັກຮັກສາສິ່ງແວດລ້ອມ.