ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2020, ທ່ານ ພົງສະຫວັດ ບຸບຜາ ອະດີດຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ມາຢ້ຽມຢາມພົບປະ ເພື່ອກະກຽມການປະຖະກະຖາກ່ຽວກັບການພົວພັນຕ່າງປະເທດໃຫ້ແກ່ຄູອາຈານ ແລະ ນັກສຶກສາໃນ ຄສຄ ພ້ອມທັງໄດ້ມອບປຶ້ມຈຳນວນ 05 ເຫຼັ້ມໃຫ້ແກ່ຫ້ອງອ່ານຄສຄ, ຕາງໜ້າຮັບປຶ້ມໂດຍທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີ ແລະ ທ່ານ ຮສ. ປອ. ບຸນທະວີ ສໍສຳພັນ ຮອງຄະນະບໍດີ, ເຊິ່ງປຶ້ມດັ່ງກ່າວປະກອບມີ: ປຶ້ມການຂະຫຍາຍ ຕົວຂອງລັດລາວ (ສະບັບພາສາລາວ ແລະ ພາສາອັງກິດ), ປຶ້ມການທູດລາວ 70 ປີ (1945-2015), ປຶ້ມຫໍຄຳທຳນຽບປະທານປະເທດ ແລະ ປຶ້ມ Lao Shitoryu Karatedo Academic 5th Anniversary 2016 ຊຶ່ງທັງໝົດນີ້ແມ່ນຜົນງານການຄົ້ນຄວ້າ ຮຽບຮຽງຂອງເພິ່ນເອງ. ປຶ້ມດັ່ງກ່າວລ້ວນແຕ່ມີຄຸນຄ່າ, ເປັນປະໂຫຍດ ແລະ ເປັນຄວາມຮູ້ໃນການສຶກສາຄົ້ນຄວ້າເຂົ້າໃນການຮຽນ-ການສອນໃຫ້ແກ່ຄູອາຈານ ແລະ ນັກສຶກສາພາຍໃນຄະນະວິທະຍາສາດສັງຄົມ.