ໃນຕອນບ່າຍຂອງວັນທີ 29 ກໍລະກົດ 2020 ຄະນະວິທະຍາສາດສັງຄົມໄດ້ປະກາດແຕ່ງຕັ້ງຄະນະບໍດີ ແລະ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຕໍາແໜ່ງບໍລິຫານປະເພດ 3,4,5 ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງມີຜູູ້ເຂົ້າຮ່ວມທັງໝົດ ຈໍານວນ 93 ທ່ານ, ຍິງ 46 ທ່ານ. ຄະນະຈັດຕັ້ງພິທີໄດ້ດໍາເນີນການທາບທາມພ້ອມທັງຜ່ານດໍາລັດຂອງນາຍຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ສຳລັບເລກທີ 354, ລົງວັນທີ 23 ມິຖຸນາ 2020, ໂດຍແຕ່ງຕັ້ງທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ເປັນຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ. ໃນຕອນທ້າຍທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ກຽດໃຫ້ຄໍາໂອວາດຕໍ່ຄະນະບໍດີໂດຍສະເພາະແມ່ນວຽກງານຝຶກອົບຮົມຫຼໍ່ຫຼອມຂອງພະນັກງານລັດຖະກອນ, ການສ້າງຜູ້ສືບທອດ (ດ້ານວິຊາການ ແລະ ຄຸນສົມບັດແນວຄິດການເມືອງ), ປະກົດການຫຍໍ້ທໍ້ທີ່ຄວນສະກັດກັ້ນເປັນຄະຕິເຕືອນໃຈ, ການພັດທະນາວິຊາສະເພາະ, ວິທະຍາສາດ ແລະ ສັງຄົມໃຫ້ເຂັ້ມແຂງ ພ້ອມທັງການທາບທາມບຸກຄະລາກອນຕໍາແໜ່ງບໍລິຫານປະເພດ 3,4, ແລະ 5 ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຂອງກະຊວງສຶກສາທິການ ແລະ ກີລາ. ຫຼັງຈາກນັ້ນ ທ່ານ ຮສ.ປອ ເດຊານຸລາດ ແສນດວງກໍໄດ້ຂຶ້ນກ່າວຮັບຄຳໂອວາດຈາກທ່ານຮອງອະທິການເພື່ອນຳໄປເປັນທິດທາງໃນການປະຕິບັດໜ້າທີ່, ພາລະກິດໃນການພັດທະນາຄສຄ ກໍຄືການປະກອບສ່ວນໃຫ້ແກ່ການພັດທະນາມຊ.