ຄສຄຈັດພິທີປະຖະກະຖາ ການທູດລາວ 70 ປີ
ໃນຕອນບ່າຍຂອງວັນທີ 5 ກັນຍາ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະຖະກະຖາ ການທູດລາວ 70 ປີ ທີ່ສະໂມສອນໃຫຍ່ ມຊ ຊັ້ນ 2, ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄສຄ, ບັນດາຫົວໜ້າ/ຮອງພາກວິຊາ, ຫົວໜ້າ/ຮອງພະແນກ ພະນັກງານ, ຄູ-ອາຈານ ແລະນັກສຶກສາປະລິນຍາໂທສາຂາຕ່າງໆຂອງ ຄສຄ ເຂົ້າຮ່ວມ ແລະ ໃຫ້ກຽດບັນຍາຍໂດຍທ່ານ ພົງສະຫວັດ ບຸບຜາ ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ. ຈຸດປະສົງຂອງພິທີດັ່ງກ່າວແມ່ນເພື່ອໃຫ້ຄູອາຈານ ແລະ ນັກສຶກສາໄດ້ຮຽນຮູ້ເນື້ອໃນເຫດການສຳຄັນທີ່ເປັນມູນເຊື້ອຂອງການສ້າງສາຍສຳພັນການທູດລາດຕັ້ງແຕ່ປີ 1945 ເປັນຕົ້ນມາ, ເພື່ອເປັນການປູກຈິດສຳນຶກນ້ຳໃຈຮັກຊາດ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ບັນພະບູລຸດລາວທີ່ໄດ້ເສຍສະຫຼະເພື່ອຊາດເພື່ອເອກະລາດໃຫ້ຊາດເຮົາໄດ້ຢູ່ຢ່າງເອກະລາດໃນປະຈຸບັນ, ກະຕັນຍູຮູ້ບຸນຄຸນບັນພະບູລຸດລາວທີ່ໄດ້ອຸທິດເຫື່ອແຮງ ມັນສະໝອງເພື່ອການສ້າງ, ການຮັກສາ ແລະ ເສີມຂະຫຍາຍສາຍການທູດລາວແຕ່ລະໄລຍະ ຈົນກາຍເປັນພາລະກິດທີ່ສຳຄັນແຫ່ງລັດ ແລະ ມີຖານະພົ້ນເດັ່ນໃນເວທີສສາກົນ. ແລະ ພິເສດການຈັດພິທີປະຖະກະຖາຄັ້ງນີ້ແມ່ນເພື່ອເປັນການປະກອບສ່ວນໃນການສ້າງຂະບວນການທາງວິຊາການໃນຄສຄກໍຄືມຊໃຫ້ຟົດຟື້ນຄຽງຄູ່ກັບກິດຈະກຳທາງກິລາ ແລະ ຂະບວນການອອກແຮງງານ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາທີ່ຈະເປີດຂຶ້ນໃນເດືອນຕຸລາທີ່ຈະມາເຖິງນີ້.