ໃນຕອນເຊົ້າຂອງວັນທີ 09 ຕຸລາ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ (ປີ1994-2020), ສະຫຼຸບສົກຮຽນ-ຊຸດຮຽນ ແລະ ໄຂສົກຮຽນໃໝ່ 2020-2021ທີ່ສະໂມສອນໃຫຍ່ ມຊ ຊັ້ນ 2, ໂດຍການເປັນປະທານຂອງທ່ານ ຮສ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄສຄ, ຮອງຄະນະບໍດີ, ບັນດາຫົວໜ້າ/ຮອງພາກວິຊາ, ຫົວໜ້າ/ຮອງພະແນກ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາປະລິນຍາໂທ, ປະລິນຍາຕີສາຂາຕ່າງໆຂອງ ຄສຄ ເຂົ້າຮ່ວມ.

       ໃນພິທີດັ່ງກ່າວທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄສຄ ໄດ້ຜ່ານບົດສະຫຼຸບສົກສຶກສາ 2019-2020 ແລະ ຜ່ານແຜນການ 2020-2021 ແລະ ທ່ານ ຮສ ປອ. ບຸນທະວີ ສໍສຳພັນ ຮອງຄະນະບໍດີ ຄສຄ ໄດ້ຜ່ານບົດສະຫຼຸບຊຸດຮຽນ 2016-2020 ຫຼັງຈາກນັ້ນທ່ານ ຮສ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມຊ ໄດ້ມີຄຳເຫັນຕໍ່ພິທີດັ່ງກ່າວ ໂດຍທ່ານໄດ້ຊົມເຊີຍຜົນງານທີ່ຄສຄສຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນຍັງເນັ້ນໃຫ້ສືບຕໍ່ພັດທະນາຄວາມຮູ້ທາງດ້ານວິຊາການໂດຍສະເພາະແມ່ນຄູອາຈານກໍຄືນັກສຶກສາພາຍໃນຄສຄ. ພາຍຫຼັງທີ່ສຳເລັດພິທີສະຫຼຸບສົກຮຽນ-ຊຸດຮຽນ ແລະ ໄຂສົກຮຽນໃໝ່ 2020-2021 ແລ້ວກໍໄດ້ມີການຮັບຊົມສານອວຍພອນຄູ, ບົດຟ້ອນອວຍພອນຄູ, ມອບໃບຍ້ອງຍໍໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາທີ່ມີການເຄື່ອນໄຫວພົ້ນເດັ່ນທາງດ້ານວິຊາການ ແລະ ການເຄື່ອນໄຫວນອກຫຼັກສູດ, ພິທີດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ສຳເລັດຜົນຢ່າງຈົບງາມ.