ຄະນະວິທະຍາສາດສັງຄົມໄດ້ຮັບກຽດເປັນເຈົ້າພາບໃນການຈັດກອງປະຊຸມສ່ອງແສງປະຈຳເດືອນ ຕຸລາ 2020 ແລະ ຜ່ານແຜນການປະຈຳເດືອນ ພະຈິກ 2020 ມະຫາວິທະຍາໄລແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 3 ພະຈິກ 2020 ຄະນະວິທະຍາສາດສັງຄົມໄດ້ຮັບກຽດຈັດກອງປະຊຸມສ່ອງແສງປະຈຳເດືອນ ຕຸລາ 2020 ແລະ ຜ່ານແຜນການປະຈໍາເດືອນ ພະຈິກ 2020 ຂອງມະຫາວິທະຍາໄລແຫ່ງຊາດ ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໂດຍມີບັນດາທ່ານຮອງອະທິການບໍດີ, ຄະນະບໍດີ, ຫົວໜ້າຫ້ອງການ, ຫົວໜ້າສູນ, ສະຖາບັນ ແລະ ໂຮງໝໍເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອເປັນການສະຫຼຸບຜົນງານການເຄື່ອນໄຫວປະຈຳເດືອນ ຕຸລາ 2020 ແລະ ຜ່ານແຜນການປະຈຳເດືອນ ພະຈິກ 2020 ພ້ອມທັງມີການສະເໜີແລກປ່ຽນຄວາມຄິດເຫັນຂອງຜູ້ເຂົ້າຮ່ວມທັງໝົດ ກອງປະຊຸມດັ່ງກ່າວໄດ້ດຳເນີນໄປດ້ວຍດີ ແລະ ສຳເລັດຜົນຢ່າງຈົບງາມ.