ສູນ RTC ຄະນະວິທະຍາສາດສັງຄົມ ມຊ ເປັນເຈົ້າພາບໃນການຈັດກອງປະຊຸມຕ້ອນຮັບທະນາຄານໂລກໃນການລົງມາເຮັດວຽກສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ມຊ

ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າພາບໃນການຈັດກອງປະຊຸມຕ້ອນຮັບການລົງມາເຮັດວຽກສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການສະໜັບສະໜູນຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມໄລຍະ 2 ຢູ່ສປປລາວ ໃນວັນທີ 30/10/2020 ທີ່ຜ່ານມາ ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ ມຊ, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ທ່ານ John Paw ຕາງໜ້າທີມງານຊ່ຽວຊານຈາກທະນາຄານໂລກ ແລະ ບັນດາຫົວໜ້າ-ຄະນະຮັບຜິດຊອບໂຄງການຍ່ອຍ 4 ໂຄງການຢູ່ມຊເຂົ້າຮ່ວມ ໃນນັ້ນມີ ຄະນະວິທະຍາສາດສັງຄົມ, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດທຳມະຊາດ ແລະ ຄະນະວິທະຍາສາດປ່າໄມ້,ເຊິ່ງລວມຜູ້ເຂົ້າຮ່ວມທັງໝົດ 09 ທ່ານ. ຈຸດປະສົງກອງປະຊຸມດັ່ງກ່າວແມ່ນເພື່ອຕິດຕາມກວດກາຜົນການຈັດຕັ້ງປະຕິບັດໂຄງການຍ່ອຍຢູ່ມຊ ໂດຍສະເພາະແມ່ນການລາຍງານສະພາບລວມຂອງໂຄງການ, ຜົນສຳເລັດ, ສິ່ງທ້າທາຍ ແລະ ແນວທາງໃນການແກ້ໄຂສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ.