ຄສຄຈັດພິທີປະກາດການຈັດຕັ້ງບຸກຄະລາກອນຕຳແໜ່ງບໍລິຫານປະເພດ 3,4,5

ໃນຕອນບ່າຍຂອງວັນທີ 1 ທັນວາ 2020 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງບຸກຄະລາກອນຕໍາແໜ່ງປະເພດ 3,4,​5 ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ ພາຍໃຕ້ການເປັນປະທານຂອງທ່ານ ສຈ.ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງມີຜູູ້ເຂົ້າຮ່ວມທັງໝົດ ຈໍານວນ 26 ທ່ານ (ຍິງ 11 ທ່ານ). ບຸກຄະລາກອນທີ່ໄດ້ຮັບການແຕ່ງຕັ້ງໃນຊຸດນີ້ມີຈຳນວນທັງໝົດ 7 ທ່ານ (ຍິງ 2 ທ່ານ) ໃນນັ້ນຕຳແໜ່ງບໍລິຫານປະເພດ 3 ມີ 1 ທ່ານ, ປະເພດ 4 ມີ 3 ທ່ານ ແລະ ປະເພດ 5 ມີ 3 ທ່ານ (ຍິງ 2 ທ່ານ) ດັ່ງລາຍລະອຽດລຸ່ມນີ້:

  • ທ່ານ ປທ ແພງສີ ຄໍາມຸງຄຸນ ດຳລົງຕຳແໜ່ງຮອງຄະນະບໍດີຊົ່ວຄາວ,
  • ທ່ານ ປທ ພອນ ແສງດາລາ ດໍາລົງຕໍາແໜ່ງວ່າການຫົວໜ້າພາກວິຊາປະຫວັດສາດ ແລະ ບູຮານວິທະຍາ,
  • ທ່ານ ປທ ລຳວຽງ ພົງສະຫວັດ ດໍາລົງຕຳແໜ່ງຫົວໜ້າພະແນກຄຸ້ມຄອງນັກສຶກສາ,
  • ທ່ານ ຊອ. ປທ ລິນທາ ຈັນທະລີມາ ດຳລົງຕຳແໜ່ງ ຫົວໜ້າພະແນກຈັດຕັ້ງສັງລວມ,
  • ທ່ານ ປອ ນ. ມະລິພອນ ດວງພະຈັນ ດໍາລົງຕໍາແໜ່ງຮອງຫົວໜ້າພະແນກວິຊາການ,
  • ທ່ານ ປທ ນ. ສາຍໝອນທອງ ມັງໜໍ່ເມກ ຮອງຫົວໜ້າພະແນກຈັດຕັ້ງ-ສັງລວມ
  • ທ່ານ ປທ ໂພທອງ ຈັນທະວິໄລ ດໍາລົງຕຳແໜ່ງຫົວໜ້າໜ່ວຍວິຊາບໍລິການສັງຄົມ.

ໃນຕອນທ້າຍ ທ່ານ ສຈ.ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ກຽດໃຫ້ຄໍາໂອວາດຕໍ່ບຸກຄະລາກອນທີ່ໄດ້ຮັບຕໍາແໜ່ງໃໝ່ ໂດຍສະເພາະແມ່ນວຽກງານດ້ານວິຊາການ ແລະ ຄຸນສົມບັດແນວຄິດການເມືອງ, ປາກົດການຫຍໍ້ທໍ້ທີ່ຄວນສະກັດກັ້ນເປັນຄະຕິເຕືອນໃຈ, ການພັດທະນາວິຊາສະເພາະໂດຍສະເພາະວິທະຍາສາດສັງຄົມໃຫ້ເຂັ້ມແຂງຂຶ້ນໄປເລື້ອຍໆ ຫຼັງຈາກນັ້ນ ທ່ານ ປທ ແພງສີ ຄຳມຸງຄຸນ ກໍໄດ້ຕາງໜ້າຂຶ້ນກ່າວຮັບຄຳໂອວາດ ຈາກທ່ານ ອະທິການບໍດີເພື່ອນຳໄປເປັນທິດທາງໃນການປະຕິບັດໜ້າທີ່, ພາລະກິດໃນການພັດທະນາຄສຄ ກໍຄືການປະກອບສ່ວນໃຫ້ແກ່ການພັດທະນາມຊ.