ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄສຄ ມຊຈັດກອງປະຊຸມປັບປຸງວິຊາສອນການໃຫ້ຄຳປຶກສາທາງສັງຄົມສົງເຄາະ

ໃນລະຫວ່າງວັນທີ 4-6 ທັນວາ 2020 ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມປັບປຸງວິຊາສອນການໃຫ້ຄຳປຶກສາທາງສັງຄົມສົງເຄາະ ທີ່ຫ້ອງປະຊຸມເຮືອນພັກຄູນຊັບເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ບຸນທະວີ ສໍສຳພັນ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ພ້ອມທັງຄະນະນໍາ-ຄູອາຈານພາຍໃນພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ຜູ້ຊ່ຽວຊານກ່ຽວກັບວຽກງານສັງຄົມສົງຄົມສົງເຄາະ ແລະ ພະນັກງານສູນໃຫ້ຄຳປຶກສາ ລວມທັງໝົດຈຳນວນ 14 ທ່ານ, ເຊິ່ງສະໜຸບສະໜູນໂດຍອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA). ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີຄູ່ມືການສອນວິຊາການໃຫ້ຄຳປຶກສາທາງສັງຄົມສົງເຄາະ, ນຳສະເໜີບົດຮຽນປະສົບການ ແລະ ເຕັກນິກວິທີການໃຫ້ຄໍາປຶກສາຂອງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ບົດຮຽນ, ປະສົບການ ແລະ ເຕັກນິກວິທີການໃຫ້ຄຳປຶກສາຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮູບແບບ, ເຕັກນິກ ແລະ ວິທີການໃຫ້ຄຳປຶກສາຈາກມຸມມອງທາງຈິດຕະວິທະຍາ, ມາດຖານການໃຫ້ຄໍາປຶກສາທາງສັງຄົມສົງເຄາະ, ສົນທະນາປຶກສາຫາລືກ່ຽວກັບການປັບປຸງເນື້ອໃນຄູ່ມືການສອນວິຊາການໃຫ້ຄຳປຶກສາທາງສັງຄົມສົງເຄາະ ເພື່ອໃຫ້ເນື້ອໃນບົດມີຄວາມສົມບູນຂຶ້ນ ພ້ອມທັງມີການສະເໜີແຜນສຳລັບກອງປະຊຸມຄັ້ງຕໍ່ໄປ.