ໃນລະຫວ່າງວັນທີ 25-29 ມັງກອນ 2021 ພາກວິຊາພູມີສາດ ແລະ ສາສະລະສົນເທດສາດ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຝຶກອົບຮົມພື້ນຖານການນຳໃຊ້ເຮືອບິນທີ່ບໍ່ມີຄົນຂັບ (Drone) ທີ່ຫ້ອງປະຊຸມສູນ RTC ຄະນະວິທະຍາສາດສັງຄົມ, ພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດຈໍານວນ 17 ທ່ານ ໃນນັ້ນມີທີ່ປຶກສາຈຳນວນ 3 ທ່ານ, ວິຊາການຈາກກົມຄຸ້ມຄອງທີ່ດິນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈຳນວນ 9 ທ່ານ, ອາຈານສອນພາຍໃນພາກວິຊາພູມີສາດ ແລະ ສາສະລະສົນເທດສາດ ຄະນະວິທະຍາສາດສັງຄົມ ຈຳນວນ 3 ທ່ານ ແລະ ອາຈານຈາກມະຫາວິທະຍາໄລສັບພະວິຊາຈຳນວນ 2 ທ່ານ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອແນໃສ່ການເພີ່ມທັກສະພື້ນຖານທີ່ຈຳເປັນໃນການນຳໃຊ້ເຮືອບິນທີ່ບໍ່ມີຄົນຂັບ (Drone) ຄວາມລະອຽດສູງແບບ RTK ເຂົ້າໃນການສຳຫຼວດພື້ນທີ່ໃນວຽກງານການຄຸ້ມຄອງທີ່ດິນໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ. ເຊິ່ງໄດ້ຮັບການສະໜັບສະໜູນການຝຶກອົບຮົມໂດຍແຜນງານຄຸ້ມຄອງທີ່ດິນ ແລະ GIZ ປະຈຳລາວ.