ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຈັດສັນຍົກຍ້າຍ (RTC), ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ໃນວັນທີ 23-27/02/2021 ທີ່ເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງສະໜັບສະໜູນທຶນໂດຍໂຄງການສ້າງຄວາມສາມາດດ້ານການປົກປ້ອງສັງຄົມ (PICE-LENS2-006) ແລະ ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ. ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ຄະນະກຳມະການຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຈາກໂຄງການນ້ຳງຽບ1 ກ່ຽວກັບການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ, ໃນການຝຶກອົບຮົມດັ່ງກ່າວແມ່ນມີຫົວຂໍ້ກ່ຽວກັບ 1) ຄວາມສ່ຽງ, ຜົນກະທົບ ແລະ ບັນຫາສັງຄົມຈາກໂຄງການພັດທະນາ, 2) ການທົດແທນຄ່າເສຍຫາຍ ແລະ ບັນຫາຕໍ່ສິ່ງແວດລ້ອມສັງຄົມທີ່ເກີດຈາກໂຄງການພັດທະນາຕ່າງໆ, 3) ການນຳໃຊ້ຂໍ້ມູນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມເຂົ້າໃນການສ້າງແຜນຄຸ້ມຄອງສິ່ງແວດລ້ອມສັງຄົມ, ແຜນທົດແທນຄ່າເສຍຫຍ, ແຜນການຍົກຍ້າຍຈັດສັນ ແລະ ແຜນຟື້ນຟູຊີວິດການເປັນຢູ່, 4) ການຄັດເລືອກພື້ນທີ່ຈັດສັນຍົກຍ້າຍໂດຍການນຳໃຊ້ລະບົບສາລະສົນເທດທາງພູມີສາດ, 5) ດຳລັດວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນຈາກໂຄງການພັດທະນາ (ດຳລັດ 84/ລບ, 5/4/2016), 6) ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ (ດຳລັດ 45/ສພຊ, 15/6/2018), 7) ທາງເລືອກໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການພັດທະນາໂດຍການປະກອບອາຊີບກະສິກຳ (ການລ້ຽງສັດໃຫຍ່), 8) ທາງເລືອກໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການພັດທະນາໂດຍການປະກອບອາຊີບ (ການເຮັດທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ), 9) ການຟື້ນຟູ ແລະ ພັດທະນາຊີວິດການເປັນຢູ່ແບບຍືນຍົງ ແລະ 10) ການມີສ່ວນຮ່ວມ, ການປຶກສາຫາລື ແລະ ຂອບການມີສ່ວນຮ່ວມຂອງຊຸມຊົນໃນໂຄງການພັດທະນາ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ເປັນໄປຕາມແຜນຂອງການຝຶກອົບຮົມຕາມຄາດໝາຍທີ່ວາງໄວ້.