ໃນວັນທີ 29/03/2021 ທ່ານ ຮສ ປອ. ເດຊານຸລາດ ແສນດວງເດດ ຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ເຂົ້າຮ່ວມເຊັນສັນຍາສະໜອງທຶນໃຫ້ 11 ໂຄງການ ທີ່ໄດ້ຮັບທຶນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ທີ່ຫ້ອງປະຊຸມສະໂມສອນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ການເປັນປະທານຂອງທ່ານ ປອ.ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ຈຸດປະສົງໃນການເຊັນສັນຍາສະໜອງທຶນດັ່ງກ່າວແມ່ນ 1)ເພື່ອຊ່ວຍສ້າງຄວາມເຂັ້ມແຂງດ້ານຂອບການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມໃຫ້ແກ່ກອງທຶນປົກປັກຮັກສາສິ່ງແວດລ້ອມ, ກະຊວງທີ່ກ່ຽວຂ້ອງ, ການປົກຄອງຂັ້ນທ້ອງຖິ່ນ ແລະ ສື່ມວນຊົນໃນການກະກຽມ, ຈັດຕັ້ງປະຕິບັດ ແລະ ປະເມີນໂຄງຫານລົງທຶນ, 2) ເພື່ອສຸມໃສ່ການປະເມີນ ແລະ ສ້າງຄວາມສາມາດກ່ຽວກັບການໝູນໃຊ້ກອບການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມ ເຂົ້າໃນການກະກຽມໂຄງການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ ແລະ ໂຄງການຄຸ້ມຄອງພູມີທັດ ແລະ ການປັບປຸງຊີວິດການເປັນຢູ່, 3) ເພື່ອເຊື່ອມສານບົດບາດຍິງຊາຍເຂົ້າໃນການຈັດຕັ້ງປະຕິບັດຂອງການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການລົງທຶນ.