ໃນລະຫວ່າງວັນທີ 31/3/2021-4/4/2021 ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ໄດ້ຈັດກອງປະຊຸມວິຊາການປຶກສາຫາລືກ່ຽວກັບການປະເມີນຫຼັກສູດສັງຄົມສົງເຄາະ ທີ່ຫ້ອງປະຊຸມໂຮງແຮມເດິແກຣນ ຣີເວີຊາຍ ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ ບຸນທະວີ ສໍສຳພັນ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ພ້ອມທັງແຂກຮັບເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ຜູ້ຊ່ຽວຊານກ່ຽວກັບວຽກງານສັງຄົມສົງຄົມສົງເຄາະ ແລະ ຄູອາຈານພາຍໃນພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີກ່ຽວກັບຫຼັກການ ແລະ ບົດຮຽນດ້ານວຽກງານສັງຄົມສົງເຄາະ, ບົດຮຽນການປະຕິບັດວຽກງານສັງຄົມສົງເຄາະຈາກສູນເພື່ອນມິດ, ສູນກາງຊາວໜຸ່ມ, ສະມາຄົມພັດທະນາທັກສະຊີວິດ, ສູນໃຫ້ຄຳປຶກສາແມ່ ແລະ ເດັກ, ນອກນັ້ນຍັງໄດ້ມີການສົນທະນາກຸ່ມໃຫຍ່, ກຸ່ມຍ່ອຍ ແລະ ສຳພາດແບບຈັດກຸ່ມສົນທະນາ, ສໍາພາດເປັນລາຍບຸກຄົນ ແລະ ນຳສະເໜີຜົນການສຳພາດພ້ອມທັງສະຫຼຸບຜົນ ແລະ ວາງແຜນສືບຕໍ່ໃນການປັບປຸງຫຼັກສູດສັງຄົມສົງເຄາະໃນຂັ້ນຕໍ່ໄປ.
ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາຈັດກອງປະຊຸມວິຊາການປຶກສາຫາລືກ່ຽວກັບການປະເມີນຫຼັກສູດສັງຄົມສົງເຄາະ
