ແຜນງານທີ່ດິນ ອົງການ GIZ ຮ່ວມກັບ ສູນເພດພາວະສຶກສາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບຄວາມສະດຸ້ງໄວດ້ານເພດພາວະໃຫ້ແກ່ຄູຝຶກລະບົບຖານຂໍ້ມູນທະບຽນທີ່ດິນ ໃນລະຫວ່າງວັນທີ 23-24/03/2023 ທີ່ໂຮງແຮມນິວໂຣສ໌ ນະຄອນຫຼວງວຽງຈັນ, ເຊິ່ງສະໜັບສະໜູນການຈັດຝຶກອົບຮົມໂດຍ GIZ. ການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23/03/23 ພາຍໃຕ້ການເປັນປະທານຂອງທ່ານ ພັນທະລີ ມະນີວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພ້ອມນັ້ນໃຫ້ກຽດເຂົ້າຮ່ວມໂດຍທ່ານ ແບນດ໌ ເມສເຊີສມິດ ຫົວໜ້າແຜນງານທີ່ດິນ GIZ, ທ່ານ ຟິນລິບ ບອນຕູຢານ ຫົວໜ້າ ICD, GIZ, ທ່ານ ພັກວັນໄຊ ປະຖໍາວົງສາ ຮອງຫົວໜ້າພະແນກພັດທະນາບຸກຄະລາກອນ ກົມຈັດຕັ້ງ ແລະ ພະນັກງານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ປອ ນ. ຈໍາປາທອງ ໂພຈັນທິລາດ ຫົວໜ້າສູນເພດພາວະສຶກສາ ຄສຄ ມຊ ພ້ອມຄະນະ, ຄະນະຮັບຜິດຊອບຈັດການຝຶກອົບຮົມຈາກ GIZ, ນັກສໍາມະນາກອນຈາກກົມທີ່ດິນ ຈໍານວນ 12 ທ່ານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ 4 ທ່ານ, ຈາກວິທະຍາໄລສັບພະວິຊາ 2 ທ່ານ, ຄະນະວິທະຍາສາດປ່າໄມ້ 2 ທ່ານ ລວມຜູ້ເຂົ້າຮ່ວມທັງໝົດຈໍານວນ 32 ຍິງ 10 ທ່ານ

ຈຸດປະສົງໃນການຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ພະນັກງານກ່ຽວກັບຄວາມສະດຸ້ງໄວດ້ານເພດພາວະ ໂດຍສະເພາະແມ່ນນະໂຍບາຍສົ່ງເສີມຄວາມສະເໝີພາບຍິງ-ຊາຍ (ຄວາມສະດຸ້ງໄວຕໍ່ບັນຫາດ້ານເພດພາວະໃນວຽກງານການຂຶ້ນທະບຽນທີ່ດິນ), ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບຄວາມສະເໝີພາບຍິງ-ຊາຍ ແລະ ການຄຸ້ມຄອງທີ່ດິນ, ແນວຄວາມຄິດເບື້ອງຕົ້ນກ່ຽວກັບເພດພາວະ, ການມີສ່ວນຮ່ວມຂອງແມ່ຍິງໃນຂະບວນການຂຶ້ນທະບຽນຕອນດິນ ແລະ ກຳມະສິດທີ່ດິນ, ການວິເຄາະດ້ານເພດພາວະ, ເທັກນິກການຝຶກອົບຮົມດ້ານເພດພາວະ ແລະ ສ້າງແຜນຝຶກອົບຮົມດ້ານເພດພາວະ.

ການຝຶກອົບຮົມດັ່ງກ່າວໄດ້ມີການບັນຍາຍ, ສົນທະນາແລກປ່ຽນຖາມ-ຕອບສອດແຊກເຂົ້າໃນກິດຈະກຳ, ການເຮັດວຽກເປັນກຸ່ມ ແລະ ການນຳສະເໜີເພື່ອແລກປ່ຽນຄວາມຄິດເຫັນ, ການສາທິດທັກສະການຝຶກອົບຮົມເພດພາວະ ພ້ອມທັງມີການສະຫຼຸບຖອດຖອນບົດຮຽນຜົນຂອງການຝຶກອົບຮົມ ເຊິ່ງສຳເລັດຕາມແຜນຂອງການຝຶກອົບຮົມທີ່ວາງໄວ້.