ໃນຕອນບ່າຍຂອງວັນທີ 5 ເມສາ 2023 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ພາຍໃຕ້ການເປັນປະທານ ແລະ ບັນຍາຍໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ກອງປະຊຸມດັ່ງກ່າວໄດ້ມີຄະນະພັກຮາກຖານ, ຮອງຄະນະບໍດີ ແລະ ບັນດາຫົວໜ້າ/ຮອງ​ຫົວ​ໜ້າພາກວິຊາ, ຫົວໜ້າ/ຮອງ​ຫົວ​ໜ້າພະແນກ, ຫົວໜ້າສູນ,  ພະນັກງານ, ຄູ-ອາຈານທົ່ວຄສຄ ແລະ ນັກສຶກສາຈຳນວນໜຶ່ງເຂົ້າຮ່ວມ ລວມຜູ້ເຂົ້າຮ່ວມທັງໝົດ 93 ຄົນ.

ຈຸດປະສົງໃນການຈັດຕັ້ງພິທີປາຖະກະຖາແມ່ນເພື່ອໃຫ້ບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດພາຍໃຕ້ການຊີ້້ນຳຂອງພັກ, ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ຂອງພັກເຂົ້າໃນການນຳພາ-ຊີ້ນຳ ຈັດຕັ້ງພາລະກິດປ່ຽນແປງໃໝ່ຂອງພັກ, ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ແນວທາງຂອງພັກ ແລະ ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນ້ຳໃຈເສຍສະຫຼະອັນສູງສົ່ງຂອງບັນດານັກຮົບທີ່ໄດ້ອຸທິດຕົນເພື່ອປະເທດຊາດ

ພິທີປາຖະກະຖາດັ່ງກ່າວໄດ້ມີການເຜີຍແຜ່ 2 ເອ​ກະ​ສານສໍາຄັນດັ່ງລຸ່ມນີ້:

  • ວັນຄຽດແຄ້ນຂອງປະຊາຊົນປະຕິວັດລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ
  • ເສີມຂະຫຍາຍມູນເຊື້ອແຫ່ງການນຳພາຂອງພັກເຂົ້າໃນການປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ

ພິທີປາຖະກະຖາໄດ້ດຳເນີນໄປຕາມວາລະ​ ໃນ​ຕອນ​ທ້າຍ​ກອງ​ປະ​ຊຸມຍັງ​ໄດ້​ຮັບ​ການ​ໂອ້​ລົມ​ຈາກ​ທ່ານຮອງອະທິການບໍດີໃຫ້ຍົກໃຫ້ເຫັນວິກິດການສະພາບເສດຖະກິດໃນປະຈຸບັນ ລວມໄປເຖິງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງປຸກລະດົມແນວຄິດໃຫ້ມີຄວາມໜັກແໜ້ນບໍ່ໃຫ້ມີແນວຄິດທໍ້ຖອຍ ແລະ ໃຫ້ເຂົ້າໃຈຕໍ່ສະພາບການປ່ຽນແປງຂອງສັງຄົມໃນປະຈຸບັນ.