ໃນຕອນເຊົ້າ ວັນທີ​23 ພຶດສະພາ 2023 ທີ່ສະໂມສອນມຊຊັ້ນ2. ຄະນະວິທະຍ​າສາດສັງຄົມ​ ມະຫາ​ວິທະຍາໄລແຫ່ງຊາດ ໄດ້ຈັດພິທີເປີດຫລັກສູດປະລິນຍາເອກວິທະຍາສາດສັງຄົມ ສາຂາການພັດທະນາສັງຄົມ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຮອງ ອະທິການ​ບໍດີ ມະຫາວິທະຍາໄລແຫ່ງຊາດ,​ ເຂົ້າຮ່ວມໂດຍບັນດາແຂກທີ່ຖືກເຊີນຈາກພາກສ່ວນອ້ອມຂ້າງ, ພ້ອມທັງຄະນາຈານ ແລະ ນັກສຶກສາຈາກຄະນະວິທະຍາສາດສັງຄົມເຂົ້າຮ່ວມ.
ຈຸດປະສົົງໃນພິທີດັ່ງກ່າວແມ່ນເພື່ອເປີດຫລັກສູດ​ປະລິນຍາເອກ​ສາຂາພັດທະນາສັງຄົມ ໂດຍອີງຕາມຂໍ້ຕົກລົງ​ຂອງລັດຖະມົນຕີກະຊວງສຶກສາ ແລະ ກິລາວ່າດ້ວຍການຮັບຮອງ ແລະ ອະນຸມັດຫລັກສູດປະລິນຍາເອກສາຂາການພັດທະນາສັງຄົມ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 1312/ສສກ, ລົງວັນທີ 10 ເມສາ 2023.
ກອງປະຊຸມໄດ້ມີການສະເໜີພາບລວມຂອງການສ້າງຫຼັກສູດ, ການຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການຈັດການຮຽນ-ການສອນຫຼັກສູດການສຶກສາໃນມຊ ພ້ອມທັງເປີດໂອກາດແລກປ່ຽນຄວາມຄິດເຫັນຕໍ່ຫລັກສູດ ເຊິ່ງມີບັນດາທ່ານໃຫ້ຄວາມສົນໃຈໃນປະກອບຄຳເຫັນທີ່ເປັນປະໂຫຍດເພື່ອເປັນແນວທາງໃນນຳໄປໝູນໃຊ້ເຂົ້າໃນການປັບປຸງ ພັດທະນາ​ຫລັກສູດໃຫ້ດີຂຶ້ນໃນຕໍ່ໜ້າ. ໃນຕອນທ້າຍ ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າຫຼັກສູດປະລິນຍາເອກ ສາຂາພັດທະນາສັງຄົມ ໄດ້ມີຄຳເຫັນຕໍ່ພິທີດັ່ງກ່າວ ເຊິ່ງຍົກໃຫ້ເຫັນເຖິງຄວາມພະຍາຍາມລິເລີ່ມໃນການສ້າງຫລັກສູດ, ຄວາມສຳຄັນຂອງຫລັກສູດຕໍ່ກັບການພັດທະນາວຽກງານການສຶກສາໂດຍສະເພາະຄະນະວິທະຍາສາດສັງຄົມ,​ ມະຫາວິທະຍາໄລແຫ່ງຊາດ,​ກະຊວງສຶກສາ​ທິການ​ແລະ​ກິລາ​ກໍຄື ປະເທດຊາດ ເຊິ່ງເນື້ອໃນຂອງຫລັກສູດແມ່ນແນໃສ່ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ ແລະ ປະ ສົບການດ້ານການພັດທະນາສັງຄົມຕາມແນວທາງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ມີວິໄສທັດເປັນຜູ້ ນໍາດ້ານການພັດທະນາໃຫ້ເກີດມີການປ່ຽນແປງໃໝ່ ໂດຍການນໍາໃຊ້ເທັກໂນໂລຢີທັນສະໄໝ ເພື່ອພັດທະນາປະເທດ ຊາດໃຫ້ຈະເລີນທຽບເທົ່າລະດັບພາກພື້ນ, ສາກົນ ແລະ ມີຄວາມຍືນຍົງ.ນອກນັ້ນເພິ່ນຍັງຍົກໃຫ້ເຫັນເຖິງການຮັບປະກັນທັງປະລິມານ ແລະ ຄຸນນະພາບ ຄວບຄູ່ກັນ ໂດຍສະເພາະການພັດທະນາຂະບວນການຮຽນ-ການສອນ, ການພັດທະນາຕຳແຫນ່ງວິຊາການຂອງອາຈານສອນ,​ຄວາມຫລາຍຫລາຍຂອງອາຈານສອນຮັບເຊີນຈາກພາຍໃນ ແລະ ພາຍນອກ,​ ການເຊື່ອມໂຍງມາດຖານການຮຽນໃຫ້ທຽບເທົ່າພາກພື້ນ,​ ສາກົນ,​ ຂະບວນການຄັດເລືອກເອົານັກສຶກສາ,​ ການລົງວາລະສານ ແລະ ປະເດັນອື່ນໆທີ່ກ່ຽວຂ້ອງ ນອກນັ້ນຍັງເນັ້ນໜັກເຖິງວຽກງານການບໍລິຫານ,​ການຄຸ້ມຄອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ,​ ນຳໃຊ້ຫລັກສູດ OBEເຂົ້າໃນການຮຽນ-ການສອນ ໂດຍເນັ້ນນັກສຶກສາເປັນໃຈກາງ, ປະຕິບັດຕາມລະບຽບການທີ່ໄດ້ກຳນົດໄວ້ໃນຫລັກສູດຢ່າງເຂ້ມງວດ ພ້ອມທັງຮັບປະກັນລັກສະນະຊາດ ແລະ ມະຫາຊົນ. ພິທີ​ເປີດ​ຫລັກສູດ​ໄດ້ດຳເນີນໄປຕາມວາລະ ເປົ້າໝາຍຂອງກອງປະຊຸມ ແລະ ສຳເລັດໄປດ້ວຍດີ.