ໃນຕອນເຊົ້າຂອງວັນທີ 25/05/2023 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້​ຈັດ​ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບວຽກຂອງຄະນະບໍດີ,​ ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ຮສ ປອ ອຸດົມ ພອນຄຳເພັງ ອະທິການ​ບໍ​ດີ ມຊ,​ ຮສ ປອ ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ,​ ເຂົ້າຮ່ວມໂດຍທ່ານ ຄຳເຟືອງ ລໍວັນໄຊ ຫົວຫນ້າຫ້ອງການຈັດຕັ້ງ-ພະນັກງານ ມຊ ພ້ອມທັງ​ບັນດາພະນັກງານ-ອາຈານ ທົ່ວຄະນະວິທະຍາສາດສັງຄົມເຂົ້າຮ່ວມ.​ ຈຸດປະສົງຂອງພິທີດັ່ງກ່າວແມ່ນເພື່ອປະກາດການຈັດຕັ້ງ ແລະ ການມອບ-ຮັບວຽກຂອງຄະນະບໍດີ
ໂດຍຜ່ານບົດສະຫລຸບຜົນສຳເລັດການຈັດຕັ້ງປະຕິບັດກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະວິທະສາດສັງຄົມໄລຍະຜ່ານມາພ້ອມທັງປະກາດຂໍ້ຕົກລົງແຕ່ງຕັ້ງດັ່ງລາຍລະອຽດລຸ່ມນີ້:
ທ່ານ ຮສ ປທ ສະເຫຼີມສັກ ພາບຸດດີ ຮອງຄະນະບໍດີ ຄສຄ ເປັນຮັກສາການຄະນະບໍດີຊົ່ວຄາວ,​
ທ່ານ ອຈ ປອ ນ. ສົມຄິດ ບູລິດຳ ຫົວຫນ້າພາກວິຊາພູມີສາດ ແລະ ສາລະສົນເທດສາດ ເປັນຮອງຄະນະບໍດີ ຄສຄ
ທ່ານ ອຈ ປອ ສາຍໃຈ ສີລາເດດ ຫົວຫນ້າສູນ RTC ເປັນຮອງຄະນະບໍດີ ຄສຄ.​
ໃນຕອນທ້າຍ​ ທ່ານ ຮສ ປອ ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ມີຄຳເຫັນຕໍ່ກອງປະຊຸມໂດຍເນັ້ນໜັກໃຫ້ເຫັນເຖິງປະເດັນສຳຄັນໂດຍສະເພາະແມ່ນວຽກງານການຈັດຕັ້ງ,​ ການຊັບຊ້ອນຕຳແໜ່ງ,​ ການຍົກຍ້າຍປ່ຽນແທນຕາມວາລະການ,​ ການສືບຕໍ່ພາລະກິດ,​ການຝຶກຝົນຫລໍ່ຫລອມຕົນເອງຢ່າງຕໍ່ເນື່ອງ,​ການເປັນແບບຢ່າງອັນໜັກແໜ້ນ ທຸ້ມເຫື່ອເທແຮງໃຫ້ແກ່ສ່ວນລວມ ແລະ ຄອບຄົວ,​ ຍົກສູງການເມືອງແນວຄິດ ນອກນັ້ນເພິ່ນຍັງສະແດງຄວາມເປັນຫ່ວງເປັນໃຍຕໍ່ບັນດາພະນັກງານ ອາຈານໃຫ້ຍົກສູງມີສະຕິຕໍ່ສະພາບການປ່ຽນແປງຂອງໂລກ,​ ສະພາບເສດຖະກິດໃນປະຈຸບັນ,​ ໂອກາດໃນການຊອກວຽກເຮັດງານທຳ,​ ການພັດທະນາ ທາງດ້ານວຽກງານສຸຂະອານະໄມ ແລະ ບັນຫາ​ການໂຄສະນາຂໍ້ມູນຂ່າວສານໃນສະພາບການປ່ຽນແປງໃນປະຈຸບັນ.​
ພິທີ​ດັ່ງກ່າວ​ໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຕາມເປົ້າໝາຍຢ່າງຈົບງາມ.​