ໃນຕອນເຊົ້າ ວັນທີ 30 ມິຖຸນາ 2023 ທີ່ຜ່ານມາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມລາຍງານຜົນການປະເມີນຫຼັກສູດປະລິນຍາໂທວິທະຍາສາດສັງຄົມ ສາຂາ ການສຶກສາປະຊາກອນ ແລະ ການພັດທະນາ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຂົ້າຮ່ວມໂດຍບັນດາແຂກທີ່ຖືກເຊີນຈາກພາກສ່ວນອ້ອມຂ້າງ ພ້ອມທັງຄະນາຈານຈາກຄະນະວິທະຍາສາດສັງຄົມເຂົ້າຮ່ວມ.
ຈຸດປະສົົງໃນກອງປະຊຸມດັ່ງກ່າວແມ່ນເພື່ອເປັນການເຜີຍແຜ່ ແລະ ລາຍງານຜົນການປະເມີນຫຼັກສູດປະລິນຍາໂທວິທະຍາສາດສັງຄົມເປີດຫລັກສູດປະລິນຍາເອກສາຂາພັດທະນາສັງຄົມ ສາຂາ ການສຶກສາປະຊາກອນ ແລະ ການພັດທະນາ. ກອງປະຊຸມໄດ້ມີການສະເໜີພາບລວມ ຄວາມສຳຄັນ ແລະ ຄວາມຈຳເປັນໃນການປະເມີນຫຼັກສູດ, ພາບລວມການຮ່ວມມືກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໂດຍສະເພາະການໃຫ້ການສະໜັບສະໜູນໃນການປະເມີນປັບປຸງຫຼັກສູດ, ຍົກໃຫ້ເຫັນຂັ້ນຕອນ ແລະ ຂະບວນການປະເມີນໂດຍຫຍໍ້ ພ້ອມທັງລາຍງານຜົນການປະເມີນໂດຍປະເມີນຈາກຄະນະຮັບຜິດຊອບ ແລະ ມີຄະນະປະເມີນຈາກມະຫາວິທະຍາໄລຈຸລາລົງກອນ ປະເທດໄທ ຮ່ວມປະເມີນ ນອກນັ້ນໄດ້ມີການເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີຄຳເຫັນແລກປ່ຽນ ໃຫ້ຄຳແນະນຳເພື່ອນຳໄປປັບປຸງຫຼັກສູດໃນຕໍ່ໜ້າ ກອງປະຊຸມເຜີຍແຜ່ຜົນການປະເມີນຫຼັກສູດໄດ້ດຳເນີນໄປຕາມວາລະ ເປົ້າໝາຍຂອງກອງປະຊຸມ ແລະ ສຳເລັດໄປດ້ວຍດີ.