ໃນຕອນເຊົ້າຂອງວັນທີ 21 ພະຈິກ 2023 ຄະນະວິທະຍາສາດສັງຄົມໄດ້ຈັດພິທີສະຫຼຸບສົກຮຽນ 2022-2023 ແລະ ເປີດສົກຮຽນ 2023-2024 ທີ່ສະໂມສອນມຊ ຊັ້ນ 2 ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ຮສ ສະເຫຼີມສັກ ພາບຸດດີ ຮັກສາການຄະນະບໍດີ ຄສຄ, ທ່ານ ອຈ ປອ ນ. ສົມຄິດ ບູລິດຳ ຮອງຄະນະບໍດີ ຄສຄ, ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ ພ້ອມທັງບັນດາແຂກທີ່ຖືກເຊີນ, ພະນັກງານ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ. ຈຸດປະສົງໃນພິທີດັ່ງກ່າວແມ່ນເພື່ອເປັນການສະຫຼຸບສົກຮຽນ 2022-2023 ແລະ ເປີດສົກຮຽນ 2023-2024, ມອບ-ຮັບໃບຍ້ອງຍໍໃຫ້ແກ່ພະນັກງານ, ຄູອາຈານ ທີ່ມີຜົນງານປະກອບສ່ວນສະຕິປັນຍາເຂົ້າໃນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ, ພ້ອມດ້ວຍນັກສຶກສາຜູ້ທີ່ມີຜົນງານດີເດັ່ນຮອບດ້ານ, ເດັ່ນການຮຽນ ແລະ ເດັ່ນກິດຈະກໍາ ນອກຈາກນັ້ນຍັງໄດ້ຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 29 ປີ ເພື່ອເປັນການລະນຶກເຖິງບຸນຄຸນຄູອີກດ້ວຍ.
ຄສຄຈັດພິທີສະຫຼຸບສົກຮຽນ 2022-2023 ແລະ ເປີດສົກຮຽນ 2023-2024
