ໃນຕອນບ່າຍຂອງວັນທີ 23 ພະຈິກ 2021 ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມສາມເອກະສານສຳຄັນຂອງພັກ (ແບບອອນລາຍ) ພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະນະພັກຮາກຖານ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ກອງປະຊຸມດັ່ງກ່າວໄດ້ມີຄະນະພັກຮາກຖານ, ຮອງຄະນະບໍດີ ແລະ ບັນດາຫົວໜ້າ/ຮອງຫົວໜ້າພາກວິຊາ, ຫົວໜ້າ/ຮອງຫົວໜ້າພະແນກ, ຫົວໜ້າສູນ, ພະນັກງານ, ຄູ-ອາຈານທົ່ວຄສຄ ເຂົ້າຮ່ວມ. ການເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວປະກອບມີ 3 ເອກະສານສໍາຄັນດັ່ງລຸ່ມນີ້:
- ເອກະສານຄຳສັ່ງວ່າດ້ວຍການເພີ່ມທະວີການຊີ້ນຳຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕະການການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 01/ກມສພ, ລົງວັນທີ 26/7/2021, ເຊິ່ງບັນຍາຍໂດຍ ທ່ານ ຮສ. ປອ. ບຸນທະວີ ສໍສຳພັນ ຮອງເລຂາຄະນະພັກຮາກຖານ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ປະກອບມີ 3 ຫົວຂໍ້ສຳຄັນດັ່ງນີ້:
- ການຈັດຕັ້ງເຜີຍແຜ່ເນື້ອໃນວາລະແຫ່ງຊາດດ້ານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງທົ່ວເຖິງ
- ເພີ່ມທະວີການນຳພາຊີ້ນຳການຈັດຕັ້ງປະຕິບັດວຽກງານຈຸດສຸມເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
- ດຳເນີນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.
- ເອກະສານຄຳສັ່ງວ່າດ້ວຍການເພີ່ມທະວີການນຳພາຂອງພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ສະບັບເລກທີ 02/ກມສພ, ລົງວັນທີ 26/7/2021, ເຊິ່ງບັນຍາຍໂດຍ ທ່ານ ຮສ. ປທ. ສະເຫຼີມສັກ ພາບຸດດີ ປະທານກວດກາ ຄະນະພັກຮາກຖານ, ຮອງຄະນະບໍດີຄະນະວິທະຍາສາດສັງຄົມ ປະກອບມີ 8 ຫົວຂໍ້ສໍາຄັນດັ່ງນີ້:
- ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງເດັດຂາດ ແລະ ເຂັ້ມງວດ
- ກຳແໜ້ນເນື້ອໃນຈິດໃຈສຳຄັນທີ່ເປັນພື້ນຖານຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ໂດຍປະຕິບັດ 3 ຫຼັກການ, 2 ຍຶດໝັ້ນ, 2 ມາດຕະການ ແລະ 3 ຕ້ານ
- ເພີ່ມທະວີການນຳພາຊີ້ນຳອົງການປົກຄອງກໍຄືບັນດາຂະແໜງການຕ່າງໆໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
- ເພີ່ມທະວີຍົກລະດັບການນຳພາຊີ້ນຳ ແລະ ການເຄື່ອນໄຫວຕົວຈິງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງແຕ່ສູນກາງ ແລະ ທ້ອງຖິ່ນ
- ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມາດຂອງຄະນະພັກແຕ່ລະຂັ້ນໃນການນຳພາຊີ້ນຳແກ້ໄຂບັນຫາຢາເສບຕິດ
- ທຸກຊັ້ນຄົນພາຍໃນປະເທດຕ້ອງໃຫ້ການສະໜັບສະໜູນ, ຮ່ວມມື, ຕິດຕາມກວດກາຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ
- ຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ເລິກເຊິ່ງກ້ວາງຂວາງ ແລະ ການຜັນຂະຫຍາຍຈັດຕັ້ງປະຕິບັດ
- ຍົກສູງຄວາມຮັບຜິດຊອບການເມືອງ, ມານະຈິດ, ທຸ່ມເທສະຕິປັນຍາ, ກຳລັງວັງຊາ, ນໍາໃຊ້ແຮງງານກໍາລັງສັງລວມເພື່ອຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ.
- ເອກະສານມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ສະບັບເລກທີ 03/ກມສພ, ລົງວັນທີ 30/9/2021, ເຊິ່ງ ບັນຍາຍໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະນະພັກຮາກຖານ ຄະນະບໍດີ ຄະນະວິທະຍາສາດສັງຄົມ ຊຶ່ງປະກອບມີ 4 ຫົວຂໍ້ສໍາຄັນດັ່ງນີ້:
- ທິດນຳຕໍ່ວຽກງານພະນັກງານ
- ຫຼັກການກ່ຽວກັບວຽກງານພະນັກງານ
- ທິດທາງສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ
- ມາດຕະການຈັດຕັ້ງປະຕິບັດ.
ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວໄດ້ດຳເນີນໄປຕາມວາລະ ໂດຍມີການແລກປ່ຽນຄວາມຄິດເຫັນ ປຽບທຽບໃສ່ກັບພາກປະຕິບັດຕົວຈິງ. ໃນຕອນທ້າຍກອງປະຊຸມຍັງໄດ້ຮັບການໂອ້ລົມຈາກທ່ານຄະນະບໍດີ ໃນການປະຕິບັດໜ້າທີ່ວຽກງານໃນສະພາບປົກກະຕິແບບໃໝ່ ແລະ ຮຽກຮ້ອງໃຫ້ພະນັກງານເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງແຕ່ລະພາກສ່ວນ ແຕ່ລະບຸກຄົນ ເພື່ອໃຫ້ວຽກງານທັງວຽກບໍລິຫານ ແລະ ວິຊາການຂອງຄະນະວິຊາສາມາດຂັບເຄື່ອນໄປໄດ້ທ່າມກາງສະພາບໂຄວິດຍັງແຜ່ລະບາດ.