ໃນຕອນບ່າຍຂອງວັນທີ 19 ກັນຍາ 2023 ທີ່ສູນ RTC ຄສຄ ມຊ ໄດ້ມີພິທີເຊັນບົດບັນທຶກການຮ່ວມມືລະຫວ່າງພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄສຄ ມຊ ແລະ ສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ (ປາກກາ) ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ,​​ ທ່ານ ຄໍາຜຸຍ ໄຊທາລາດ ຜູ້ອຳນວຍການສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ (ປາກກາ), ທ່ານ ປອ ສີສະຫວາດ ໂສມມະລັດ ຫົວໜ້າພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ພ້ອມທັງບັນດາຄະນະພາກ, ພະແນກ, ຄູອາຈານ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.

ໃນການເຊັນສັນຍາດັ່ງກ່າວຕາງຫນ້າຝ່າຍພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ແມ່ນທ່ານ ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ ແລະ ຕາງຫນ້າຝ່າຍສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ (ປາກກາ) ແມ່ນທ່ານ ທ່ານ ຄໍາຜຸຍ ໄຊທາລາດ. ຈຸດປະສົງຂອງການເຊັນບົດບັນທຶກການຮ່ວມມືແມ່ນເພື່ອພັດທະນາຫຼັກສູດ, ແລກປ່ຽນຫຼັກສູດການຮຽນຮ່ວມກັນ, ພັດທະນາບຸກຄະລາກອນ, ແລກປ່ຽນຄວາມຮູ້ດ້ານວິຊາການລະຫວ່າງພະນັກງານ, ຄູສອນ ແລະ ນັກສຶກສາປີທີ 3 ໃນຝຶກປະຕິບັດພາກສະໜາມ 1 ແລະ 2 ແລະ ການຝຶກງານຂອງນັກສຶກສາປີທີ 4 ທີ່ສູນປາກກາ, ພິທີດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.​