ໃນຕອນບ່າຍຂອງວັນທີ 19 ກັນຍາ 2023 ທີ່ສູນ RTC ຄສຄ ມຊ ໄດ້ມີພິທີເຊັນບົດບັນທຶກການຮ່ວມມືລະຫວ່າງພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄສຄ ມຊ ແລະ ສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ (ປາກກາ) ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ, ທ່ານ ຄໍາຜຸຍ ໄຊທາລາດ ຜູ້ອຳນວຍການສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ (ປາກກາ), ທ່ານ ປອ ສີສະຫວາດ ໂສມມະລັດ ຫົວໜ້າພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ພ້ອມທັງບັນດາຄະນະພາກ, ພະແນກ, ຄູອາຈານ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.
ໃນການເຊັນສັນຍາດັ່ງກ່າວຕາງຫນ້າຝ່າຍພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ແມ່ນທ່ານ ທ່ານ ອຈ ປອ ສາຍໃຈ ສີລາເດດ ຮອງຄະນະບໍດີ ຄສຄ ແລະ ຕາງຫນ້າຝ່າຍສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ (ປາກກາ) ແມ່ນທ່ານ ທ່ານ ຄໍາຜຸຍ ໄຊທາລາດ. ຈຸດປະສົງຂອງການເຊັນບົດບັນທຶກການຮ່ວມມືແມ່ນເພື່ອພັດທະນາຫຼັກສູດ, ແລກປ່ຽນຫຼັກສູດການຮຽນຮ່ວມກັນ, ພັດທະນາບຸກຄະລາກອນ, ແລກປ່ຽນຄວາມຮູ້ດ້ານວິຊາການລະຫວ່າງພະນັກງານ, ຄູສອນ ແລະ ນັກສຶກສາປີທີ 3 ໃນຝຶກປະຕິບັດພາກສະໜາມ 1 ແລະ 2 ແລະ ການຝຶກງານຂອງນັກສຶກສາປີທີ 4 ທີ່ສູນປາກກາ, ພິທີດັ່ງກ່າວໄດ້ດຳເນີນໄປຕາມວາລະ ແລະ ສຳເລັດຢ່າງຈົບງາມ.