ຄະFB IMG 1589432042279ນະວິທະຍາສາດສັງຄົມ ເປັນໜຶ່ງໃນຈຳນວນ 10 ຄະນະວິຊາ (ປະຈຸບັນມີ 13 ຄະນະວິຊາ) ທີ່ໄດ້ຮັບການສ້າງຕັ້ງຂຶ້ນຮ່ວມກັບ ຄະນະອັກສອນສາດ (ຄອສ) ໂດຍມີຊື່ວ່າ ຄະນະພາສາລາວວັນນະຄະດີ ແລະ ມະນຸດສາດ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນພ້ອມໆກັບການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຕາມດຳລັດຂອງນາຍົກລັດຖະມົນຕີເລກທີ 50/ນຍ ລົງ​ວັນ​ທີ 9/6/1995. ໃນ​ໄລຍະ​ຕໍ່​ມາ ​ເມື່ອ​ການ​ພັດທະນາ​ທາງ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ຊາດ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ ​ເພື່ອ​ໃຫ້​ມີ​ຄວາມ​ສອດຄ່ອງ​ກັບ​ສະພາບ​ການ​ຂະຫຍາຍຕົວ​ດັ່ງກ່າວ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຈຶ່ງ​ໄດ້​ມີ​ການ​ປັບປຸງ​ຄືນ​ໃໝ່​ຄືເພີ່ມ​ຈາກ 8 ຄະນະ​ວິຊາ​ມາ​ເປັນ 10 ຄະນະ​ວິຊາ. ດ້ວຍ​ເຫດ​ນັ້ນ, ຄະນະ​ພາສາ​ລາວ-​ວັນນະຄະດີ ​ແລະ ມະນຸດ​ສາດ ຈຶ່ງ​ໄດ້​ແຍກ​ອອກ​ເປັນ 2 ຄະນະ​ຄື: ຄະນະ​ວິທະຍາສາດ​ສັງຄົມ ​ແລະ ຄະນະ​ອັກສອນສາດ ຕາມ​ດຳລັດ​ເລກທີ 87/ນຍ ລົງ​ວັນ​ທີ 20/6/2000.

ພາຍ​ຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຄະນະ​ວິທະຍາສາດ​ສັງຄົມ ອັກສອນຫຍໍ້ແມ່ນ (ຄວຄ)​, ເຊິ່ງ ຄວຄ ໄດ້​ປະກອບ​ມີ​ລະບົບ​ການຈັດ​ຕັ້ງ​ດັ່ງ​ນີ້: ຄະນະ​ນຳ​ລວມມີ 4 ທ່ານ​ຄື: ຄະນະບໍດີ 1 ທ່ານ ​ແລະ ຮອງ​ຄະນະບໍດີ 3 ທ່ານ. ນອກຈາກ​ນັ້ນ, ຍັງ​ມີ 5 ພະ​ແນ​ກທີ່​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະບໍດີ​ຄື: ພະ​ແນ​ກຈັດ​ຕັ້ງ-ສັງ​ລວມ, ພະແນກການ​ເງິນ-ຊັບ​ສິນ, ພະແນກຄຸ້ມ​ຄອງ​ນັກ​ສຶກສາ, ພະແນກຄົ້ນຄວ້າ​ວິ​ທະຍາສາດ-ຫຼັງ​ປະລິນຍາ​ຕີ ​ແລະ ພະ​ແນ​ກວິຊາ​ການ. ສ່ວນ​ພາກ​ວິຊາ​ມີ​ພຽງ 3 ພາກຄື: ພາກວິຊາວິທະຍາສາດການເມືອງ, ພາກວິຊາພູມີສາດ ແລະ ພາກວິຊາປະຫວັດສາດ ແລະ ມະນຸດວິທະຍາ ​ແລະ ປະກອບມີ 3 ຫຼັກສູດ​ຄື: ຫຼັກສູດວິທະຍາສາດການເມືອງ, ຫຼັກສູດພູມີສາດ ແລະ ຫຼັກສູດປະຫວັດສາດ ແລະ ມະນຸດວິທະຍາ.

ຫຼັງ​ຈາກ​ນັ້ນ​ມາ, ຄວຄ ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທັງ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ​ແລະ ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງ​ຄົມ ກໍ​ຄື​ຄວາມ​ຕ້ອງການ​ຂອງ​ນັກ​ສຶກສາ​ປັນຍາ​ຊົນ​ທີ່​ມີ​ຄວາມ​ຕ້ອງການ​ຢາກ​ຮຽນ​ສາ ຂາ​ວິຊາ​ຊີບ​ໃໝ່​ນັບ​ມື້​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ, ມາ​ເຖິງ​ສົກ​ສຶກສາ​ປີ 2004-2005 ຄວຄ ຈຶ່ງ​ໄດ້​ມີ​ການ​ປັບປຸງ​ລະບົບ​ການຈັດ​ຕັ້ງ​ຄືນໃໝ່​ດ້ວຍ​ການ​ປ່ຽນ​ຊື່​ພາກ​ວິຊາ, ສ້າງ​ພາກ​ວິຊາ​ໃໝ່ ​ແລະ ສ້າງ​ຫຼັກສູດ​ໃໝ່ຄື: ​ໄດ້​ປ່ຽນ​ຊື່​ຈາກ​ພາກ​ວິຊາ​ວິທະຍາສາດ​ການ​ເມືອງ ມາ​ເປັນ​ພາກ​ວິຊາ​ການ​ເມືອງ ​ແລ​ະ ບໍລິຫານ​ລັດຖະກິດ, ປ່ຽນ​ຈາກ​ພາກ​ວິຊາ​ພູມີສາດ ມາ​ເປັນ​ພາກ​ວິຊາ​ພູມີສາດ ​ແລະ ສາລະສົນເທດສາດ (GIS), ປ່ຽນ​ຈາກ​ພາກ​ວິຊາ​ປະຫວັດສາດ ​ແລະ ມະນຸດ​ວິທະຍາ ມາ​ເປັນ​ພາກ​ວິຊາ​ປະຫວັດສາດ ​ແລະ ບູຮານ​ວິທະຍາ, ​ໄດ້​ສ້າງ​ຕັ້ງ​ພາກ​ວິຊາ​ໃໝ່​ຂຶ້ນ 2 ພາກ​ວິຊາ​ຄື: ພາກ​ວິຊາ​ການທ່ອງທ່ຽວ ​ແລະ ​ການໂຮງ​ແຮມ, ພາກ​ວິຊາ​ສັງຄົມ​ສົງ​ເຄາະ ​ແລະ ການ​ພັດທະນາ. ​

ມາເຖິງປີ 2015 ກໍໄດ້ມີການປັບປຸງຊື່ຫຍໍ້ຂອງແຕ່ລະຄະນະທົ່ວມະຫາວິທະຍາໄລແຫ່ງຊາດ, ເຊິ່ງຕົວອັກສອນຫຍໍ້ຂອງຄະນະວິທະຍາສາດສັງຄົມໄດ້ປ່ຽນຈາກ (ຄວຄ) ມາເປັນ (ຄສຄ) ແລະ ມາຮອດສົກປີ 2015-2016 ຄະນະວິທະຍາສາດສັງຄົມກໍໄດ້ປັບປຸງໂຄງຮ່າງການຈັດຕັ້ງໃໝ່ຄື ໄດ້ແຍກພະແນກຄົ້ນຄວ້າ​ວິ​ທະຍາສາດ-ຫຼັງ​ປະລິນຍາ​ຕີ ອອກເປັນ 2 ພະແນກຄື: ພະແນກຄົ້ນຄວ້າ​ວິ​ທະຍາສາດ ແລະ ພະແນກການສຶກສາຫຼັງ​ປະລິນຍາ​ຕີ ໃນປີ 2017 ສູນ​ຄົ້ນ​ຄວ້າ ແລະ ຝຶກ​ອົບ​ຮົມດ້ານ​ການ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ ການ​ຄຸ້ມ​ຄອງ​ການ​ຈັດ​ສັນ​ຍົກ​ຍ້າຍ (Research and Training Centre on Social Impact Assessmenet and Resettlement Management) ຫຼື ເອີ້ນ​ຫຍໍ້​ວ່າ ສູນ RTC ​ແມ່ນ​ໄດ້​ຮັບ​ອະ​ນຸ​ມັດ​ສ້າງ​ຕັ້ງ​​ຢ່າງ​ເປັນ​ທາງ​ການ ຕາມ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ ສະ​ບັບເລກທີ 4584/ມຊ ລົງວັນທີ 07 /11/2017.

ປະຈຸບັນຄະນະວິທະຍາສາດສັງຄົມມີລະບົບ​ການຈັດ​ຕັ້ງດັ່ງນີ້: ຄະນະ​ນຳ​ລວມມີ 4 ທ່ານ​ຄື: ຮັກສາການຄະນະບໍດີ 1 ທ່ານ ​ແລະ ຮອງ​ຄະນະບໍດີ 3 ທ່ານ. ນອກຈາກ​ນັ້ນ, ຍັງ​ມີ 6 ພະແນກ,  5 ພາກວິຊາ ແລະ  1 ສູນ ທີ່ເປັນເສນາທິການໃຫ້ແກ່ຄະນະວິິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ.