ວິໄສທັດ:

 “ພັດທະນາ​ບຸກຄະລາ​ກອນ​ໃຫ້​ມີ​ຄວາມ​ຮູ້ ຄູ່​ຄຸນ​ນະ​ທໍາ, ​ນໍາ​ໜ້າ​ດ້ານ​ການຄົ້ນຄວ້າວິທະຍາສາດ​, ຕິດ​ແໜ້ນ​ກັບການພັດທະນາສັງຄົມ ຊຸມ​ຊົນ, ກ້າວ​ສູ່​ມາດຕະຖານ​ພາກ​ພື້ນ ​ແລະ ສາກົນ”

ພັນທະກິດ:

ຄະນະ​ວິທະຍາສາດ​ສັງຄົມ ມີພາລະບົດບາດເປັນເສນາທິການໃຫ້ແກ່ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດໃນການຈັດຕັ້ງການຮຽນ-ການສອນ​ເ​ພື່ອສ້າງນັກວິຊາການ​; ຈັດ​ຕັ້ງ​ການ​ຄົ້ນຄວ້າວິທະຍາສາດ ​ເພື່ອປະໂຫຍດ​ໃນການພັດທະນາ ​ແລະ ໃຫ້ບໍລິການທາງດ້ານວິຊາການແກ່ສັງຄົມ; ​ພ້ອມ​ດຽວ​ກັນ​ກໍອະນຸຮັກປົກປັກຮັກສາ ແລະ ສົ່ງເສີມວັດທະນະທໍາອັນດີງາມຂອງຊາດ