ໃນວັນທີ 12 ກຸມພາ 2020ຜ່ານມານີ້ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີເປີດງານແຂ່ງຂັນກີລາທົ່ວຄະນະ ຄັ້ງທີ XVII ປະຈໍາປີ 2020ຂຶ້ນທີ່ສະໜາມກີລາກາງ ມະຫາວິທະຍາໄລແຫ່ງຊາດ
ໂດຍການເຂົ້້າຮ່ວມພິທີຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮັກສາການ ຄະນະບໍດີ ຄະນະວິທະຍາສາດສັງຄົມ, ທ່ານ ຄໍາແສນ ສຸດທະວົງ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມຊ, ມີຜູ້ຕາງໜ້າຈາກບັນດາຫ້ອງການ, ຄະນະອ້ອມຂ້າງ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາ ທົ່ວຄະນະວິທະຍາສາດສັງຄົມ ເຂົ້້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ໃນໂອກາດນີ້, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນກີລາທົ່ວຄະນະວິທະຍາສາດສັງຄົມຄັ້ງນີ້ ກໍເພື່ອປະຕິບັດຕາມແຜນຍຸດທະສາດ 5 ຫຼັກມູນການສຶກສາທີ່ກະຊວງສຶກສາທິການ ແລະກີລາວາງອອກ ແລະແຜນການຮຽນປະຈໍາປີຂອງ ຄະນະວິທະຍາສາດສັງຄົມ, ພ້ອມນັ້ນ ຍັງເປັນການສ້າງຂະບວນການສ້າງບັນຍາກາດເພື່ອຕ້ອນຮັບ ງານສະເຫຼີມສະຫຼອງ ຄະນະວິທະຍາສາດສັງຄົມ ຄົບຮອບ 20 ປີ ທີ່ຈະມາເຖິງ ແລະຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາສາດສັງຄົມ ຖືເອົາວຽກງານພະລະສຶກສາ ເປັນວຽກງານໜຶ່ງທີ່ມີບົດບາດສຳຄັນໃນການພັດທະນາເສີມສ້າງສຸຂະພາບຮ່າງກາຍ ແລະຈິດໃຈ, ຄວາມມີໄມຕີຈິດ - ມິດຕະພາບ ແລະຄວາມສາມັກຄີອັນດີລະຫວ່າງນັກສຶກສາດ້ວຍກັນ ແລະເພື່ອເປັນການສົ່ງເສີມໃຫ້ນັກສຶກສາ ທົ່ວຄະນະຕົນ ໄດ້ມີເວທີແຂ່ງຂັນໃນການສ້າງປະສົບການ ແລະບົດຮຽນທີ່ດີແກ່ເຂົາເຈົ້າໃຫ້ມີການພັດທະນາທີ່ດີຂຶ້ນ ແລະເພື່ອຄັດເລືອກເອົາຕົວແທນນັກກີລາ ທີ່ມີພອນສະຫວັນດີເດັ່ນ ຕາງໜ້າໃຫ້ແກ່ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມການແຂ່ງຂັນກີລາໃນລາຍການຕ່າງໆທີ່ຈະມາເຖິງ.
ງານແຂ່ງຂັນກີລາທົ່ວ ຄະນະວິທະຍາສາດສັງຄົມປີນີ້ ຈັດຂຶ້ນພາຍໃຕ້ຄໍາຂວັນ “ສົ່ງເສີມຄວາມສາມັກຄີ ມີໄມຕີຈິດ ມິດຕະພາບທີ່ດີຂອງນັກກີລາ ຄະນະວິທະຍາສາດສັງຄົມ” ໃນພິທີເປີດງານກີລາດັ່ງກ່າວນີ້, ໄດ້ມີການເດີນສວນສະໜາມຂອງກ້ອນກໍາລັງແຕ່ລະພາກວິຊາ ທີ່ຂຶ້ນກັບຄະນະວິທະຍາສາດສັງຄົມ ແລະໄດ້ຮັບຊົມການສະແດງສິລະປະວັນນະຄະດີຂອງນັກສຶກສາຈາກຄະນະວິທະຍາສາດສັງຄົມ ເຊິ່ງມີ 3 ລາຍການສະແດງຄື: ບົດຟ້ອນພູມໃຈທີ່ເກີດເປັນລາວ, ບົດເພງຫີນເຫີບແດນງາມ ແລະບົດເພງມຸ່ງຫວັງສ້າງຊາດ ໂດຍໃຊ້ຈໍານວນນັກສະແດງທັງໝົດ 150 ຄົນ. ງານແຂ່ງຂັນກີລາຄັ້ງນີ້ມີຊີງລາງວັນຢູ່ 4 ປະເພດກີລາຄື: ບານສົ່ງຍິງ-ຊາຍ, ກະຕໍ້ຍິງ-ຊາຍ, ເປຕັງຍິງ-ຊາຍ ແລະບານເຕະຊາຍ, ພ້ອມນັ້ນ ພາຍໃນງານຍັງມີການແຂ່ງຂັນກອງເຊຍດີເດັ່ນອີກດ້ວຍ; ເຊິ່ງການແຂ່ງຂັນ ແຕ່ລະປະເພດກີລາແມ່ນເລີມດໍາເນີນການແຂ່ງຂັນຕັ້ງມື້ເປີດເປັນຕົ້ນໄປ ຈົນຮອດ ວັນທີ 20 ກຸມພາ 2020 ນີ້ ຈຶ່ງປິດລົງ.