ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 20 ມິຖຸນາ 2019 ນີ້, ທີ່ເດີ່ນຂອງ ຄະນະວິທະຍາສາດສັງຄົມ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໃນພິທີມີທ່ານຮອງອະທິການບໍດີ, ຮັກສາການຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າພາກວິຊາ-ຮອງພາກວິຊາ, ອະດີດຄະນະບໍດີ, ແຂກທີ່ຖືກເຊີນ ພ້ອມດ້ວຍ ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້້າຮ່ວມ.
ໂອກາດນີ້, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮັກສາການ ຄະນະບໍດີ ຄະນະວິທະຍາສາດສັງຄົມ ໄດ້ຂຶ້ນກ່າວເຖິງຜົນສໍາເລັດຕະຫຼອດໄລຍະ 19 ປີ ຜ່ານມາ ທ່ານໃຫ້ຮູ້ວ່າ: ຄະນະວິທະຍາສາດສັງຄົມ ເປັນໜຶ່ງໃນ 13 ຄະນະວິຊາ ຂອງມະຫາວິທະຍາໄລແຫ່ງຊາດ ມີທີ່ຕັ້ງຢູ່ໃນວິທະຍາເຂດດົງໂດກ ເຊິ່ງກໍ່ຕັ້ງມາແຕ່ປີ 2000, ໃນເບື້ອງຕົ້ນ ຄະນະວິທະຍາສາດສັງຄົມ ໄດ້ມີໂຄງສ້າງປະກອບມີ: ຄະນະບໍດີ 1 ທ່ານ, ຮອງຄະນະຄະ 2 ທ່ານ, ມີ 3 ພະແນກ, 3 ພາກວິຊາ. ມາຮອດປີ 2019 ໂຄງສ້າງດ້ານການຈັດຕັ້ງປະກອບມີ: ຄະນະບໍດີ 1 ທ່ານ, ຮອງຄະນະບໍດີ 3 ທ່ານ, ມີ 6 ພະແນກ, 5 ພາກວິຊາ ແລະ 1 ສູນ.
ໃນຕະຫຼອດໄລຍະ 19 ປີ ຜ່ານມາ ຄະນະວິທະຍາສາດສັງຄົມໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະເຫັນໄດ້ເຖິງຜົນສໍາເລັດຫລາຍດ້ານ ໂດຍສະເພາະແມ່ນການພັດທະນາທາງດ້ານວິຊາການ, ວຽກງານຄົ້ນຄວ້າວິທະຍາສາດ, ວຽກງານການບໍລິການວິຊາການ, ການບໍລິການສັງຄົມ ລວມໄປເຖິງວຽກງານພົວພັນກັບພາກສ່ວນຕ່າງໆ ໃນອ້ອມຂ້າງ ແລະພາຍນອກ ໂດຍສະເພາະແມ່ນສູນ, ອົງການຈັດຕັ້ງສາກົນ, ອົງການຊ່ວຍເຫຼືອສັງຄົມ ແລະອື່ນໆ. ໃນພິທີ ຍັງມີການວາງສະແດງຜົນງານຕ່າງໆ ຂອງຄະນະວິຊາ ເປັນຕົ້ນແມ່ນ ຜົນງານທາງດ້ານວິຊາການ, ຜົນງານດ້ານຄົ້ນຄວ້າວິທະຍາສາດ, ລວມໄປເຖິງຜົນງານການປະດີດສ້າງຂອງນັກສຶກສາ ແລະຜົນສໍາເລັດຕ່າງໆ ທີ່ທາງ ຄະນະວິທະຍາສາດສັງຄົມຍາດມາໄດ້. ນອກນັ້ນ ພາຍໃນພິທີຍັງມີການບັນຍາຍ ເຜີຍແຜ່ຜົນງານການຄົ້ນຄວ້າວິໄຈ ແລະພ້ອມທັງຮັບຊົມການແຂ່ງຂັນກີລາອີກດ້ວຍ.